spot_img
HomeມູມໄອທີລາວDisney ຈັບມື Circle” ສ້າງແອັບປ້ອງກັນເດັກນ້ອຍບໍ່ໃຫ້ເຂົ້າເຖິງເວັບໄຊຕ໌ອັນຕະລາຍ!!

Disney ຈັບມື Circle” ສ້າງແອັບປ້ອງກັນເດັກນ້ອຍບໍ່ໃຫ້ເຂົ້າເຖິງເວັບໄຊຕ໌ອັນຕະລາຍ!!

Published on

Screen-Shot-2558-11-05-at-10.22.45-AM

ແນ່ນອນ​ວ່າ​ໂລກ​ອອນ​ໄລນ໌ ແລະ​ ເທກ​ໂນ​ໂລ​ຍີ​ມີ​ການ​ພັດທະນາ​ໄປ​ຢ່າງ​ຕໍ່​ເນື່ອງ ພໍ່​ແມ່​ຜູ້​ປົກຄອງ​ຫລາຍ​ທ່ານ​ກໍ​ຍ່ອມ​ເປັນ​ຫ່ວງ​ລູກ​ຫລານ​ເປັນ​ທຳມະດາ ເພາະ​ໂລກ​ອອນ​ໄລນ໌ ແລະ​ ເທກ​ໂນ​ໂລ​ຍີ ບໍ່​ໄດ້​ມີ​ແຕ່​ດ້ານ​ດີ​ພຽງ​ຢ່າງ​ດຽວ

Disney ຈຶ່ງ​ໄດ້​ຮ່ວມ​ມື​ກັບ Circle ຊຶ່ງ (Circle ຄື ຟັງຊັ່ນ​ສຳລັບ​ການ​ຈັດການ​ຄວາມ​ສຳພັນ​ຂອງ​ແຕ່​ລະ​ບຸກ​ຄົນ​ຕ່າງໆ​ກັບ​ຕົວ​ເຮົາ) Disney ແລະ Circle ໄດ້ ສ້າງ​ແອັບ​ໃໝ່ ທີ່​ຈະ​ມາ​ເປັນ​ຕົວ​ຊ່ວຍ​ໃຫ້​ຜູ້​ປົກຄອງ​ສາມາດ​ປ້ອງ​ກັນ​ລູກຫລານ​ບໍ່​ໃຫ້​ເຂົ້າ​ເຖິງ​ເວັບ​ໄຊຕ໌​ໃນ ອິນ​ເຕີລ໌​ເນັດ​ທີ່​ເປັນ​ອັນຕະລາຍ​ຕໍ່​ຕົວ​ເດັກ​ໄດ້ ບໍ່​ວ່າ​ຈະ​ຢູ່ໃນ​ເຮືອນ ຫລື​ນອກ​ເຮືອນ​ກໍ​ຕາມ

Screen-Shot-2558-11-05-at-10.22.57-AM

Circle with Disney ຄື ເທກ​ໂນ​ໂລ​ຍີ​ໃໝ່ທີ່​ກ່າວເຖິງ ໂດຍ​ຈະ​ຊ່ວຍ​ໃຫ້​ຜູ້​ປົກຄອງ​ສາມາດ​ຄວບ​ຄຸມ​ເວລາ​ຫລິ້ນ​ອິນ​ເຕີລ໌​ເນັດ​ ແລະ​ ຈັດສັນ​ເວັບ​ໄຊຕ໌​ທີ່​ເດັກນ້ອຍສາມາດ​ເຂົ້າໄປ​ເບິ່ງ​ໄດ້ ແລະ​ ທີ່​ພິເສດ​ເລີຍ​ຄື ປຸ່ມ​ທີ່​ຢຸດ​ການ​ເຂົ້າ​ເຖິງ​ອິນ​ເຕີລ໌​ເນັດ​ໄດ້​ທັນ​ທີ ຊຶ່ງ​ຖ້າ​ຫາກ​ຜູ້​ປົກຄອງ​ກວດ​ພົບ​ວ່າເດັກນ້ອຍ​ກຳ​ລັງ​ຈະ​ເຂົ້າໄປ​ສູ່​ເວັບ​ໄຊຕ໌​ທີ່​ບໍ່​ປອດ​ໄພ ຜູ້​ປົກຄອງ​ກໍ​ສາມາດ​ກົດ​ປຸ່ມ​ທີ່​ວ່າ​ນີ້​ໄດ້​ທັນ​ທີ

ນອກ​ຈາກ​ນັ້ນ​ຍັງມີ​ປຸ່ມ Bed Time mode ທີ່ ອອກ​ແບບ​ມາ​ເພື່ອ​ໃຫ້​ເຂົ້າ​ກັບ​ຕາ​ລາງ​ເວລາ​ນອນ​ຂອງ​ສະມາຊິກ​ແຕ່​ລ່ະ​ຄົນ ໂດຍ​ເມື່ອ​ເຈົ້າ​ຕັ້ງ​ເວລາ ເຄື່ອງ​ມື​ຈະ​ຕັດ​ການ​ເຊື່ອມ​ຕໍ່​ອິນ​ເຕີລ໌​ເນັດ​ສຳລັບ​ສະມາຊິກ​ຄົນ​ນັ້ນໆ ຕາມ​ເວລາ​ທີ່​ກຳນົດ​ແລະ​ເຊື່ອມ​ຕໍ່​ໃຫ້​ໃໝ່​ໃນ​ຕອນ​ເຊົ້າ

Screen-Shot-2558-11-05-at-10.23.07-AM

ແລະ​ທີ່​ສຸດຍອດເລີຍກໍ່​ຄື ມັນ​ຍັງ​ສາມາດ block ads ແລະອອກ​ໄອ​ດີ (ID) ສຳລັບ​ແຂກ​ໃຫ້​ທັນ​ທີ ຫາກ​ເຈົ້າ​ມີ​ໝູ່​ມາ​ໃຊ້​ງານ ການ​ຄວບ​ຄຸມ​ທັງ​ໝົດ​ຈະ​ຢູ່​ທີ່​ແອັບ ລະບົບ IOS

Circle with Disney ວາງ​ຂາຍ​ແລ້ວ​ມື້​ນີ້ ລາ​ຄາ​ເລີ່ມ​ຕົ້ນ​ທີ່ 99 ດອນ​ລາ ຢ່າງໃດ​ກໍ​ຕາມ ຊື່ The Circle ເບິ່ງ​ຈະ​ບໍ່​​ໜ້າ​ໃຊ້​ປານໃດ​​ເພາະ​ມັນ​ໄປ​ຟ້ອງ​ກັບ​ນິ​ຍາຍ​ຂອງ Dave Eggers ຊື່ ດຽວ​ກັນ ຊຶ່ງ​ເວົ້າ​ເຖິງ​ບໍລິສັດ​ທີ່​ຄວບ​ຄຸມ​ການ​ເຂົ້າ​ເຖິງ​ເທກ​ໂນ​ໂລ​ຍີ​ຂອງ​ປະຊາຊົນ​ຢ່າງ​ເຂ້ມ​ງວດ ງານ​ນີ້​ໃຜ​ໃຊ້​ສະ​ມາດ​ໂຟນ​ທີ່​ເປັນ​ແອ​ນດຣອຍ​ກໍ​ຄົງ​ຕ້ອງ​ລໍ​ຖ້າກັນ​ໄປ​ກ່ອນ​!! ແຕ່​ທີ່​ສຳຄັນ​ມັນ​ມີ​ປະໂຫຍດ​ສຳລັບ​ຄອບຄົວ​ທີ່​ມີ​ລູກ​ຫລານແນ່ນອນ ປອດ​ໄພ​ໄວ້​ກ່ອນ ກັນ​ດີກວ່າ​ແກ້​

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...