Homeຂ່າວຕ່າງປະເທດເບລາຣຸຍຊີຈະຕັດເລກສູນອອກຈາກທະນະບັດ 4 ຕົວ

ເບລາຣຸຍຊີຈະຕັດເລກສູນອອກຈາກທະນະບັດ 4 ຕົວ

Published on

laopost1

    ທາງການເບ​ລາ​ຣຸຍ​ຊີ​ຈະຕັດຕົວເລກ 0 ອອກຈາກທະ­ນະບັດມູນຄ່າຕ່າງໆ 4 ຕົວເລກ ນັບຕັ້ງແຕ່ກໍ­ລະ­ກົດປີ­ໜ້າ ເນື່ອງຈາກຈຳ­ນວນສູງເກີນໄປ.

 

ທ່ານ ວະເລັກ ຊານເດີ ລູ​ກາເຊນໂກ ປະ­ທາ­ນາ­ທິ­ບໍ­ດີເບ​ລາ​ຣຸຍ​ຊີ ເຊັນລົງນາມໃນທ້າຍອາ­ທິດທີ່ຜ່ານມາ ສັ່ງໃຫ້ກຳ­ນົດໜ່ວຍຄ່າເງິນໃນສະ­ກຸນເງິນ​ຣູບ​ຂອງປະເທດ​ຄືນໃໝ່ ຊຶ່ງຈະເຮັດໃຫ້ທະ­ນະບັດໃບ​ລະ 10.000ຣູບ ຖືກແທນທີ່ດ້ວຍໃບລະ 1 ຣູບ ຕັ້ງແຕ່ເດືອນກໍ­ລະ­ກົດປີ­ໜ້າ, ຊຶ່ງຖະແຫຼງ​ການຂອງທະ­ນາ­ຄານກາງເບ​ລາ​ຣຸຍ​ຊີ​ລະ­ບຸວ່າ ຄວາມເຄື່ອນໄຫວເປັນເລື່ອງທາງເຕັກ­ນິກ ແລະ ຈະບໍ່ສົ່ງຜົນກະ­ທົບຕໍ່ມູນຄ່າຂອງເງິນ​ຣູເບິລ​ຫຼືຕໍ່ອັດ­ຕາແລກ­ປ່ຽນເງິນ­ຕາຕ່າງ​ປະເທດ, ເງິນ​ຣູບ​ເບລາ​ຣຸຍ​ຊີ​ຊຶ່ງປະ­ຈຸບັນມີອັດ­ຕາແລກ­ປ່ຽນ 17.500 ຣູເບິລ​ຕໍ່ 1 ໂດລາສະ­ຫະ­ລັດ ໄດ້ຮັບຜົນກະ­ທົບຢ່າງໜັກໃນໄລ­ຍະບໍ່ທໍ່ໃດປີທີ່ຜ່ານມາເຊັ່ນດຽວກັບເສດ­ຖະ­ກິດຂອງປະເທດທີ່ເປັນແບບລວມ​ສູນກາງ.

ປະ­ຊາ­ຊົນໃນເບ​ລາ​ຣຸຍ​ຊີ​ອາດຕ້ອງໃຊ້ເງິນຈຳ­ນວນຫຼາຍແສນ​ຣູບ​ສຳ­ລັບຄ່າໂດຍ­ສານແທັກຊີໄລ­ຍະສັ້ນຫຼືຄ່າອາ­ຫານພໍ­ປະ­ມານ 1 ຄາບ ທາງການເບລາ​ຣຸຍ​ຊີ​ຕ້ອງຫຼຸດຄ່າເງິນ​ຣູບ​ຂອງປະເທດຫຼາຍ​ຄັ້ງ ເພື່ອພະ­ຍາ​ຍາມ​ຈັດ ການກັບຜົນກະ­ທົບຈາກວິກິດເສດ­ຖະ­ກິດໃນ​ຣັດເຊຍ(ຕາມຂ່າວຕ່າງ​ປະເທດ).

ທີ່ມາ ນສພ ເສດຖະກິດ ສັງຄົມ

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...