spot_img
Homeຂ່າວການພັດທະນາລາວ-ຈີນຈະລົງມືວາງສີລາເລີກກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງໃນເວລາອັນໄກ້ນີ້

ລາວ-ຈີນຈະລົງມືວາງສີລາເລີກກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງໃນເວລາອັນໄກ້ນີ້

Published on

12189916_446170932253359_1162394193258735297_n

ຂປລ. ໃນວັນທີ 04 ຕຸລາ 2015 ທີ່ຫ້ອງວ່າການລັດຖະບານ ໄດ້ຈັດກອງປະຊຸມຄະນະຊີ້ນຳໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຂຶ້ນ ພາຍໃຕ້ການເປັນປະທານຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານເສດຖະກິດການຜະລິດ ແລະ ຈໍລະຈອນ ທັງເປັນຫົວໜ້າຄະນະຊີ້ນຳໂຄງການດັ່ງກ່າວເຊິ່ງມີທ່ານລັດຖະມົນຕີວ່າການ, ບັນດາລັດຖະມົນຕີຊ່ວຍວ່າການ, ກົມກອງ, ຂະແໜງການ ແລະ ພະນັກງານວິຊາການໃນຄະນະຊີ້ນຳໂຄງການ, ບັນດາຜູ້ຕາງໜ້າ ສະພາແຫ່ງຊາດ, ອ້ອມຂ້າງສູນກາງ, ບັນດາແຂວງ ແລະ ນະຄອນຫຼວງ ທີ່ມີເສັ້ນທາງລົດຜ່ານ ເຂົ້າຮ່ວມ.
ກອງປະຊຸມ, ໄດ້ລາຍງານໃຫ້ຊາບ ກ່ຽວກັບການຈັດຕັ້ງປະຕິບັດໃນໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ໃນໄລຍະຜ່ານມາ ເຊິ່ງນັບແຕ່ໄດ້ລາຍງານຄວາມຄືບໜ້າຂອງໂຄງການ ນັບແຕ່ເດືອນມີນາ 2015 ມານີ້. ການນຳສູງສຸດ ແລະ ຄະນະຊີ້ນຳໂຄງການຂອງທັງສອງປະເທດ ກໍ່ໄດ້ພ້ອມກັນຊຸກຍູ້ໂຄງການ ໃຫ້ມີການຮ່ວມມືກັນຢ່າງສະໜິດແໜ້ນ. ຄຽງຄູ່ກັນນັ້ນ, ຄະນະປະສານງານ ກໍ່ໄດ້ມິການປະສານສົມທົບກັບຝ່າຍຈີນຫຼາຍຄັ້ງ ເພື່ອແລກປ່ຽນຂໍ້ມູນ, ປຶກສາຫາລື ແລະ ສ້າງເງື່ອນໄຂເຕັກນິກຕ່າງໆ ບໍ່ວ່າຈະເປັນທາງດ້ານການລົງທຶນ, ການເງິນ ແລະ ການສ້າງຕັ້ງບໍລິສັດຮ່ວມກັນ ຈົນສາມາດທີ່ຈະວາງສິລາລືກໄດ້. ຈາກຜົນສຳເລັດດັ່ງກ່າວນັ້ນ, ເພື່ອເປັນການສ້າງຂະບວນສະເຫຼີມສະຫຼອງ ຂ່ຳນັບຮັບຕ້ອນ ວັນຊາດທີ 2 ທັນວາ ຄົບຮອບ 40 ປີ ໃນປີ 2015 ນີ້ ທັງສອງຝ່າຍຈະໄດ້ວາງສິລາເລີກກໍ່ສ້າງໂຄງການທາງລົດໄຟ ລາວ-ຈີນ ຮ່ວມກັນ ທີ່ນະຄອນຫຼວງວຽງຈັນ ໃນມໍ່ໆນີ້.
ພ້ອມນີ້, ກອງປະຊຸມ ຍັງໄດ້ປຶກສາຫາລືກັນ ກ່ຽວກັບການກຽມພ້ອມ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ໂຄງການ ແລະ ເຮັດໃຫ້ການຈັດຕັ້ງປະຕິບັດໂຄງການ ໄດ້ຮັບໝາກຜົນເປັນຢ່າງດີ ທັງການກະກຽມດ້ານແຮງງານ, ການຕອບສະໜອງຂອງຝ່າຍລາວ ດ້ານວັດຖຸອຸປະກອນ, ເຕັກນິກ ແລະ ສະບຽງອາຫານໃຫ້ແກ່ໂຄງການ ລວມເຖິງການຄຸ້ມຄອງແລວທາງຕາມເສັ້ນທາງລົດໄຟ, ການຊົດເຊີຍ, ການກະກຽມດ້ານນິຕິກຳຕ່າງໆ, ວຽກງານການປ້ອງກັນຄວາມສະຫງົບປອດໄພ ແລະ ວຽກງານອື່ນໆທີ່ປິ່ນອ້ອມ ເພື່ອສ້າງເງື່ອນໄຂສະດວກ ໃຫ້ແກ່ການບໍລິການ ແລະ ຂົນສົ່ງ ໃນອະນາຄົດ

ທີ່ມາ ຂ່າວສານປະເທດລາວ

ຂປລ

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...