ທາງການອິນໂດນີເຊຍສັ່ງຂະຫຍາຍເວລາການປິດສະໜາມບິນເທິງເກາະບາຫລີ ກະທົບຖ້ຽວບິນຫລາຍກວ່າ 100 ຖ້ຽວ ຫລັງພູເຂົາໄຟເດືອດຈົນຖ່ານກະຈາຍເຕັມທ້ອງຟ້າ ມື້ວັນພຸດທີ່ 4 ພະຈິກ 2015 ສຳນັກຂ່າວເອເອັບພີ ລາຍງານຈາກນະຄອນຫລວງຈາກາຕ້າ ປະເທດອິນໂດນີເຊຍ ເມື່ອວັນທີ່ 4 ວ່າທາງການອິນໂດນີເຊຍສັ່ງຂະຫຍາຍເວລາການປິດສະໜາມບິນນານາຊາດງູລະໄລ ເທິງເກາະບາຫລີ ສະຖານທີ່ທ່ອງທ່ຽວທີ່ສຳຄັນຂອງປະເທດ ຫລັງຢຸດທຳການຊົ່ວຄາວມາຕັ້ງແຕ່ມື້ອັງຄານທີ່ 3 ພະຈິກ ເນື່ອງຈາກພູເຂົາໄຟລິນຈານີ ຊຶ່ງຕັ້ງຢູ່ເທິງເກາະລອມບອກ ທາງຕະເວັນອອກຂອງເກາະບາຫລີ ເກີດເດືອດຂຶ້ນສົ່ງເຖົ່າຖ່ານກະຈາຍຟົ້ງເຕັມທ້ອງຟ້າເທິງສະໜາມບິນ ເຈົ້າຫນ້າທີ່ຂອງສະໜາມບິນງູລະໄລກ່າວວ່າ ສະໜາມບິນຈະຢຸດທຳການຈົນເຖິງເວລາ 07.45 ນ. (ຕາມເວລາລາວຂອງມື້ວັນພະຫັດ) ເພາະຖ່ານພູເຂົາໄຟທີ່ເດືອດຂຶ້ນມາເຮັດໃຫ້ທັດສະວິໄສໃນການບິນບໍ່ດີ ກະທົບກັບຖ້ຽວບິນຈຳນວນ 106 ຖ້ຽວ ໃນຈຳນວນນີ້ເປັນສາຍການບິນຈາກນານາຊາດ 59 ແຫ່ງ ແຕ່ສະຖານນະການທຸກຢ່າງຍັງຄວບຄຸມໄດ້ ສາຍການບິນເວີຈິນອອດສ໌ເຕເຣຍແລະເຈັດສະຕາລ໌ໄດ້ສັ່ງຍົກເລີກຖ້ຽວບິນທີ່ຈະໄປເກາະ ບາຫລີເມື່ອມື້ວັນອັງຄານທັງໝົດ ທັງນີ້ ຜູ້ຊ່ຽວຊານເຜີຍວ່າ ເຖົ່າຖ່ານພູເຂົາໄຟເປັນອັນຕະລາຍກັບເຄື່ອງຈັກຂອງເຮືອບິນຫລາຍກວ່າລົບກວນການບິນເສຍອີກ“
ອິນໂດ ຂະຫຍາຍເວລາປິດສະໜາມບິນບາຫລີ
1532
ບົດຄວາມຫຼ້າສຸດ
ຂ່າວພາຍໃນ
ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ
ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...
ຂ່າວພາຍໃນ
ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ
ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...
ຂ່າວພາຍໃນ
ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ
ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...
ຂ່າວພາຍໃນ
ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ
ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...


