spot_img
Homeຂ່າວພາຍ​ໃນເຈົ້າໜ້າທີ່ແຂວງຄຳມ່ວນ ກວດຍຶດສິນຄ້າໝົດອາຍຸ ໄດ້ຫລາຍລາຍການ!

ເຈົ້າໜ້າທີ່ແຂວງຄຳມ່ວນ ກວດຍຶດສິນຄ້າໝົດອາຍຸ ໄດ້ຫລາຍລາຍການ!

Published on

Untitled-1.04.11.1

ຂປລ. ​ເມື່ອ​ທ້າຍ​ເດືອນ​ຕຸລາ​ຜ່ານ​ມາ, ພະ​ແນ​ກອຸດສາຫະກຳ ​ແລະ​ ການ​ຄ້າ​ແຂວງ​​ຄຳ​ມ່ວນ ຮ່ວມ​ກັບ ພະ​ແນ​ກສາທາລະນະ​ສຸກ(ຂະ ແໜງອາຫານ ​ແລະ ຢາ​) ​ໄດ້​​ເຄື່ອນ​ໄຫວ​ກວດກາ​ສິນຄ້າ​ທີ່ບໍ່​ໄດ້​ມາດຕະຖານ, ໝົດ​ອາຍຸ, ນໍາ​ເຂົ້າ​ບໍ່​ຖືກຕ້ອງ ​ແລະ ກວດກາ​ຊິງ​ຊັ່ງ ເພື່ອ​ເຮັດ​ໃຫ້​ຜູ້​ບໍລິ​ໂພ​ກມີ​ຄວາມ​ປອດ​ໄພ ​ແລະ ຜູ້​ປະກອບ​ການ​ໃຫ້​ຫັນ​ເຂົ້າ​ສູ່​ລະບຽບ, ມີ​ຄວາມ​ຮັບຜິດຊອບ​ສູງ​ຕໍ່ຜະ​ລິດ​ຕະພັນ​ຂອງ​ຕົນ.

​ ຜ່ານການກວດ​ກາຕົວຈິງຈໍານວນ 51 ຫົວໜ່ວຍ, ສາມາດກວດພົບ ແລະ ຢຶດສິນຄ້າໝົດອາຍຸບໍລິໂພກ ຈໍານວນ 5 ລາຍການ ເຊັ່ນ: ນໍ້າຫວານແຟນຕ້າ, ແປັບຊີ, ກາເຟໂອລິບ, ດີໂດ້ ແລະ ອາຫານເສີມ ລວມມູນຄ່າທັງໝົດ 1,3 ລ້ານ​ກີບ. ຢຶດສິນຄ້າໝົດອາຍຸການນໍາໃຊ້ ຈໍານວນ 5 ລາຍການ ເຊັ່ນ: ໂລອອນ, ໂຟມລ້າງໜ້າ, ໂລຊັນທາຜິວ, ນໍ້າມັນທາຜົມ ແລະ ສະບູ່ ລວມມູນຄ່າປະມານ 1,5 ລ້ານກີບ, ສິນຄ້າທີ່ຫ້າມຈໍາໜ່າຍ ປະເພດມີດ (ສະປາຕ້າ) ຈໍານວນ 13 ດວງ; ຢຶດຊິງຊັ່ງທີ່ບໍ່ໄດ້ມາດຕະຖານ (ຊິງອອ່ນ) ໄດ້ທັງໝົດ 4 ໜ່ວຍ.

ສຳລັບເຈົ້າຂອງສິນຄ້າ ຫລື ຜູ້ປະກອບທຸລະກິດ, ທີມງານເຈົ້າໜ້າທີ່ໄດ້ສ້າງບົດບັນທຶກໄວ້ເພື່ອເປັນຫລັກຖານ ແລະ ເປັນການຮັບຮູ້ທັງສອງຝ່າຍ, ພ້ອມທັງຢຶດເອົາສິນຄ້າ ຫລື ເຄື່ອງມືການວັດແທກເອົາໄວ້ເພື່ອລໍຖ້າດໍາເນີນ ຕາມລະບຽບການ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...