Homeຂ່າວພາຍ​ໃນ5 ປີ ສະຫວັນນະເຂດ ໄດ້ດູນການຄ້າ 2 ຕື້ກວ່າໂດລາສະຫະລັດ

5 ປີ ສະຫວັນນະເຂດ ໄດ້ດູນການຄ້າ 2 ຕື້ກວ່າໂດລາສະຫະລັດ

Published on

laopost

 

     ອີງ​ຕາມ​ການ​ລາຍ​ງານຜ່ານ​ໃນ​ກອງ​ປະ­ຊຸມ​ໃຫຍ່​ຜູ້​ແທນອົງ­ຄະ​ນະ​ພັກ​ແຂວງ​ສະ­ຫວັນ​ນະເຂດ ຄັ້ງ​ທີ VIII ໄດ້​ໃຫ້​ຮູ້​ວ່າ: ໃນໄລ­ຍະ 5 ປີ­ຜ່ານ­ມາ, ມູນ​ຄ່າ​ການສົ່ງ​ອອກ​ສິນ­ຄ້າ​ຂອງ​ແຂວງ​ສະ­ຫວັນ​ນະ​ເຂດ​ປະ­ຕິ­ບັດ​ໄດ້​ທັງ​ໝົດ 3,63 ຕື້້​ກວ່າ​ໂດ​ລາ​ສະ­ຫະ­ລັດ,ທຽບ­ໃສ່​ໄລ­ຍະ 5 ປີ (2006- 2010) ເພີ່ມ​ຂຶ້ນ 44%,  ທຽບ­ໃສ່ ຄາດ­ໝາຍ 5 ປີ (2011-2015) ແມ່ນ​ປະ­ຕິ­ບັດ​ໄດ້​ລື່ນ​ແຜນ​ເກືອບ 3 ເທື່ອ (ແຜນ​ແມ່ນ 1,24 ຕື້​ກວ່າ ໂດ​ລາ) ໂດຍ​ສິນ­ຄ້າ​ທີ່​ສົ່ງ​ອອກ

  ຫຼາຍ​ກວ່າ​ໝູ່​ແມ່ນ​ປະ­ເພດ​ແຮ່ ທາດ, ຮອງ​ລົງ​ມາ​ແມ່ນ​ສິນ­ຄ້າ​ອຸດ​ສາ ຫະ​ກຳ ແລະ​ຫັດ­ຖະ­ກຳ, ສິນ­ຄ້າ ນຳ​ເຂົ້າ ເພື່ອ​ສົ່ງ​ອອກ ແລະ​ອື່ນໆ ສຳ­ລັບ​ວຽກ​ງານ​ການ​ຄ້າ​ຕ່າງ​ປະ ເທດ​ຂອງ​ແຂວງ​ເຫັນ​ວ່າ​ໄດ້​ມີ​ທ່າ ອຽງ​ຂະ­ຫຍາຍ­ຕົວ​ດີ​ຂຶ້ນ​ເປັນ ກ້າວໆ ໂດຍ​ສະ­ເພາະ​ການ​ສົ່ງ ອອກ​ສິນ­ຄ້າ​ປະ­ເພດ​ອຸດ­ສາ­ຫະ­ກຳ ແລະ​ຫັດ­ຖະ­ກຳ​ເຖິງ​ວ່າ​ຈະ​ກວມ  ສ່ວນ​ແບ່ງ​ໜ້ອຍ​ຂອງ​ມູນ​ຄ່າ​ການ​ສົ່ງ​ອອກ​ທັງ​ໝົດ ແຕ່​ສັງ­ເກດ​ເຫັນ​ວ່າ​ມີ​ທ່າ​ກ້າວ​ຂະ­ຫຍາຍ­ຕົວ​ໄວ​ພໍ ສົມ­ຄວນ.

ຂະ­ນະ​ດຽວ​ກັນ, ທາງ​ດ້ານ ການ​ປະ­ຕິ­ບັດ​ມູນ​ຄ່າ​ການ​ນຳ​ເຂົ້າ ສິນ­ຄ້າ​ໃນ​ທົ່ວ​ແຂວງ ກໍ​ບັນ­ລຸ​ເຖິງ 1,28 ຕື້້​ກວ່າ​ໂດ​ລາ,  ທຽບ­ໃສ່​ໄລ ຍະ 5 ປີ­ຜ່ານ­ມາ ປະ­ຕິ­ບັດ​ໄດ້ 87,28% ແລະ​ສາ­ມາດ​ປະ­ຕິ­ບັດ ລື່ນ​ແຜນ 48,36% ຂອງ​ແຜນ ການ 5 ປີ (2011-2015 ແມ່ນ869,04 ລ້ານ​ໂດ​ລາ) ຊຶ່ງ​ການນຳ​ເຂົ້າ​ສ່ວນ​ໃຫຍ່​ແມ່ນ​ນ້ຳ­ມັນ​ເຊື້ອໄຟ ແລະ​ອາຍ​ແກສ໌, ສິນ­ຄ້າ​ນຳ​ເຂົ້າ ເພື່ອ​ການ​ສົ່ງ​ອອກ​ຕໍ່, ສິນ­ຄ້າ​ນຳ ເຂົ້າ​ຮັບ​ໃຊ້​ພາຍ​ໃນ​ແຂວງ, ສ່ວນ ການ​ນຳ​ເຂົ້າ​ຮັບ​ໃຊ້​ໂຄງ­ການ​ເຫັນ ວ່າ​ມີ​ທ່າ​ອ່ຽງ​ຫຼຸດ​ລົງ​ຫຼາຍ ໂດຍ​ສະ ເພາະ​ໃນ​ສົກ​ປີ 2012-2013 ຊຶ່ງໂດຍ​ລວມ​ແລ້ວ​ມູນ​ຄ່າ​ການ​ນຳ​ເຂົ້າ​ໃນ​ປະ­ຈຸ​ບັນ​ໄດ້​ຫຼຸດ​ລົງ​ຫຼາຍ​ກວ່າ2 ເທື່ອ ເມື່ອ​ທຽບ­ໃສ່​ສົກ​ປີ 2010-2011.

ທີ່ມາ ນສພ,້ເສດຖະຫິກ-ການຄ້າ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...