spot_img
Homeມູມໄອທີລາວກຳນົດ​ການ​ເປີດ​ຕົວ Galaxy S7 ເດືອນ ກຸມພາ 2016 ແລະ​ ຈະ​ຮອງ​ຮັບ LTE Cat 12

ກຳນົດ​ການ​ເປີດ​ຕົວ Galaxy S7 ເດືອນ ກຸມພາ 2016 ແລະ​ ຈະ​ຮອງ​ຮັບ LTE Cat 12

Published on

galaxy-s6_th

ຫລັງ​ຈາກ​ທີ່​ມີ​ຂ່າວ​ຫລຸດ​ມາ​ກ່ຽວກັບ​ການ​ເປີດ​ຕົວ​ຂອງ​ມື​ຖື​​ລຸ້ນ​ໃໝ່​ຢ່າງ Samsung Galaxy S7 ວ່າ​ຈະ​ເກີດ​​ຕົ້ນ​ປີ 2016  ຫລ້າ​ສຸດ​ມີ​ການ​ຢືນຢັນ​ວ່າ​ຈະ​ເປີດ​ຕົວ​ຢ່າງ​ເປັນ​ທາງ​ການ​ໃນ​ເດືອນ ກຸມພາ​ນີ້

ເຫດ​ທີ່​ມີ​ການ​ເລື່ອນ​ການ​ເປີດ​ຕົວ​ມາ​ໄວ​ຂະໜາດ​ນີ້​ເມື່ອ​ທຽບ​ກັບ​ການ​ເປີດ​ຕົວ Galaxy Note 5 ໄວ​ກວ່າ​ຮອບ​ແລະ​ໄວ​ກວ່າ iPhone 6s ເລັກໜ້ອຍ ແລະ​ ມັນ​ກໍ​ປະ​ສົບ​ຄວາມ​ສຳ​ເລັດ​ດີ​ພໍ​ສົມຄວນ ເພາະ​ຄົນ​ໄດ້​ເຫັນ​ສິນ​ຄ້າ​ກ່ອນ ຈຶ່ງ​ນຳ​ກົນລະ​ຍຸດ​ແບບ​ນີ້​ມາ​ໃຊ້​ກັບ Galaxy S7
ແຕ່​ການ​ມາ​ເທື່ອ​ນີ້​ບໍ່​ທຳມະດາ​ເພາະ​ວ່າ ສະ​ເປກ​ຂອງ Galaxy S7 ທີ່​ຫລຸດ​ມາ​ກ່ອນ​ໜ້າ​ນີ້ ອາດຈະ​ມີ​ນຳກັນ​ເຖິງ 2 ເວີລ໌​ຊັ່ນ​ຄື CPU Qualcomm Snapdragon 820 ແລະ CPU ທີ່ Samsung ຜະລິດ​ເອງ​ຢ່າງ Exynos 8890(M1) ແລະ​ມີ​ອີກ​ລາຍ​ງານ​ໜຶ່ງ​ທີ່​ເຜີຍ​ອີ​ກວ່າ Galaxy S7 ຈະ​ຮອງ​ຮັບ LTE Cat 12 ຊຶ່ງ​ການ​ຮອງ​ຮັບ​ນີ້​ຈະ​ມີ​ຢູ່ໃນ CPU Snapdragon 820

ຊຶ່ງ​ຈຸດ​ເດັ່ນ​ຂອງ Cat 12 ຄື​ການ Download ໄດ້​ໄວ​ສຸດ​ທີ່ 600 Mb/s ແລະ Upload ໄວ​ສຸດ​ທີ່ 100 Mb/s ຖື​ວ່າ​ໄວ​ຫລາຍ​ພໍ​ສົມຄວນ ໂດຍ​ຫລາຍ​ແລ້ວ​ເຄືອ​ຂ່າຍ​ຈະ​ຮອງ​ຮັບ​ແຕ່​ຄວາມ​ໄວ​ສູງ​ສຸດ​ຈະ​ເຮັດ​ໄດ້​ຫລື​ບໍ່​ຂຶ້ນ​ຢູ່​ກັບ ປະລິມານ​ຂອງ​ຄົນ​ໃຊ້​ງານ​

ຢ່າງໃດ​ກໍ​ຕາມ ທັງ​ໝົດ​ນີ້​ຈະ​ເປັນ​ຄວາມຈິງ​ຫລື​ບໍ່ ລໍ​ຖ້າເບິ່ງ​ມື້​ຢືນຢັນ​ການ​ເປີດ​ຕົວ​ອີກ​ເທື່ອ​ວ່າ​ຈະ​ເກີດ​ຂຶ້ນ​ວັນທີ່​ເທົ່າ​ໃດ​ຕໍ່ໄປ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...