spot_img
Homeຂ່າວຕ່າງປະເທດເປີດໂຕແລ້ວ! ເຮືອບິນໂດຍສານຂະໜາດໃຫຍ່ ລຸ່ນທຳອິດຂອງຈີນ

ເປີດໂຕແລ້ວ! ເຮືອບິນໂດຍສານຂະໜາດໃຫຍ່ ລຸ່ນທຳອິດຂອງຈີນ

Published on

12065568_1686330918249590_1034244218318615832_n

ເຮືອບິນໂດຍສານຂະໜາດໃຫຍ່ ລຸ່ນ C919 ທີ່ປະກອບໂດຍປະເທດຈີນເປັນລຸ່ນທຳອິດ ໄດ້ເປີດໂຕໃນສາຍການປະກອບຂັ້ນສຸດທ້າຍ ໃນເມືອງຊ່ຽງໄຮ້ແລ້ວ ມື້ນີ້ (2 ພະຈິກ 2015).

ເຮືອບິນລຸ່ນນີ້ຖືກອອກແບບໃຫ້ມີ 158 ບ່ອນນັ່ງ ແລະມີໄລຍະບິນມາຕະຖານ 4,075 ກິໂລແມັດ ໄດ້ຮັບການພັດທະນາໂດຍ ບໍລິສັດ ຜະລິດເຮືອບິນເພື່ອການຄ້າຂອງຈີນ (COMAC).

ເຮືອບິນ C919 ມີກຳໜົດອອກບິນຄັ້ງທຳອິດ ໃນປີໜ້າ ຈາກນັ້ນຈະເລິ່ມຕົ້ນການທົດສອບບິນອີກປະມານ 3 ປີ ກ່ອນຈະຖືກນຳໄປໃຊ້ໃນທາງການຄ້າ.

COMAC ປະກາດວ່າ ຂະນະນີ້ບໍລິສັດ ໄດ້ຮັບການສັ່ງຊື້ແລ້ວ ຈຳນວນ 517 ລາຍການ ຈາກລູກຄ້າ 21 ປະເທດ ລວມທັງພາຍໃນປະເທດຈີນເອງ.

12189889_1686330944916254_9135910246200910156_n

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...