Homeຂ່າວພາຍ​ໃນເມືອງສັງທອງ ອະນາໄມລວງຄອງເໝືອງ ແລະ ເປີດນ້ຳຊົນລະປະທານ ກຽມຜະລິດລະດູແລ້ງ!

ເມືອງສັງທອງ ອະນາໄມລວງຄອງເໝືອງ ແລະ ເປີດນ້ຳຊົນລະປະທານ ກຽມຜະລິດລະດູແລ້ງ!

Published on

9924127acf30982ff8493ce403982b38

ອົງການ​ປົກຄອງ​ເມືອງ​ສັງ​ທອງ ຮ່ວມ​ກັບ​ຂະແໜງ​ຊົນລະປະທານ ພະ​ແນກ​ກະສິກຳ ແລະ ປ່າໄມ້ ນະຄອນຫຼວງ​ວຽງ​ຈັນ ໄດ້​ຈັດ​ພິທີ​ສ້າງ​ຂະ​ບວນ​ການອະນາໄມ​ລວງ​ຄອງເໝືອງ ແລະ ເປີດ​ນ້ຳ​ຊົນ​ລະ​ປະທານ ເພື່ອ​ຮັບ​ໃຊ້​ການ​ຜະລິດ​ລະດູແລ້ງ ສົກ​ປີ 2015-2016 ຂຶ້ນ​ໃນ​ວັນ​ທີ 3 ພະຈິກ 2015 ທີ່​ຫ້ວຍ​ເຕັນ ບ້ານ​ນາ​ສາວ​ນາງ ເມືອງ​ສັງ​ທອງ ມີ​ທ່ານ ​ຮສ. ​ດຣ. ຄຳ​ຜາດ ສຸລິນ​ພູມີ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ກະສິກຳ ແລະ ປ່າໄມ້ ທ່ານ ບຸນ​ທອງ ພົມ​ມະຈັນ ຫົວໜ້າ​ຄະນະ​ຈັດ​ຕັ້ງ​ນະຄອນຫຼວງ​ວຽງ​ຈັນ ທ່ານ​ເຈົ້າເມືອງ ຮອງ​ເຈົ້າເມືອງ​ສັງ​ທອງ ຫົວໜ້າຫ້ອງການ​ອ້ອມ​ຂ້າງ​ເມືອງ ຫົວໜ້າ​ຫ້ອງການ​ກະ​ສິກຳ ແລະ ປ່າໄມ້ 9 ຕົວ​ເມືອງ ແລະ ພໍ່​ແມ່​ປະຊາຊົນ​ພາຍ​ໃນ​ບ້ານ​ນາ​ສາວ​ນາງ ເຂົ້າ​ຮ່ວມ.

ການ​ອະນາໄມ​ລວງ​ຄອງເໝືອງ ແລະ ເປີດ​ນ້ຳຊົນລະປະທານ​ຄັ້ງ​ນີ້ ເປັນ​ການ​ສ້າງ​ຂະ​ບວນ​ການເພື່ອ​ຮັບ​ໃຊ້​ການ​ຜະລິດ​ລະດູແລ້ງ 2015-2016 ແລະ ມາ​ຮອດ​ປັດຈຸບັນ​ ທົ່ວ​ເມືອງ​ສັງ​ທອງ ມີ​ລະບົບຊົນລະປະທານ​ທັງ​ໝົດ 9 ແຫ່ງ ໃນ​ນັ້ນ​ມີ​ອ່າງ​ເກັບນ້ຳ 3 ແຫ່ງ ຈັກສູບນ້ຳ​ດ້ວຍ​ໄຟຟ້າ 5 ແຫ່ງ ແລະ ຝາຍ​ນ້ຳ​ລົ້ນ 1 ແຫ່ງ ເຊິ່ງ​ລະບົບ​ຊົນລະປະທານທັງ​ໝົດ ມີ​ຄວາມ​ອາດ​ສາມາດ​ສະໜອງ​ນ້ຳ​ໃຫ້​ແກ່​ການ​ຜະລິດ​ລະດູແລ້ງ ​ສົກ​ປີ 2015-2016 ພາຍ​ໃນເມືອງ​ໄດ້ 655 ເຮັກຕາ ໃນ​ນັ້ນ ປູກ​ເຂົ້າ 570 ເຮັກຕາ ແລະ ພືດ 85 ເຮັກຕາ ແຕ່​ກໍ່​ຍັງ​ໄດ້​ເຮັດ​ການຟື້ນ​ຟູ ແລະ ສ້ອມແປງ​ລະບົບຫົວ​ງານ ຄອງເໝືອງ ໃຫ້​ຢູ່​ໃນ​ສະພາບ​ດີ ກຽມພ້ອມ​ໃນ​ການ​ໃຊ້ງານ ແລະ ໃຫ້​ບັນລຸ​ຕາມ​ຕົວ​ເລກຄາດໝາຍ​ສູ້​ຊົນ​ໃນ​ການ​ສະໜອງນ້ຳ.

ສຳລັບ​ໂຄງການ​ຊົນ​ລະ​ປະທານ​ຫ້ວຍ​ເຕັນ ກວມ​ເອົາ 1 ບ້ານຄື: ບ້ານ​ນາ​ສາວ​ນາງ ມີ​ເນື້ອທີ່ການ​ຜະລິດ​ລະດູຝົນ 110 ເຮັກຕາ ລະດູແລ້ງ 52 ເຮັກຕາ ໂຄງການດັ່ງກ່າວ ສ້າງ​ຂຶ້ນ​ປີ 2012 ສຳເລັດ ປີ 2014 ເປັນ​ໂຄງການຊ່ວຍເຫຼືອ​ລ້າຈາກ​ປະເທດ​ເຢຍລະ​ມັນ ມູນ​ຄ່າ 350.223 ເອີ​ໂຣ ຕົວ​ເຂື່ອນ​ສູງ 11 ແມັດ ຍາວ 213 ແມັດ ແລະ ສັນ​ກວ້າງ 6 ແມັດ ມີ​ລະບົບ​ຄອງເໝືອງ​ທັງ​ໝົດ 4 ເສັ້ນ ໃນ​ນັ້ນ ຄອງເໝືອງ MC 1 ເສັ້ນ​ຍາວ 350 ແມັດ ແລະ ຄອງເໝືອງ​ຂັ້ນ 1 ມີ 3 ເສັ້ນ​ຍາວ 1.900 ແມັດ ໂຄງການ​ນີ້​ແມ່ນຢາກ​ສ້າງ​ເປັນ​ຕົວ​ແບບ​ໃນ​ການສະໜອງ​ນ້ຳ​ແບບ​ໄຫຼ​ເອງ ໂດຍບໍ່​ໄດ້​ໃຊ້​ພະລັງງານ​ໄຟຟ້າ ໂດຍສະເພາະ ກໍ່​ແມ່ນ​ຢາກ​ສ້າງ​ໃຫ້ເມືອງ​ສັງ​ທອງ ​ກາຍເປັນ​ເມືອງ​ປູກຝັງ ແລະ ລ້ຽງສັດ ກາຍເປັນ​ຊົນລະ​ກະເສດ​ຮອບດ້ານ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...