spot_img
Homeຂ່າວພາຍ​ໃນອະດີດຫົວໜ້າຝ່າຍບັນຊີ ທສກ ສາລະວັນ ໂກງເງິນ 13 ຕື້ປາຍ

ອະດີດຫົວໜ້າຝ່າຍບັນຊີ ທສກ ສາລະວັນ ໂກງເງິນ 13 ຕື້ປາຍ

Published on

ສວຍໃຊ້ໜ້າທີ່ຕໍາແໜງສໍ້ລາດບັງຫລວງ ຖືກສານຕັດອິດສະຫລະພາບ ຈໍາຄຸກຕະຫລອດຊີວິດ

ຂປລ. ໃນຕົ້ນປີ 2014 ເຊິ່ງເປັນຄະດີໜຶ່ງທີ່ມວນຊົນໃຫ້ຄວາມສົນໃຈ ເມື່ອເຈົ້າໜ້າທີ່ຕໍາຫລວດໄດ້ກັກຕົວຫົວໜ້າບັນຊີທະນາຄານສົ່ງເສີມກະສິກໍາ ສາຂາແຂວງສາລະວັນ ໃນຄັ້ງວັນທີ 2 ມັງກອນ 2014 ໃນຂໍ້ຫາສໍ້ໂກງເອົາເງິນຈາກທະນະຄານສົ່ງເສີມກະສີກໍາ ຈໍານວນຫລາຍກ່ວາ 10 ຕື້ກີບ.

11230039_1073200809378257_7300561671228767043_n

ເຈົ້າໜ້າທີ່ ປກສ ແຂວງສາລະວັນ ໄດ້ກັກຕົວ ນາງ ລິດສະດາເພັດ ແກ້ວພິລາວັນ ອາຍຸ 42 ຢູ່ ບ້ານຫລັກສອງເມືອງ ແລະ ແຂວງສາລະວັນ, ອາດີດເປັນຫົວໜ້າບັນຊີທະນາຄານສົ່ງເສີມກະສິກໍາ ສາຂາແຂວງສາລະວັນ (ຖືກແຕ່ງຕັ້ງ ເປັນຫົວໜ້າບັນຊີຂອງທະນາສົ່ງເສີມກະສິກໍາ ສາຂາ ແຂວງສາລະວັນ ໃນປີ 2010) ເພື່ອທໍາການສືບສວນ-ສອບສວນ ຫາສາເຫດກ່ຽວກັບເງິນຂາດບັນຊີ ຂອງທະນາຄານສົ່ງເສີມກະສິກໍາ; ຜ່ານການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ ປກສ ແຂວງ ແລະ ບວກໃສ່ກັບບັນດາຂໍ້ມູນຫລັກຖານ ແລະ ເອກະສານຕ່າງໆ ຢ່າງຄົບຖ້ວນແລ້ວ ຈຶ່ງຮູ້ວ່າ: ນາງ ລິດສະດາເພັດ ແມ່ນໄດ້ມີການເຄື່ອນໄຫວກະທໍາຜິດ ແຕ່ປີ 2012-2013 ເຊີ່ງໄດ້ສວຍໃຊ້ໂອກາດທີ່ການຈັດຕັ້ງ ໄວ້ເນື້ອເຊື່ອໃຈ ເພື່ອເຄື່ອນໄຫວຍັກຍອກ ສໍ້ໂກງເອົາເງິນທະນາຄານສົ່ງເສີມກະສິກໍາ ສາຂາ ແຂວງສາລະວັນ ດ້ວຍວິທີສ້າງເອກະສານປອມຂຶ້ນມາ ເພື່ອປົກປິດເຊື່ອງອໍາ ເອົາເງິນຈາກທະນາຄານຫລາຍຄັ້ງ ຜ່ານການກວດກາຂອງເຈົ້າໜ້າທີ່ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈຶ່ງຮູ້ວ່າ: ເງິນຂາດບັນຊີໄປທັງໝົດ ຢູ່ທະນາຄານສົ່ງເສີມກະສິກໍາ ຈຳນວນ 11.336.108.000 ກີບ ແລະ ເງິນບາດ ຈໍານວນ 8.300.000 ບາດ ແຕ່ຜ່ານການໃຫ້ການຂອງຜູ້ກ່ຽວ ຮັບສາລະພາບວ່າ: ໄດ້ຍັກຍອກສໍ້ໂກງເອົາເງິນຂອງທະນາຄານ ສົ່ງເສີມກະສິກໍາແທ້ ເປັນເງິນຈໍານວນ 4.436.108.000 ກີບ ແລະ ເງິນບາດຈໍານວນ 3.300.000 ບາດ ສ່ວນເງິນຈໍານວນ 6.900.000.000 ກີບ ແລະ ເງິນບາດ ຈໍານວນ 5.000.000 ບາດ ໃນນັ້ນຜູ້ກ່ຽວອ້າງວ່າ: ໄດ້ໂອນໄປທະນາຄານສົ່ງເສີມກະສິກໍາ ສໍານັກງານໃຫຍ່, ຜ່ານການຢັ້ງຢືນຂອງທະນາຄານ ສົ່ງເສີມກະສິກໍາສໍານັກງານໃຫຍ່ ກໍໄດ້ຢັ້ງຢືນຕາມຄໍາຢັ້ງຢືນ ສະບັບເລກທີ 314/ທສກ.ສຍ, ລົງວັນທີ 17 ພະຈິກ 2014 ໄດ້ຢັ້ງຢືນວ່າ: ເງິນຈໍານວນດັ່ງກ່າວແມ່ນ ນາງ ລິດສະດາເພັດ ແກ້ວພິລາວັນ ໄດ້ສ້າງເອກະສານບັນທຶກບັນຊີ ເພື່ອເຄື່ອນຍ້າຍໃຫ້ສໍານັກງານໃຫຍ່  ມີແຕ່ເອກະສານແຕ່ບໍ່ມີເງິນສົດມອບເຂົ້າບັນຊີ, ພຽງສ້າງຂຶ້ນເພື່ອຫລອກລວງ ແລະ ເຊື່ອງອໍາການເຄື່ອນໄຫວຂອງຜູ້ກ່ຽວ ເທົ່ານັ້ນ.

ດັ່ງນັ້ນ ເຈົ້າໜ້າທີ່ຈິ່ງໄດ້ສະຫລຸບຄະດີດັ່ງກ່າວ ສົ່ງຫາໄອຍະການປະຊາຊົນ ແຂວງສາລະວັນ ເພື່ອໃຫ້ອົງການໄອຍະການປະຊາຊົນແຂວງ ໄດ້ຄົ້ນຄວ້າສໍານວນຄະດີດັ່ງກ່າວ ແລ້ວເຫັນ ວ່າ: ນາງ ລິດສະດາເພັດ ແກ້ວພິລາວັນ ແມ່ນມີຄວາມຜິດຕໍ່ກົດໝາຍອາຍາ ໃນໝວດທີ 10 ວ່າດ້ວຍອາຊະຍາກໍາພິເສດ ຕາມມາດຕາ 174 ຂໍ້ 11 ໃນສະຖານການສໍ້ລາດບັງຫລວງ ແລະ ໄອຍະການ ປະຊາຊົນ ຈຶ່ງໄດ້ສັ່ງຟ້ອງ ນາງ ລິດສະດາເພັດ ແກ້ວພິລາວັນ ຕໍ່ຄະນະສານອາຍາຂັ້ນຕົ້ນ ແຂວງສາລະວັນ.

ມາຮອດວັນທີ 26 ຕຸລາ 2014 ສານປະຊາຊົນ ແຂວງສາລະວັນ ຈຶ່ງໄດ້ນໍາເອົາສໍານວນຄະດີດັ່ງກ່າວ ອອກມາພິຈາລະນາໃນທີ່ປະຊຸມສານ ຜ່ານການໄຕ່ສວນໃນທີ່ປະຊຸມສານເຫັນວ່າ: ນາງ ລິດສະດາເພັດ ແກ້ວພິລາວັນ ແມ່ນມີຄວາມຜິດ ຕາມການສັ່ງຟ້ອງຂອງອົງການໄອຍະການ ປະຊາຊົນແທ້, ຕາມທີ່ກໍານົດໄວ້ໃນມາດຕາ 174 ຂອງກົດໝາຍອາຍາ ດັ່ງນັ້ນ, ຄະນະສານອາຍາຂອງສານປະຊາຊົນ ຂັ້ນຕົ້ນແຂວງສາລະວັນ ຈິ່ງໄດ້ຕັດສິນລົງໂທດຕັດອິດສາລະພາບ ຈໍາຄຸກຕະຫລອດຊີວິດ, ປັບໄໝ 1% ຂອງມູນຄ່າເສຍຫາຍ ພ້ອມໃຫ້ຜູ້ກ່ຽວໃຊ້ແທນເງິນ ໃຫ້ແກ່ທະນາຄານສົ່ງເສີມກະສິກໍາ ສາຂາ ແຂວງສາລະວັນ ຈໍານວນ 11.336.108.000 ກີບ ແລະ ເງິນບາດ 8.300.000 ບາດ, ຮິບຄໍາຈໍານວນ 5 ບາດ ແລະ ທີ່ດິນ ຈໍານວນ 4 ຕອນ ທີ່ເປັນຂອງຜູ້ກ່ຽວ.

ຂ່າວ: ຂປລ

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...