spot_img
Homeມູມໄອທີລາວມາແຮງແຊງທຸກຄ້າຍ! LG G4 ໄດ້ອັບເກຣດເປັນ Android 6.0 ກ່ອນໝູ່ ອາທິດໜ້າ

ມາແຮງແຊງທຸກຄ້າຍ! LG G4 ໄດ້ອັບເກຣດເປັນ Android 6.0 ກ່ອນໝູ່ ອາທິດໜ້າ

Published on

ນັບ​ຕັ້ງ​ແຕ່​ການ​ປະ​ກາດ​ຢ່າງ​ເປັນ​ທາງ​ການ​ຂອງ Google Android 6.0 Marshmallow ເມື່ອ​ເດືອນ​ທີ່​ແລ້ວ ແລະ​ແຕ່​ລະ​ຄ້າຍ​ຜູ້​ຜະລິດ​ມື​ຖື​ກໍ​ໄດ້​ປະ​ກາ​ດລາຍ​ຊື່​ສະ​ມາດໂຟນ ລຸ້ນ​ທີ່​ສາມາດ​ອັບ​ເດດ​ເປັນ Android 6.0 ກັນ​ໄປ​ແລ້ວ​ບໍ່​ວ່າ​ຈະ​ເປັນ​ຂອງ​ທາງ Smasung, Nexus, Sony ແລະ ຫລ້າ​ສຸດ LG ກໍ​ປະ​ກາດ​ແຜນ​ການ​ອັບ​ເກຣດ Android 6.0 Marshmallow ຊ້າ​ກວ່າ​ບໍລິສັດ​ຄູ່​ແຂ່ງ​ຫລາຍ​ລາຍ ແຕ່​ມາ​ທີ​ດຽວ​ຄົບ​ຈົບ​ໃນ​ຕົວ LG G4 ຈະ​ເລີ່ມ​ໄດ້​ອັບ​ເປັນ Marshmallow ອາທິດ​ໜ້າ

Android-6.0-Marshmallow-main1

ລຳ​ດັບ​ການ​ປ່ອຍ​ໄຟລ໌​ອັບ​ເດດ​ຈະ​ເລີ່ມ​ຈາກ​ໃນ​ໂປ​ແລນດ໌​ກ່ອນ ຕາມ​ດ້ວຍ​ປະເທດ​ອື່ນໆ ໃນ​ຍຸ​ໂຣບ ແລະ​ເອ​ເຊຍ​ຈະ​ເປັນ​ລຳ​ດັບ​ຕໍ່ໄປ (ສ່ວນ​ແຜນ​ການ​ອັບ​ເກຣດ​ໃຫ້​ລຸ້ນ​ອື່ນໆ ຈະ​ປະ​ກາດ​ຕາມ​ມາ​ໃນ​ອະນາຄົດ​ເຊັ່ນ​ກັນ) Chris Yie ຜູ້​ບໍລິຫານ​ຂອງ LG ໃຫ້​ສຳພາດ​ວ່າ​ບໍລິສັດ​ຮ່ວມ​ມື​ຢ່າງ​ໃກ້​ຊິດ​ກັບ​ກູ​ເກີ້ນ ແລະ​ ຊ່ວຍ​ໃຫ້​ສາມາດ​ອັບ​ເກຣດ LG G4 ໄດ້​ກ່ອນ​ຄູ່​ແຂ່ງ​ລາຍ​ອື່ນໆ ທັງ​ໝົດ ເພາະ​ບໍລິສັດ​ຢາກ​ໃຫ້​ລູກ​ຄ້າ​ຮັບ​ຮູ້​ວ່າ LG ໄດ້​ຈິງ​ຈັງ​ກັບ​ການ​ອັບ​ເດດ​ຫລາຍ​

g4-fb

 

ບົດຄວາມຫຼ້າສຸດ

ອອກມາແລ້ວ ກົດໝາຍວ່າດ້ວຍລັດຖະກອນສະບັບປັບປຸງໃໝ່ ລົງວັນທີ 7 ພຶດສະພາ 2025

ແຈ້ງການອອກມາແລ້ວ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງ ເລກທີ 046/ປປທ ລົງວັນທີ 07/09/2025 ມີເນື້ອໃນດັ່ງນີ້:

ອັບດັບ 13 ຂອງໂລກ ລາວຕິດອັນດັບເປັນໜຶ່ງໃນປະເທດ ຈຸດໝາຍປາຍທາງການທ່ອງທ່ຽວທີ່ຂະຫຍາຍຕົວສູງສຸດໃນປີ 2024

ອົງການທ່ອງທ່ຽວໂລກ ແຫ່ງສະຫະປະຊາຊາດ ລາຍງານກ່ຽວກັບ ການຈັດອັນດັບປະເທດຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຂະຫຍາຍໂຕສູງທີ່ສຸດ ໃນນັ້ນ ສປປ ລາວ ສາມາດຕິດຢູ່ໃນ ອັນດັບທີ່ 13 ຂອງໂລກ ຈາກການຈັດອັນດັບໃນປີ 2024...

ເຫດການປະທ້ວງຄັ້ງໃຫຍ່ ຄົນລຸ້ນໃໝ່ລວມກຸ່ມປະທ້ວງໃນເນປານ ເນື່ອງຈາກປິດກັ້ນສື່ອອນລາຍ ແລະ ບັນຫາສໍ້ລາດບັງຫຼວງ

ໃນວັນທີ 09 ກັນຍາ 2025ທ່ານ ເຄພີ ຊາມາໂອລີ, ນາຍົກລັດຖະມົນຕີປະເທດເນປານໄດ້ປະກາດລາອອກຈາກຕໍາແໜ່ງ ເນື່ອງຈາກມີການປະທ້ວງຂອງປະຊາຊົນໂດຍສະເພາະກຸ່ມເດັກລຸ້ນໃໝ່ ເຊິ່ງສາເຫດແມ່ນເກີດຈາກ - ການອອກມາດຕະການຫ້າມນໍາໃຊ້ສື່ອອນລາຍ ເຊິ່ງກ່ອນໜ້ານີ້ໄດ້ມີການແຈ້ງການປິດກັນ 26 ແອັບພຣິເຄຊັນເຊັ່ນ: ເຟສບຸກ,...

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...