Homeຂ່າວເຫດການແຂວງບໍລິຄຳໄຊ ສະເຫຼີມສະຫຼອງຮູບຫຼໍ່ ທ່ານ ສີສົມພອນ ລໍວັນໄຊ ການນຳປະຕິວັດຮຸ່ນທຳອິດ!

ແຂວງບໍລິຄຳໄຊ ສະເຫຼີມສະຫຼອງຮູບຫຼໍ່ ທ່ານ ສີສົມພອນ ລໍວັນໄຊ ການນຳປະຕິວັດຮຸ່ນທຳອິດ!

Published on

1-1

ແຂວງບໍລິຄຳໄຊ ຈັດພິທີສະເຫຼີມສະຫຼອງຮູບຫຼໍ່ ທ່ານ ສີສົມພອນ ລໍວັນໄຊ ອະດີດ ຜູ້ນຳການປະຕິວັດລາວ ຮຸ່ນທຳອິດໃນວັນທີ 30-31 ຕຸລາ ຜ່ານມາຢູ່ ອະນຸສາວະລີ ທ່ານ ສີສົມພອນ ລໍວັນໄຊ ບ້ານອານຸສອນໄຊ ເທດສະບານເມືອງ ປາກຊັນ ແຂວງບໍລິຄຳໄຊ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ທອງສິງ ທຳມະວົງ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ; ທ່ານ ດຣ. ກອງແກ້ວ ໄຊສົງຄາມ ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ, ມີຫົວໜ້າຄະນະຈັດຕັ້ງສູນ ກາງພັກ, ຫົວໜ້າຫໍພິພິທະພັນ ໄກສອນ ພົມວິຫານ ຂັ້ນສູນກາງ, ການນຳຂັ້ນສູນກາງ, ແຂວງ, ພະອາຈານ ພ້ອມ ດ້ວຍພະສົງ, ສາມະເນນ ຕະຫຼອດ ຮອດພະນັກງານ-ລັດຖະກອນ, ພໍ່ແມ່ປະຊາຊົນ ພ້ອມດ້ວຍ ຄອບຄົວລູກຫຼານຂອງທ່ານ ເຂົ້າຮ່ວມ.
ໃນພິທີໄດ້ຫວນຄືນປະ ຫວັດການເຄື່ອນໄຫວ ແລະ ພາລະກິດປະຕິວັດຂອງ ທ່ານ ສີສົມພອນ ລໍວັນໄຊ, ທ່ານ ເກີດເມື່ອວັນທີ 7 ກໍລະກົດ 1916 ຢູ່ບ້ານພົບການ ຕາແສງ ຫ້ວຍຄ້າງ ເມືອງຄຳເກີດ ແຂວງ ຄຳມ່ວນ. ປະຈຸບັນເປັນບ້ານ ໂພນງາມ ເມືອງໄຊຈຳພອນ ແຂວງບໍລິຄຳໄຊ, ພໍ່ຂອງທ່ານ ຊື່ທ້າວ ສຸວັນທອງດີ ເກີດໃນ ຊົນຊັ້ນຊາວໄຮ່ນາ ເປັນຊົນ ເຜົ່າເມີ້ຍ, ແມ່ຊື່ ນາງ ບຸນມີ, ມີ ເອື້ອຍ-ອ້າຍນ້ອງຮ່ວມອຸທອນ ດຽວກັນ 5 ຄົນ. ໃນວັນທີ 9 ພຶດສະພາ 1946 ທ່ານ ສີສົມ ພອນ ລໍວັນໄຊ ໄດ້ເຂົ້າຮ່ວມ ເຮັດການປະຕິວັດ ເປັນພະນັກ ງານປຸກລຸກຂົນຂວາຍ ຢູ່ 3 ຕາ ແສງ ມີຕາແສງເມືອງເກົ່າ, ຕາ ແສງເມືອງໃໝ່ ແລະ ຕາແສງ ຫາດຢື້ນ. ໃນຕົ້ນເດືອນພຶດສະພາ 1950 ຢູ່ທີ່ບ້ານປາກເຫືອງ ເມືອງບໍລິຄັນ ທ່ານໄດ້ຖືກແຕ່ງ ຕັ້ງເປັນສະມາຊິກພັກ ກອມມູ ນິດອິນດູຈີນ ຢ່າງສົມກຽດ, ຕົ້ນ ປີ 1952 ທ່ານໄດ້ຖືກແຕ່ງຕັ້ງ ເປັນຮອງປະທານແນວລາວ ອິດສະລະຂັ້ນເມືອງ ຮັບຜິດ ຊອບວຽກງານ ທະຫານ ທັງ ເປັນນາຍດ່ານຮັກສາເຂດລ່ອງ ນ້ຳຊັນ ແຕ່ປາກຊັນຈົນຮອດ ທ່າສີ ເຂດແດນລະຫວ່າງແຂວງ ບໍລິຄຳໄຊ ແລະ ຊຽງຂວາງ, ວັນທີ 13 ເມສາ 1953 ທ່ານ ໄດ້ຖືກຄັດເລືອກໃຫ້ເປັນຜູ້ ແທນແຂວງວຽງຈັນ ໄປຮ່ວມ ກອງປະຊຸມໃຫຍ່ ເພື່ອສ້າງຕັ້ງ ພັກປະຊາຊົນລາວ ຢູ່ເຂດທີ່ ໝັ້ນແຂວງ ຫົວພັນ ເມື່ອໄປເຖິງ ຖານທີ່ໝັ້ນຂອງການປະຕິວັດ ໄດ້ຖືກແຕ່ງຕັ້ງເປັນຄະນະກຳ ມະການກະກຽມກອງປະຊຸມ ໃຫຍ່ສ້າງຕັ້ງພັກ ກອງປະຊຸມ ໃຫຍ່ຜູ້ ແທນຄັ້ງທຳອິດຂອງ ພັກໄດ້ໄຂຂຶ້ນໃນວັນທີ 22 ມີ ນາ 1955 ຢູ່ເຂດທີ່ໝັ້ນຂອງ ແຂວງຫົວພັນ, ວັນທີ 16 ເມ ສາ 1955 ໄດ້ຖືກເລືອກຕັ້ງ ເປັນຮອງ ຫົວໜ້າຄະນະຈັດຕັ້ງ ສູນກາງພັກ, ປີ 1956 ໄດ້ຖືກ ບົ່ງຕົວເພີ່ມເຕີມເຂົ້າໃນຄະນະ ກຳມະການສູນກາງພັກ ແລະ ໄດ້ຖືກແຕ່ງຕັ້ງເປັນຫົວໜ້າ ໂຮງ ຮຽນທິດສະດີ ເປີດຊຸດອົບ ຮົມສຳຫຼວດກວດກາ, ຄັດເລືອກ ສະມາຊິກພັກກອມມູນິດອິນ ດູຈີນທີ່ດີເດັ່ນ ເພື່ອເຂົ້າມາເປັນ ສະມາຊິກພັກປະຊາ ຊົນລາວ ໄດ້ 8 ຊຸດປີ 1957 ຖືກແຕ່ງ ຕັ້ງໃຫ້ເປັນຫົວໜ້າຄະນະຮັບ ຜິດຊອບຈັດສົ່ງພະນັກງານ ເຂົ້າລວມລາວ ແລະ ເປັນລັດ ຖະບານປະສົມ, ສັບ ຊ້ອນກຳ ລັງ ປະກອບອາວຸດ ເພື່ອລວມ ເຂົ້າກັນຄື: ກອງພັນທີ 1 ປະຈຳ ຢູ່ເມືອງຊຽງເງິນ ແຂວງຫຼວງ ພະບາງ ແລະ ກອງພັນທີ 2 ປະຈຳຢູ່ທົ່ງໄຫຫີນ ແຂວງຊຽງຂວາງ. ປີດຽວກັນນີ້ ທ່ານໄດ້ ຖືກແຕ່ງຕັ້ງເປັນຮອງຫົວໜ້າ ຫ້ອງການພະນັກງານທົ່ວປະເທດ (ຄະນະຈັດຕັ້ງສູນກາງພັກ) ຮັບຜິດຊອບ ວຽກງານກໍ່ ສ້າງພັກ ປີ 1962 ສູນກາງພັກ ໄດ້ມອບໝາຍໃຫ້ທ່ານຍົກ ຍ້າຍສຳນັກຈັດຕັ້ງສູນກາງພັກ ໄປຢູ່ຄັງໄຂ ແຂວງຊຽງຂວາງ, ໃນນັ້ນ ສູນກາງພັກ ໄດ້ອອກ ມະຕິແຕ່ງຕັ້ງທ່ານເປັນຫົວໜ້າ ຄະນະຈັດຕັ້ງສູນກາງພັກ ວັນ ທີ 3 ກຸມພາ 1972 ກອງປະຊຸມ ໃຫຍ່ຜູ້ແທນທົ່ວປະເທດຂອງ ພັກປະຊາຊົນ ປະຕິວັດລາວ ຄັ້ງທີ II ທ່ານໄດ້ຖືກເລືອກເປັນ ກຳມະການກົມການເມືອງສູນ ກາງພັກ ທັງເປັນຫົວໜ້າຄະ ນະຈັດຕັ້ງສູນກາງພັກໃນວັນ ທີ 2 ທັນວາ 1975 ກອງປະ ຊຸມໃຫຍ່ຜູ້ແທນປະຊາຊົນທົ່ວ ປະເທດ ໄດ້ເລືອກຕັ້ງທ່ານເປັນ ຮອງປະທານສະພາປະຊາຊົນ ສູງສຸດ ຊຸດທີ I, ກອງປະຊຸມ ໃຫຍ່ ຄັ້ງທີ III, IV ຂອງພັກປະ ຊາຊົນ ປະຕິວັດລາວທ່ານໄດ້ ຖືກເລືອກຕັ້ງເປັນກຳມະການ ກົມການເມືອງສູນກາງພັກ, ປີ 1991 ອີງໃສ່ອາຍຸກະສຽນສຸ ຂະພາບ ແລະ ຄວາມປາຖະ ໜາຂອງທ່ານເອງ, ກອງປະຊຸມ ໃຫຍ່ ຄັ້ງທີ V ຂອງພັກໄດ້ເລືອກ ຕັ້ງເປັນທີ່ປຶກສາກົມການເມືອງ ສູນກາງພັກ ຊຶ່ງທ່ານໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນ ການນຳພາລວມຂອງໝູ່ຄະ ນະດ້ວຍການອຸທິດໝົດເຫື່ອ ແຮງ, ສະຕິປັນຍາ, ຄວາມຮູ້ ຄວາມສາມາດ ບົດຮຽນອັນອຸ ດົມຮົ່ງມີ ຈາກພຶດຕິກຳຂອງຕົນ ເຂົ້າສູ່ການພັດທະນາປະເທດ ຊາດແຕ່ຕົ້ນຕະຫຼອດມາ. ຮອດ ວັນທີ 24 ກຸມພາ 1993, ທ່ານ ໄດ້ເຖິງ ແກ່ມໍລະນະກຳລວມ ອາຍຸໄດ້ 77 ປີ, ດ້ວຍຜົນງານ ແລະ ຄຸນງາມຄວາມດີອັນໃຫຍ່ ຫຼວງທີ່ມີຕໍ່ພາລະກິດປະຕິວັດ, ຮັບໃຊ້ປະເທດຊາດ, ຮັບໃຊ້ປະ ຊາຊົນທ່ານໄດ້ຮັບການຍ້ອງ ຍໍສັນລະເສີນຢ່າງສົມກຽດຈາກ ພັກ-ລັດຖະບານໄດ້ຮັບຫຼຽນ ໄຊສູງສຸດຂອງປະເທດ, ຫຼຽນ ໄຊຊະນະເລີດຊັ້ນ I, ຫຼຽນກາ ຕໍ່ຕ້ານຝຣັ່ງ ແລະ ອາເມຣິກາ, ຫຼຽນໄຊ-ຫຼຽນກາແຫ່ງຊາດ, ຫຼຽນໄຊ-ຫຼຽນກາຈາກຕ່າງປະ ເທດເພື່ອນມິດອີກຈຳນວນ ໜຶ່ງ ເພື່ອເປັນການ ຈາລຶກຄຸນ ງາມຄວາມດີ, ກົມການເມືອງ ສູນກາງພັກ ຈຶ່ງໄດ້ເປັນເອກະ ສັນກັນອອກມະຕິຕົກລົງສະ ບັບເລກທີ 37/ ກມສພ ລົງ ວັນທີ 19 ມີຖຸນາ 2002 ວ່າດ້ວຍ ການຫຼໍ່ຮູບປັ້ນບັນດາທ່ານກົມ ການເມືອງສູນກາງພັກຮຸ່ນທຳ ອິດທີ່ໄດ້ເສຍຊີວີດໄປແລ້ວນຳ ໄປປະດິດສະຖານໄວ້ທີ່ບ້ານ ເກີດເມືອງ ນອນເປັນບ່ອນສັກ ກາລະບູຊາຂອງປວງຊົນຊາວ ແຂວງບໍລິຄຳໄຊ ແລະ ປວງຊົນ ລາວທັງຊາດ ເປັນສະຖານທີ່ ສຶກສາຄວາມຮູ້ພຶດຕິກຳຂອງ ຜູ້ນຳປະຕິວັດຮຸ່ນທຳອິດ ແລະ ເປັນແຫຼ່ງທ່ອງທ່ຽວຢູ່ພາຍໃນ ແຂວງ.
ໃນພິທີ, ທ່ານນາຍົກລັດ ຖະມົນຕີ ພ້ອມດ້ວຍການນຳ ທຸກຂັ້ນ ໄດ້ຈູດທູບ, ທຽນບູຊາ ໄຫວ້ພະຮັບສິນ, ຟັງສູດປະລິຕະມຸງຄຸນຈາກພະສົງ 31 ອົງ, ພາຍຫຼັງສຳເລັດພິທີທາງສາສະໜາແລ້ວ ຍັງໄດ້ມີການຄົບງັນ ຕະຫຼອດຄືນຕາມປະເພນີປະ ກອບມີ: ຂັບລຳທ້ອງຖິ່ນ ແລະ ສາຍຮູບເງົາການ ຕໍ່ສູ້ກູ້ ຊາດ, ມາໃນຕອນເຊົ້າຂອງວັນທີ 31 ຕຸລາ ໄດ້ມີການໃສ່ບາດ ຖວາຍສັງຄະທານ ອຸທິດສ່ວນບຸນ ກຸສົນໄປໃຫ້ທ່ານ ສີສົມພອນ ລໍວັນໄຊ.

 

ແຫລ່ງຂ່າວ:

ປຊຊ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...