Home​ຂ່າວບັນເທິງສິລະປິນລາວຮ່ວມຮ້ອງເພງໃນກອງປະຊຸມລັດທະມົນຕີວິທະຍາສາດອາຊຽນປີ 2015

ສິລະປິນລາວຮ່ວມຮ້ອງເພງໃນກອງປະຊຸມລັດທະມົນຕີວິທະຍາສາດອາຊຽນປີ 2015

Published on

11221709_890277501069222_7226247301955660794_n

ໃນຕອນເຊົ້າຂອງວັນທີ 4/11/2015 ທີ່ດອນຈັນພາເລດ ມີການຈັດງານກອງປະຊຸມລັດທະມົນຕີອາຊຽນຂຶ້ນ ໂດຍມີສິລະປິນສະໂມສອນເຕະບານລາວລວມສິລະປິນລາວຮ່ວມຮ້ອງເພງໃນງານດັ່ງກ່າວ ມີຊື່ເພງວ່າ ໄຂກະແຈສູ່ຄວາມຈະເລີນ ເຊິ່ງນໍາໂດຍ ອ້າຍບຸນມະນີ , ອ້າຍສົມສິນ ທຳມະຈະເລີນ, ໂອລ້າ ແບັກອາຍ,ເປັດນ້ອຍ, ຕູ່ ຮີໂຣ ,ເມກຂະຫລາ ສະຖາພອນ ແລະ ອີກຈຳນວນຫລວງຫລາຍ

ນອກຈາກການຮ້ອງເພງແລ້ວຍັງມີຮູບຄວາມຮັກແພງສາມັກຄີຂອງອ້າຍນ້ອງສິລະປິນລາວເຊິ່ງ ທ່ານ ສົມສິນ ທຳມະຈະເລີນ ຮອງປະທານສະໂມສອນເຕະບານລາວລວມສິລະປິນລາວ ໄດ້ມອບເງິນຊ່ວຍເຫລືອໃຫ້ ເປັດນ້ອຍເພື່ອໄປປິ່ນປົວພະຍາດກະເພາະອັກເສບນໍາອີກ

12193704_1024570337593095_2618931337485700226_n

12191627_890342097729429_1293378417516837546_n

 

12189993_983724388316916_75668623905463225_n

 

12191627_890342097729429_1293378417516837546_n

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...