spot_img
Homeຂ່າວຕ່າງປະເທດSM ກໍ່ຕັ້ງຄ້າຍ Label SJ ສະຫລອງເປີດໂຕ Super Junior ຄົບ 10 ປີ

SM ກໍ່ຕັ້ງຄ້າຍ Label SJ ສະຫລອງເປີດໂຕ Super Junior ຄົບ 10 ປີ

Published on

30982_original

ວັນທີ 6 ພະ​​ຈິ​ກ SM Entertainment ກໍ່​ຕັ້ງຄ້າຍ Label SJ ເພື່ອ​ສະຫລອງ​ເປີດໂຕ10 ປີ ຂອງ Super Junior ເພື່ອ​ສະໜັບສະໜູນ​ແລະ​ສ້າງ​ລະບົບ​ໃຫ້​ເໝາະ​ກັບ​ຊຸບ​ເປີ​ຈູ​ເນຍ ຜ່ານ​ຜົນ​ງານ​ໃນ​ອະນາຄົດ​ບໍ່​ວ່າ​ຈະ​ເປັນ ງານ​ດ່ຽວ ກຸ່ມນ້ອຍ ແລະ​ກຸ່ມໃຫຍ່ ໃຫ້​ເຕັມ​ທີ່​ຫລາຍ​ທີ່ສຸດ

Label SJ ເປັນ​ຄ້າຍ​ເພງ​ສະເພາະ​ສຳລັບ ຊຸບ​ເປີລຈູເນຍ ໂດຍ​ຈະ​ເບິ່ງແຍງ​ທັງ​ການ​ຜະລິດ​ງານ​ເພງ​ລວມ​ເຖິງ​ການ​ບໍລິຫານ​ຈັດການ ຊຶ່ງ​ມີ​ແຜນ​ກຽມ​ເປີດເຜີຍ​ກິດຈະກຳ​ທີ່​ຫລາກ​ຫລາຍ ລວມ​ເຖິງ​ຜົນ​ງານ​ເພງ​ທີ່​ເຕັມ​ໄປ​ດ້ວຍ​ສະເໜ່​ແລະ​ຄວາມ​ພິເສດ​ຈາກ​ພວກ​ເຂົາ​ຕໍ່ໄປ

ຊຸບ​ເປີ​ຈູ​ເນຍ ເປີດໂຕ​ເມື່ອ​ວັນທີ່ 6 ພະ​ຈິ​ກ 2005 ຫລັງ​ຈາກ​ນັ້ນ ​ພວກເຂົາ​ມີ​ເພງ​ຮິດ​ຫລວງຫລາຍ ຕົວຢ່າງ ‘U’, ‘Sorry Sorry’, ‘Bonamana’, ‘ Mr. Simple’, ‘Devil’ ​ພວກເຂົາ​ໄດ້ຮັບ​ລາງ​ວັນ​ຈາກ​ງານ​ປະ​ກາ​ດລາງ​ວັນ​ຕ່າງໆ​ທົ່ວ​ອາຊີ ຈົນ​ໄດ້​ມີ​ຄອນ​ ເ​ສີດ​ແບ​ຣນ ‘Super Show’ ທົ່ວ​ໂລກ​ກວ່າ 71 ເມືອງ 120 ຮອບ​ການ​ສະແດງ ທ່າມ​ກາງ​ແຟນໆ​ເຂົ້າ​ຊົມ​ກວ່າ 1.8 ລ້ານ​ຄົນ

super-junior-sapphire-blue

 

maxresdefault

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...