spot_img
Homeຂ່າວການພັດທະນາຈຳປາສັກປັບ 4 ແຍກ ອວດແຂກຕ່າງຖິ່ນ

ຈຳປາສັກປັບ 4 ແຍກ ອວດແຂກຕ່າງຖິ່ນ

Published on

ປັບປຸງ 2 ວົງວຽນໃຫຍ່ໃຈກາງເມືອງເປັນນ້ຳພຸສັນຍະລັກປາຂ່າ ແລະ ຜາສາດຫີນວັດພູ

11215758_1641128669470393_6082563487896242797_n

ແຂວງຈຳປາສັກມອບໃຫ້ກຸ່ມບໍລິສັດຕັງຈະເລີນປັບປຸງ 2 ວົງວຽນໃຫຍ່ ຈຸດ 4 ແຍກທາງຂຶ້ນຂົວຂ້າມນ້ຳຂອງ ແລະ ຂົວເຊໂດນ 2 ໃຈກາງເມືອງປາກເຊ ໃຫ້ກາຍເປັນນ້ຳພຸສັນຍະລັກປາຂ່າ ແລະ ຜາສາດຫີນວັດພູ ເພື່ອດຶງດູດການທ່ອງທ່ຽວ, ຄາດວ່າຈະໃຫ້ສຳເລັດໃນເດືອນ ກຸມພາ 2016.
ທ່ານ ບຸນມາຄອງ ສຸລິຍະໄທ ຜູ້ຈັດການຂະແໜງກໍ່ສ້າງ ກຸ່ມບໍລິສັດຕັງຈະເລີນໃຫ້ສຳພາດວ່າ:ບໍລິສັດຂອງພວກເຮົາໄດ້ຮັບອະນຸຍາດຈາກແຂວງຈຳປາສັກໃຫ້ລົງທຶນກ່ອນ 100% ເຂົ້າໃນການປັບປຸງ ແລະ ກໍ່ສ້າງ 2 ວົງວຽນໃນເທດສະບານເມືອງປາກເຊ,ເຊິ່ງເປັນຈຸດທາງເຂົ້າຕົວເມືອງຄື:ວົງວຽນ 4 ແຍກ ຕະຫຼາດໃໝ່ປາກເຊ (ດາວເຮືອງ) ທາງຂຶ້ນຂົວຂ້າມນ້ຳຂອງ ແລະ ວົງວຽນ 4 ແຍກ ທາງຂຶ້ນຂົວເຊໂດນ 2 (ຂ້າງວັດພະບາດ).ໃນນັ້ນສະເພາະຈຸດວົງວຽນຂົວຂ້າມນ້ຳຂອງ ແມ່ນຈະສ້າງເປັນນ້ຳພຸ 3 ຊັ້ນ ສັນຍະລັກປາຂ່າ, ມີຄວາມກວ້າງປະມານ 12 ແມັດ,ສູງປະມານ 4 ແມັດ.ໃນນັ້ນຊັ້ນທຳອິດຂອງນ້ຳພຸເປັນຮູບກີບດອກຈຳປາ 5 ກີບ,ຊັ້ນທີສອງຈະມີປາຂ່າ 5 ໂຕ ແກະສະຫຼັກດ້ວຍຫີນອ່ອນຕິດຕັ້ງເທິງນ້ຳພຸ ລຽງຊື່ກີບດອກຈຳປາທັງ 5 ກີບ ແລະ ຊັ້ນທີສາມຈະເປັນຮູບນ້ຳພຸລັກສະນະຄືຮູບຂັນ. ໃນແຕ່ລະຊັ້ນຈະປະດັບປະດາດ້ວຍໄຟແສງສີ ແລະ ມີສວນອ້ອມຮອບວົງວຽນຢ່າງສວຍງາມ ລວມມູນຄ່າກໍ່ສ້າງ 1,4 ຕື້ກີບ.ສ່ວນວົງວຽນ 4 ແຍກ ທາງຂຶ້ນຂົວເຊໂດນ 2 ແມ່ນຈະສ້າງເປັນຮູບຈຳລອງຜາສາດຫີນວັດພູ ມໍລະດົກໂລກແຫ່ງທີສອງຂອງລາວ,ມີສວນອ້ອມ.ມີຄວາມສູງປະມານ 5 ແມັດກວ່າ,ກວ້າງ 8 ແມັດ ປະກອບດ້ວຍໄຟແສງສີ,ມີມູນຄ່າກໍ່ສ້າງ 1 ຕື້ກີບ. ສຳລັບການກໍ່ສ້າງແມ່ນໄດ້ເລີ່ມລົງມືໃນເດືອນ ຕຸລາ 2015 ຕາມແຜນແມ່ນຈະໃຫ້ສຳເລັດພາຍໃນ 8 ເດືອນ ແຕ່ເຮົາຈະສູ້ຊົນເຮັດໃຫ້ສຳເລັດກ່ອນແຜນປະມານເດືອນ ກຸມພາ 2016 ທີ່ຈະມາເຖິງນີ້.
12193733_1641128702803723_1959543835710444296_n
ທ່ານ ກິດຕິສັກ ຈົງຮັກ ຮອງຫົວໜ້າຂະແໜງເຄຫາຜັງເມືອງ ພະແນກໂຍທາທິການ ແລະ ຂົນສົ່ງແຂວງຈຳປາສັກ ທັງເປັນຫົວໜ້າໂຄງການກໍ່ສ້າງທັງສອງວົງວຽນໃຫ້ຮູ້ຕື່ມວ່າ:ຈຸດປະສົງໃນການກໍ່ສ້າງແມ່ນເພື່ອກຳນົດເອົາສອງວົງວຽນເປັນເຄື່ອງໝາຍເອກະລັກ ເພື່ອຕ້ອນຮັບຜູ້ຄົນທີ່ມາຢ້ຽມຢາມ ແລະ ທ່ອງທ່ຽວ ຖ້າມາເຫັນສັນຍະລັກດັ່ງກ່າວ ແມ່ນປຽບເໝືອນມາຮອດມາເຖິງແຂວງຈຳປາສັກ ແລະ ເປັນສະຖານທີ່ຖ່າຍພາບທີ່ລະນຶກກັບບ້ານ.ເຊິ່ງທັງສອງສັນຍະລັກແມ່ນເປັນທ່າແຮງທີ່ພົ້ນເດັ່ນຂອງການທ່ອງທ່ຽວດ້ານວັດ ທະນະທຳ ກໍ່ຄືມໍລະດົກໂລກວັດພູຈຳປາສັກ ແລະ ປາຂ່າ ປານ້ຳຈືດລ້ຽງລູກດ້ວຍນົມ ທ່າແຮງການທ່ອງທ່ຽວດ້ານທຳມະຊາດ ຊີວະນາໆພັນອັນພົ້ນເດັ່ນຂອງແຂວງ ທີ່ຜ່ານການຄົ້ນຄວ້າພິຈະລະນາ ແລະ ຕົກລົງເຫັນດີຈາກການນຳຂັ້ນສູງຂອງແຂວງຈຳປາສັກ.
.*** ຂ່າວ-ພາບ: ຄຳຫຼ້າ ***

ບົດຄວາມຫຼ້າສຸດ

ເຫດປະທ້ວງທີ່ຕີມໍເລສເຕ ນັກສຶກສາກວ່າ 2.000 ຄົນ ເຂົ້າປະທ້ວງລັດຖະບານ ຫຼັງອະນຸມັດແຜນການຈັດຊື້ລົດຫຼູລາຄາແພງ

ໃນວັນທີ 17/09/2025 ທີ່ຜ່ານມາ, ຈາກສຳນັກຂ່າວຈາກປະເທດຕີມໍ ເລສເຕ ລານງານວ່າ ມີເຫດການປະທ້ວງຈາກປະຊາຊົນຫຼາຍກວ່າ 2.000 ຄົນ ໃນນະຄອນຫຼວງດິລີ ປະເທດຕີມໍ ເລສເຕ, ໃນນັ້ນສ່ວນຫຼາຍແມ່ນນັກສຶກສາ ທັງໝົດມາເພື່ອປະທ້ວງແຜນການທີ່ໄດ້ຮັບອະນຸມັດເມື່ືອປີກ່ອນ...

ຂຶ້ນຄ່າແຮງງານຂັ້ນຕໍ່າ ໃຫ້ແກ່ແຮງງານໃນອຸດສາຫະກຳຕັດຫຍິບຂອງກໍາປູເຈຍ ປັບຂຶ້ນຈາກ 208 ໂດລາ ເປັນ 210 ໂດລາ ຕໍ່ເດືອນ

ປະກາດ​ໃນ​ວັນ​ທີ 17 ກັນຍາ ຜ່ານມາ​ວ່າ, ທ່ານ ຮຸນ ມາເນດ ນາຍົກລັດຖະມົນຕີ ກຳປູເຈຍ ໄດ້​ກຳນົດ​ຄ່າ​ແຮງງານ​ຂັ້ນ​ຕ່ຳ​ຕໍ່​ເດືອນ​ໃໝ່​ໃຫ້​ແກ່​ອຸດສາຫະກຳ​ຕັດຫຍິບ, ເກີບ ແລະ ສິນຄ້າ​ສຳລັບການເດີນທາງ ​ເປັນ...

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...