Homeຂ່າວການພັດທະນາລາວຄາດວ່າຈະມີລາຍຮັບຈາກເຂື່ອນໄຟຟ້ານ້ຳງຽບ 1 ຫຼາຍກວ່າ 4.800 ຕື້ກີບໃນໄລຍະ 27 ປີ

ລາວຄາດວ່າຈະມີລາຍຮັບຈາກເຂື່ອນໄຟຟ້ານ້ຳງຽບ 1 ຫຼາຍກວ່າ 4.800 ຕື້ກີບໃນໄລຍະ 27 ປີ

Published on

ໂຄງ​ການ​ກໍ່​ສ້າງ​ເຂື່ອນ​ໄຟ້ຟ້າ​ນ້ຳ​ງຽບ 1 ມີ​ກຳລັງ​ຕິດ​ຕັ້ງ290 ເມ​ກາ​ວັດ​, ຊຶ່ງ​ດຳ​ເນີນ​ການກໍ່​ສ້າງ​ຢູ່​ລະຫວ່າງ​ກາງແຂວງ​ບໍ​ລິ​ຄຳ​ໄຊແລະແຂວງ​ໄຊ​ສົມ​ບຸນ, ໂດຍ​ພາຍ​​ໃຕ້​ການ​ຄວບ​ຄຸມ​ແລະດຳ​ເນີນ​ງານ​ຂອງ​ບໍ​ລິ​ສັດ​ໄຟ​ຟ້າ​​ນ້ຳ​ງຽບ 1 ເຊິ່ງ​ປະ​ກອບ​ມີ 3 ຂາຮຸ້ນ​ໃຫ​ຍ່​ຄື: ບໍ​ລິ​ສັດ​ກັນ​ໄຊການ​ໄຟ​ຟ້າ​ແຫ່ງ​ປະ​ເທດ​ຍີ່​ປຸ່ນ( Kansai Electric Power ), ການ​ໄຟ​ຟ້​າ​ຝ່າຍ​ຜະ​ລິດ​ແຫ່ງ​ປະ​ເທດ​ໄທ ( EGAT ) ແລະ ວິ​ສາ​ຫະ​ກິດ​ຖື​ຮຸ້ນ​ລາວ. ຊຶ່ງໄດ້​ເລີ່ມ​ຕົ້ນ​ກໍ່​ສ້າງ​ມາ​ແຕ່​ເດືອນກັນ​ຍາ 2014 ຜ່ານ​ມາ ​ແລະ ມາຮອດ​ປັດ​ຈຸ​ບັນ​ໄດ້ສຳ​ເລັດ​ແລ້ວ 27% ​ໂດຍ​ບໍລິສັດ​ຜູ້​ລົງທຶນໄດ້​ຮັບ​ສຳ​ປະ​ທານ 27 ປີ​ ​ແລະຄາດ​ວ່າ ສປປ ລາວ​ ຈະ​ມີ​ລາຍ​ຮັບຫຼາຍກວ່າ 600 ລ້ານໂດ​ລາ​ສະ​ຫະ​ລັດ ປະມານ 4.800 ຕື້​ກີບຈາກ​ພາ​ສີ​ພະ​ລັງ​ງານ,ອາ​ກອນ​ຕ່າງໆ ແລະ ເງິນ​ປັນ​ຜົນ​ຈ່າຍ​ໃຫ້​ວິ​ສາ​ຫະ​ກ​ິດ​ຖື​ຮຸ້ນ​ລາວ.

ທ່ານ ໂຊ​ຈິ ຊຸດ​ຊຸຍ ( Shoji Tsutsui ) ຮອງ​ອຳ​ນວຍ​ການ​ບໍ​ລິ​ຫານ​​ພະ​ແນກ​ການກໍ່​ສ້າງ​ຂອງ​ບໍ​ລິ​ສັດ​ເຂື່ອນ​ໄຟ​ຟ້າ​ນ້ຳ​ງຽບ 1 ກ່າວ​ໃນ​ພິ​ທີ​ອ​ວ່າຍ​ແລວ​ນ້ຳ​ງຽບ​ເພື່ອ​ເລີ່ມ​ສ້າງ​ເຮືອນ​ຈັກ​ຜະ​ລິດ​ໄຟ​ຟ້າຫຼັກ​ຂອງ​ເຂື່ອນໃຫ​ຍ່​ວ່າ:​ ​ເຂື່ອນ​ໄຟ​ຟ້າ​ນ້ຳ​ງຽບ 1 ປະ​ກອບ​ມີ​ການກໍ່​ສ້າງ​ເຂື່ອນ 2 ເຂື່ອນ ແລະ ເຮືອນ​ຈັກ​ຜະ​ລິດ​ໄຟ​ຟ້າ 2 ຫລັງທີ່​ຕັ້ງ​ຢູ່​ນ້ຳ​ງຽບເມືອງບໍ​ລິ​ຄັນແຂວງ​ບໍ​ລິ​

ຄຳ​ໄຊ, ເຂື່ອນໃຫ​ຍ່​ (ຫຼື​ວ່າ​ເຂື່ອນຫຼັກ)​ມີ​ລວງ​ສູງ 140 ແມັດ, ສ້າງ​ອ່າງ​ກັກ​ນ້ຳ​ທີ່​ມີ​ເນື້ອ​ທີ່ 67 ກິ​ໂລ​ຕາ​ແມັດເຊິ່ງ​ຈະ​ກວມ​ເອົາ​ເນື້ອ​ທີ່ຈຳ​ນວນ​ໜຶ່ງ​ຂອງ​ແຂວງ​ໄຊ​ສົມ​ບູນ. ​ເຂື່ອນ​ໃຫ​ຍ່​ມີ​ເຮືອ​ນ​ຈັກ​ຜະ​ລິດ​ໄຟ​ຟ້າ​ປະ​ມານ 272 ເມ​ກາ​ວັດ​ເພື່ອ​ສົ່ງ​ອອກ​ຂາຍ​ໂດຍ​ຜ່ານ​ສະ​ຖາ​ນີ​ສາຍ​ສົ່ງ​ກະ​ແສ່ໄຟ​ຟ້າ​ນາ​ບົງ. ນ້ຳ​ທີ່​ຖືກ​ປ່ອຍ​ອອກ​ຈາກ​ເຂື່ອນ​ໃຫ​ຍ່​ຈະ​ໄຫຼ​ໄປ​​ອ່າງ​ກັກ​ນ້ຳ​ສຳ​ຮອງ ແລະ ໃນ​ນີ້​ ຈະ​ມີເຮືອນ​ຜະ​ລິດ​ໄຟ​ຟ້າ​ສຳ​ຮອງ​ທີ່ຈະ​ຜະ​ລິດ​ໄຟ​ຟ້າ​​ໄດ້ປະ​ມານ 18 ເມ​ກາ​ວັດ​ເພື່ອ​ຊົມ​ໃຊ້​ພາຍ​ໃນ​ປະ​ເທດ. ຊຶ່ງ​ເຂື່ອນ​ໄຟຟ້າ​ແຫ່ງ​ນີ້​ຈະ​ເລີ່ມ​ຜະ​ລິດ​ກະ​ແສ​ໄຟຟ້າໃນ​ຕົ້ນ​ປີ 2019 ທີ່​ຈະ​ມາ​ເຖິງ ​ແລະ ປັດ​ຈຸ​ບັນ​ວຽກ​ງານ​ອຸ​ບມຸງ​ທີ່​ມີ​ຄວາມ​ຍາວ  625 ແມັດ​ກໍສຳ​ເລັດການ​ກໍ່ສ້າງ​ແລ້ວ ແລະ ໄດ້​ເລີ່ມອ​ວ່າຍ​ແລວ​ນ້ຳ​ໄດ້​ຢ່າງ​ສົມ​ບູນ,ວຽກ​ງານຂຸດ​ຄົ້ນ​ໃນ​ບໍ​ລິ​ເວນ​ເຂື່ອນ​ໃຫ​ຍ່​ທັງ​ຝັ່ງ​ຊ້າຍ ແລະ ຝັ່ງ​ຂວາ​, ວຽກ​ງານກໍ່​ສ້າງ​ໂຮງ​ງານ​ປະ​ສົມ​ຊີ​ມັງ​ແບບ​ທຳ​ມະ​ດາ ແລະ ແບບ​ອັດ​ແໜ້ນ​ຂະ​ໜາດ​ໃຫ​ຍ່, ໂຮງ​ງານ​ບົດ​ຫີນ ແລະ ລະ​ບົບ​ສາຍ​ສົ່ງ​ເບ​ຕົ່ງ​,​ ສະ​ໜາມກໍ່​ສ້າງ​ເຂື່ອນກໍ່​ສຳ​ເລັດແລະ ມີ​ຄວາມ​ຄືບ​ໜ້າ​ເປັນ​ຢ່າງ​ດີ. ພິ​ທີອ​ວ່າຍ​ນ້ຳ​ງຽບ​ໄຫຼ​ຜ່ານ​ອຸບ​ມຸງ​ເພື່ອ​ສ້າງ​ເຮືອນ​ຈັກ​ຜະ​ລິດ​ໄຟ​ຟ້າຫຼັກໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 3 ພະ​ຈິກນີ້, ໂດຍ​ເຂົ້າ​ຮ່ວມ​ໃນ​ຂອງ ທ່ານ ເລື່ອນ​ວິ​ໄລ ຈັນ​ທະ​ລາ​ພັນ ເຈົ້າ​ເມືອງ-ເມືອງ​ບໍ​ລິ​ຄັນ, ມີຜູ້​ຕ່າງ​ໜ້າ​ບໍ​ລິ​ສັດ​ຜູ້​ຮັບ​ເໝົາ​ ແລະ ຜູ້​ຖື​ຮຸ້ນ​ລາວເຂົ້າ​ຮ່ວມນຳ​ດ້ວຍ

ທີ່ມາ ໜັງສືພິມລາວພັດທະນາ

ລພນ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...