Homeຂ່າວພາຍ​ໃນສຶກສາໂຄງການສ້າງເຂດພະລາທິການຂົນສົ່ງ

ສຶກສາໂຄງການສ້າງເຂດພະລາທິການຂົນສົ່ງ

Published on

ສຶກສາໂຄງການສ້າງເຂດພະລາທິການຂົນສົ່ງ

ລັດຖະບານ​ລາວ ຮ່ວມ​​ມືກັບ​ອົງການ​ໄຈ​ກາ ປະເທດ​ຍີ່ປຸ່ນ ໄດ້​ລົງ​ນາມ​ບົດ​ບັນທຶກ​ຄວາມ​ເຂົ້າໃຈ ເພື່ອ​ສຶກ​ສາ​ການຈັດຕັ້ງ​ປະຕິບັດ​ໂຄງການ​ສ້າງ​ເຂດ​ພະລາທິການ​ຂົນສົ່ງ ຢູ່​ນະຄອນຫຼວງ​ວຽງ​ຈັນ ດ້ວຍ​ຮູບ​ແບບ​ການ​ຮ່ວມ​ມື​ລະຫວ່າງ​ພາກ​ລັດ-ພາກ​ທຸລະ​ກິດ ໂດຍ​ພິທີ​ດັ່ງກ່າວ​ຈັດ​ຂຶ້ນ ວັນ​ທີ 28 ພະຈິກ 2013 ຢູ່​ທີ່​ກະຊວງ​ໂຍທາ​ທິ​ການ ແລະ ຂົນສົ່ງ ຮ່ວມ​ລົງ​ນາມ​ທ່ານ ວຽງ​ສະ​ຫວັດ ສີ​ພັນ​ດອນ ຫົວໜ້າ​ກົມ​ຂົນສົ່ງ ແລະ ທ່ານ ໂຄ​ອິ​ຊິ ທາ​ເກ​ອິ ຫົວໜ້າ​ອົງການ​ໄຈ​ກາ ປະຈຳ​ລາວ ມີ​ທ່ານ ສົມ​ມາດ ພົນ​ເສນາ ລັດຖະມົນຕີ​ວ່າການ ກະຊວງ​ໂຍທາ​ທິ​ການ ແລະ ຂົນສົ່ງ ພ້ອມ​ດ້ວຍ​ພະນັກງານ-ວິຊາ​ການ​ກ່ຽວຂ້ອງ​ສອງ​ຝ່າຍ​ເຂົ້າ​ຮ່ວມ.

ການ​ຮ່ວມ​ມື​ສຶກ​ສາ​ຄວາມ​ເປັນ​ໄປ​ໄດ້ ໂຄງການ​ສ້າງ​ເຂດ​ພະລາທິການ​ຄັ້ງ​ນີ້ ສືບ​ເນື່ອງ​ຈາກ​ລັດຖະບານ​ລາວ ໄດ້​ຂໍ​ຄວາມ​ຊ່ວຍເຫຼືອ​ຈາກ​ອົງການ​ໄຈ​ກາ ສົກ​ປີ 2009-2010 ເພື່ອ​ສ້າງ​ແຜນ​ແມ່​ບົດ ລະບົບ​ພະລາທິການ​ຂົນສົ່ງ​ໃນ ​ສປປ ລາວ ແລະ ສະເໜີ​ຂໍ​ການ​ຊ່ວຍເຫຼືອ​ຈາກ​ລັດຖະບານ​ຍີ່ປຸ່ນ ເພື່ອ​ສ້າງ​ເຂດ​ພະລາທິການ​ຂົນສົ່ງ ຢູ່​ນະຄອນຫຼວງ​ວຽງ​ຈັນ ສະຫວັນ​ນະ​ເຂດ ແລະ ແຂວງ​ຈຳປາ​ສັກ ເຊິ່ງ​ເປົ້າ​ໝາຍ​ຂອງ​ການ​ສ້າງ​ເຂດ​ພະລາທິການ​ຂົນສົ່ງ​ນີ້ ເພື່ອ​ແນໃສ່​ສ້າງ​ໃຫ້ ​ສປປ ລາວ ເປັນ​ປະເທດ​ເຊື່ອມ​ຈອດ ແລະ ໃຫ້​ບໍລິການ​ທາງ​ຜ່ານ​ຄົມມະນາຄົມ-ຂົນສົ່ງ ທີ່​ສຳຄັນ​ຢູ່​ພາຍ​ໃນ​ພາກ​ພື້ນ ບໍ່​ວ່າ​ຈະ​ເປັນ​ການ​ບໍລິການ​ໂດຍສານ ແລະ ຂົນສົ່ງ​ສິນຄ້າ​ຂອງ​ບັນດາ​ປະເທດ​ສະມາຊິກ​ອາ​ຊຽນ​ດ້ວຍ​ກັນ ໂດຍ​ສະເພາະ​ແມ່ນ ວຽກ​ງານ​ການ​ກະກຽມ​ເຂົ້າ​ເປັນ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ ທີ່​ລາວ​ເຮົາ​ຕ້ອງ​ໄດ້​ປັບປຸງ​ຢ່າງ​ຕັ້ງໜ້າ ເຂົ້າ​ໃນ​ລະບົບ​ຄົມມະນາຄົມ-ຂົນສົ່ງ ໃຫ້​ມີ​ຄຸນ​ນະ​ພາບ ແລະ ສາມາດ​ຮອງ​ຮັບ​ກັບ​ຄວາມ​ຕ້ອງການ​ພັດທະນາ​ເສດຖະກິດ-ສັງຄົມ.

ທີ່ມາhttp://www.vientianemai.net/

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...