spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມສັນຍານະເຕືອນ ມະເຮັງ ທ່ານບໍ່ຄວນເບິ່ງຂ້າມ

ສັນຍານະເຕືອນ ມະເຮັງ ທ່ານບໍ່ຄວນເບິ່ງຂ້າມ

Published on

234334
1. ມີສຽງຫວີດຂະນະຫາຍໃຈ ຫລື ຫາຍໃຈບໍ່ອິ່ມ ນິ້ເປັນໜຶ່ງໃນສັນຍາ ຂອງມະເຮັງປອດ ຜູ້ປ່ວຍມະເຮັງປອດຈຳນວນຫລາຍ ຈື້ໄດ້ວ່າ ເລິມຕົ້ນພວກເຂົາຈະມີອາການແບບນີ້
2. ໄອຊຳເຮື້ອຫລືເຈັບໜ້າເອິກ ຜູ້ປ່ວຍພະຍາດມະເຮັງບາງຢ່າງ ລວມທັງ ລູຄີເມຍ ແລະເນື້ອງອກໃນປອດ ຈະມີອາການໄອຊຳເຮື້ອຫລືເຈັບໜ້າເອິກ ຜູ້ປ່ວຍມະເຮັງປອດຈະມີອາຫານເຈັບໜ້າເອິກໄປຈົນເຖິງບ່າ ຫລືໃກ້ອງແຂນ
3. ເປັນໄຂ້ ຫລືຕິດເຊື້ອເລື້ອຍໆ ນີ້ອາດເປັນສັນຍານລູຄີເມຍ ຫລື ມະເຮັງໃນເມັດເລືອດ ທີ່ລຸກລາມມາຈາກໄຂກະດູກ
4. ກືນອາຫານລຳບາກ ການກືນອາຫານລຳບາກ ເປັນສັນຍານ ຂອງມະເຮັງໃນລຳຄໍ ແລະບາງເທື່ອອາດເປັນສັນຍາຂອງ ມະເຮັງປອດນຳເຊັ່ນກັນ
5. ຕ່ອມນ້ຳເຫລືອງໃຫຍ່ ຫລືມີກ້ອນທີ່ຄໍ, ກ້ອງຂີ້, ໜ້າຂາ ຖ້າຫາກພົບວ່າມີກ້ອນໃຫຍ່ ຕາມຕຳແໜ່ງເຫລົ່ານີ້ ສະແດງເຖິງຄວາມຜິດປົກກະຕິໃນການເຮັດວຽກງານຂອງຕ່ອມນ້ຳເຫລືອງ ໃຫ້ລະວັງວ່າ ອາດເປັນສັນຍານຂອງມະເຮັງໄດ້ເຊັ່ນດຽວກັນ
6. ມີຮ້ອຍຊ້ຳ ຫລືເລືອດອອກບໍ່ຫຍຸດ ສັນຍານນີ້ບອກໃຫ້ເຮົາຮູ້ວ່າມີບາງຢ່າງຜິດປົກກະຕິເກີດຂຶ້ນກ່ຽວກັບເມັດເລືອດແດງ ອາດເປັນສັນຍາຂອງ ລູຄີເມຍ
7. ອ່ອນເພຍແລະເໜື່ອຍລ້າ ການອ່ອນເພຍແລະເໜື່ອຍລ້າງ່າຍໆ ໂດຍບໍ່ຮູ້ສາເຫດ ເປັນສັນຍານຂອງມະເຮັງຫລາຍຊະນິດຊຶ່ງຕ້ອງໃຊ້ການສັງເກດປະກອບຮ່ວມກັບອາການອື່ນໆ ແຕ່ຫາກວ່າເຈົ້າມີ ເໜື່ອຍລ້າ ເຖິງແມ່ນວ່າຈະນອນຫລັບພັກຜ່ອນແລ້ວກໍຍັງບໍ່ເຊົາ ໃຫ້ຮີບພົບແພດໂດຍດ່ວນ
8. ທ້ອງອືດ ຫລືລົງພຸງ ຜູ້ຍິງທີ່ໄດ້ຮັບການພິຈາລະນາວ່າເປັນພະຍາດມະເຮັງຈຳນວນຫລາຍບອກວ່າອາການທ້ອງອືດໂດຍບໍ່ຮູ້ສາເຫດຊຶ່ງເກີດຂຶ້ນ ເປັນເວລາດົນຄືໜຶ່ງໃນອາການທີ່ເຕືອນວ່າມີບາງສິ່ງຜິດປົກກະຕິ (ຊຶ່ງຕ່າງຈາກອາການທີ່ເກິດຂື້ນພຽງເດືອນລະບໍ່ຈັກມື້ຂອງພາວະກ່ອນມີປະຈຳເດືອນ)
9. ຮູ້ສຶກອິ່ມ ແລະບໍ່ຢາກຮັບປະທານອາຫານ ການຮູ້ສຶກອິ່ມ ແລະບໍ່ຢາກຮັບປະທານອາຫານ ເຖິງແມ່ນວ່າຍັງບໍ່ໄດ້ຮັບປະທານຫຍັງເລີຍ (ເກນໃນການພິຈາລະນາພະຍາດຢູ່ທີ່ 13 ຄັ້ງໃນເວລາໜຶ່ງເດືອນ) ອາດເປັນສັນຍານຂອງມະເລັງຮວຍໄຂ່
10. ປວດກະດູກຫລືປວດທ້ອງນ້ອຍ ອາການປວດທ້ອງນ້ອຍພຽງຢ່າງດຽວອາດໝາຍເຖິງໄດ້ທັງພາວະພັງຜືດໃນມົດລູກ ຊີດໃນຮວຍໄຂ່ ແລະຄວາມຜິດປົກກະຕິໃນລະບົບສືບພັນອື່ນໆ ແພດຈຶ່ງມັກບໍ່ສົງໄສເລື່ອງພະຍາດມະເຮັງ ດັ່ງນັ້ນເຈົ້າຈຶ່ງຄວນຂໍໃຫ້ແພດກວດຮ່າງກາຍໂດຍລະອຽດ ເນື່ອງຈາກອາການປວດແລະຕະຄິວທີ່ທ້ອງນ້ອຍຫລືບໍລິເວນທ້ອງອາດເກີດຮ່ວມກັບອາການທ້ອງອືດຊຶ່ງເປັນອາການຂອງພະຍາດມະເຮັງຮວຍໄຂ່ໄດ້ ນອກຈາກນີ້ການຂະຫຍາຍຕົວຂອງມ້າມໃນຜູ້ປ່ວຍພະຍາດມະເຮັງເມັດເລືອດຂາວກໍອາດກໍ່ໃຫ້ເກີດອາການປວດທ້ອງເຊັ່ນກັນ
11. ຖ່າຍເປັນເລືອດ ຫລາຍຄົນອາດຄິດວ່າອາການຖ່າຍປົນເລືອດເປັນພຽງລິດສີດວງ ແຕ່ຢ່າປະມາດ ອາດຈະເປັນສັນຍານມະເຮັງລຳໄສ້ ຄວນຮີບພົບແພດໂດຍດ່ວນ
12. ນ້ຳໜັກລຸດບໍ່ຮູ້ສາເຫດ ຖ້າພົບວ່ານ້ຳໜັກຕົວລຸດລົງທັງທີ່ບໍ່ໄດ້ປ່ຽນແປງການກິນອາຫານຫລືການອອກກຳລັງກາຍ ກໍອາດສົງໄສໄດ້ວ່າເປັນອາການເບື້ອງຕົ້ນຂອງມະເຮັງລຳໄສ້ໃຫຍ່ແລະມະເຮັງອື່ນໆ ໃນທາງເດີນອາຫານ ແລະຍັງອາດເປັນຕົວບົ່ງຊີ້ວ່າມະເຮັງໄດ້ລາມໄປເຖິງຕັບແລ້ວຈຶ່ງສົ່ງຜົນຕໍ່ຄວາມຢາກອາຫານແລະຄວາມສາມາດໃນການກຳຈັດຂອງເສຍອອກຈາກຮ່າງກາຍ
13. ຖອກທ້ອງດຸ ອາດຈະເປັນສັນຍານມະເລັງລຳໄສ້ ຄວນຮີບພົບແພດໂດຍດ່ວນ
14. ເຕົ້ານົມ ແດງ ເຈັບ ບວມ ອາດບົ່ງຊີ້ເຖິງພະຍາດມະເຮັງເຕົ້ານົມຊະນິດອັກເສບ (inflammatory breast cancer) ຊຶ່ງມີອາການບວມ ຮ້ອນທີ່ເຕົ້ານົມ ສີທີ່ປ່ຽນໄປເປັນແດງຫລືມ່ວງກໍຖືເປັນອີກໜຶ່ງອາການທີ່ຄວນລະວັງບໍ່ຕ່າງຈາກພົບຮອຍບຸ໋ມຄ້າຍຜິວໝາກກ້ຽງທີ່ຜິວເຕົ້ານົມ ນອກຈາກນີ້ພະຍາດມະເຮັງເຕົ້ານົມຊະນິດອັກເສບຍັງອາດກໍ່ໃຫ້ເກີດອາການອື່ນໆທີ່ຫົວນົມ ເຊັ່ນອາການຄັນ ຜິວລອກເປັນແຜ່ນ ຫລືແຕກເປັນສະເກັດໄດ້ອີກດ້ວຍ
15. ລັກສະນະຂອງຫົວນົມປ່ຽນໄປ ໜຶ່ງໃນສັນຍານຫລັກໆ ຂອງມະເຮັງເຕົ້ານົມຄື ຈູ່ໆ ຫົວນົມກໍເລີ່ມບິດອ້ຽງໄປດ້ານຂ້າງ
16. ຄວາມຜິດປົກກະຕິຂອງປະຈຳເດືອນ ຄວາມຜິດປົກກະຕິຂອງປະຈຳເດືອນ ບໍ່ວ່າຈະຮູບແບບໃດໆ ຄວນຮີບປຶກສາແພດ ເພາະອາດເປັນສັນຍານຂອງມະເຮັງໃນມົດລູກໄດ້
17. ມີອາການບວມບໍລິເວນໃບໜ້າ ຜູ້ປ່ວຍມະເຮັງປອດບາງຄົນ ມີສັນຍານເລີ່ມຕົ້ນ ຄືໃບໜ້າບວມ ແດງ ເນື່ອງຈາກມະເຮັງປອດຊະນິດເຊນນ້ອຍ (small cell lung cancer) ປິດກັ້ນການໄຫລວຽນຂອງເລືອດໃນປອດ ເຮັດໃຫ້ການໄຫລວຽນຂອງເລືອດໃນຊ່ວງໃບໜ້າແລະສີສະຜິດປົກກະຕິ
18. ອາການປວດຫລັງຫລືບັ້ນແອວ ອາດເປັນສັນຍານຂອງມະເຮັງຕັບ ຫລືມະເຮັງເຕົ້ານົມ

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...