spot_img
Homeຂ່າວການສຶກສາສະພາມະຫາວິທະຍາໄລແຫ່ງຊາດ ຊຸດທີ III ໄຂກອງປະຊຸມສະໄໝສາມັນ ຄັ້ງທີ 26

ສະພາມະຫາວິທະຍາໄລແຫ່ງຊາດ ຊຸດທີ III ໄຂກອງປະຊຸມສະໄໝສາມັນ ຄັ້ງທີ 26

Published on

6-1gif

ກອງປະຊຸມສະໄໝ ສາມັນຂອງສະພາມະຫາວິທະຍາໄລແຫ່ງຊາດ (ມຊ) ຄັ້ງທີ 26 ຊຸດທີ III ແລະ ກອງປະຊຸມຄັ້ງ ປະຖົມມະລືກຂອງສະພາ ມຊ ຊຸດທີ IV ໄດ້ໄຂຂຶ້ນເມື່ອວັນທີ 4 ພະຈິກນີ້, ທີ່ ມຊ ໂດຍພາຍໃຕ້ ການເປັນປະທານຂອງ ທ່ານ ສຈ.ປອ (ດຣ) ບຸນຕຽມ ພິດສະໄໝ ປະທານສະພາ ມຊ ຊຸດທີ III, ທ່ານ ສຈ.ປອ(ດຣ) ບໍ່ແສງຄຳ ວົງດາລາ ກຳມະການສູນກາງພັກ ລັດຖະມົນຕີວ່າ ການກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ທັງເປັນປະທານສະພາ ມຊ ຊຸດທີ IV ຊຶ່ງມີບັນດາຮອງປະທານສະພາ, ບັນດາທ່ານສະ ມາຊິກຄະນະກຳມະການສະ ພາ ມຊ ຊຸດທີ III ແລະ ຊຸດທີ IV ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ໄດ້ຮັບ ຟັງການລາຍງານການເຄື່ອນ ໄຫວໂດຍສັງລວມຂອງ ມຊ, ຮັບຟັງການລາຍງານການ ເຄື່ອນໄຫວດ້ານວຽກງານວິຊາ ການຂອງ ມຊ ໃນໄລຍະທີ່ຜ່ານ ມາໂດຍສັງເຂບ, ຮັບຟັງການ ລາຍງານສະພາບການຈັດຕັ້ງ ປະຕິບັດແຜນງົບປະມານ 2014-2015 ແລະ ຜ່ານແຜນ ງົບປະມານ 2015-2016 ຮັບ ຟັງການລາຍງານແຜນຍຸດທະ ສາດພັດທະນາການສຶກສາ 2016-2025, ແຜນພັດທະນາ 2016-2020 ແລະ ວິໄສທັດ ຮອດປີ 2030 ຂອງ ມຊ, ໄດ້ຮັບຟັງການຕີລາຄາຄືນການ ເຄື່ອນໄຫວຂອງ ສະພາມະວິທະຍາໄລແຫ່ງຊາດ ຊຸດທີ III ພ້ອມນັ້ນກໍໄດ້ດຳເນີນ ການ ມອບ -ຮັບໜ້າທີ່ລະຫວ່າງ ທ່ານ ສຈ. ປອ (ດຣ) ບຸນຕຽມ ພິດສະໄໝ ປະທານສະພາ ມຊ ຊຸດທີ III ແລະ ທ່ານ ສຈ.ປອ (ດຣ) ບໍ່ແສງຄຳ ວົງດາລາ ປະທານ ສະພາ ມຊ ຊຸດທີ IV, ພ້ອມ ນັ້ນສະພາມະຫາວິທະຍາໄລ ແຫ່ງຊາດຊຸດທີ IV ໄດ້ດຳເນີນ ກອງປະຊຸມຄັ້ງປະຖົມມະລຶກ ຂອງຕົນ.
ໃນພິທີ ທ່ານ ສຈ.ປອ (ດຣ) ບຸນຕຽມ ພິດສະໄໝ ປະ ທານສະພາ ມຊ ຊຸດທີ III ໄດ້ ຜ່ານບົດລາຍງານໂດຍສັງເຂບ ວ່າ: ຕະຫຼອດໄລຍະ 5 ປີຜ່ານ ມາສະມາຊິກສະພາ ມຊ ຊຸດທີ III ໄດ້ປະຕິບັດໜ້າທີ່ຂອງຕົນ ປະກອບສ່ວນເຄື່ອນໄຫວຕາມ ພາລະບົດບາດເປັນຕົ້ນໄດ້ພິ ຈາລະນາຄົ້ນຄວ້າຜ່ານ ແຜນ ຍຸດທະສາດ ມຊ ຜ່ານທຳມະ ນູນ ມຊ, ໄດ້ ປັບປຸງດຳ ລັດວ່າ ດ້ວຍຕຳແໜ່ງວິຊາການຄູ ສອນ ມຊ ແລະ ສະຖາບັນການ ສຶກສາຊັ້ນສູງຕ່າງໆ, ພິຈາລະ ນາສະເໜີແຕ່ງຕັ້ງຕຳແໜ່ງວິ ຊາການຄູສອນຂັ້ນສາດສະດາຈານ, ສາດສະດາຈານພິເສດ, ຂັ້ນຮອງສາດສະດາຈານ, ຂັ້ນອາຈານ, ຂັ້ນຜູ້ຊ່ວຍ ອາ ຈານ ແລະ ວຽກງານອື່ນໆເພື່ອ ປະກອບສ່ວນເຂົ້າໃນການພັດ ທະນາວຽກງານຂອງມະຫາວິ ທະຍາໄລແຫ່ງຊາດໃຫ້ມີບາດ ກ້າວຂະຫຍາຍ ຕົວຍິ່ງໆຂຶ້ນ.

 

ແຫລ່ງຂ່າວ:

ປຊຊ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...