spot_img
Homeຂ່າວຍົນຕົກກຸ່ມເຄືອຂ່າຍໄອເອັສອາດຈະກ່ຽວຂ້ອງ ເຫດເຮືອບິນຣັດເຊຍຕົກ

ກຸ່ມເຄືອຂ່າຍໄອເອັສອາດຈະກ່ຽວຂ້ອງ ເຫດເຮືອບິນຣັດເຊຍຕົກ

Published on

ສຳນັກຂ່າວຊິນຫົວຂອງຈີນລາຍງານວ່າ ມື້ວານນີ້ ສຳນັກຂ່າວ MENA ລາຍງານວ່າ ເຫດເຮືອບິນຣັດເຊຍ ທີ່ມີຜູ້ໂດຍສານແລະຈຸບິນລວມ 224 ຄົນ ຕົກໃນເຂດແຫຼມໄຊນາຍ ເມື່ອວັນເສົາທີ່ຜ່ານມາ. ຈາກການສືບສວນເບື້ອງຕົ້ນພົບວ່າ ຍັງບໍ່ມີພະຍານຜູ້ເຫັນເຫດການ ດັ່ງນັ້ນ ຄລິບວິດີໂອເຫດການທີ່ຖືກໂພສລົງ ອິນເຕີເນັດນັ້ນ ບໍ່ແມ່ນພາບເຫດການຈິງ.

ລັດຖະບານອີຢິບກ່າວວ່າ ຕ້ອງຂະຫຍາຍພື້ນທີ່ການສອບສວນ ຫຼັງຈາກພົບສົບຜູ້ເສຍຊີວິດກະຈາຍ ໃນລັດສະໝີ 8 ກິໂລແມັດ ເວົ້າໄດ້ວ່າເຮືອບິນໄດ້ແຕກກະຈາຍ ຢູ່ໃນລະດັບສູງກ່ອນຈະຕົກລົງສູ່ພື້ນດິນ.

ທັງນີ້ ກຸ່ມກຳລັງທີ່ເຂົ້າຮ່ວມກັບກຸ່ມໄອເອັສ ໄດ້ອອກມາສະແດງຄວາມຮັບຜິດຊອບ ຕໍເຫດການເຄື່ອງບິນຕົກຄັ້ງນີ້ ແຕ່ຍັງບໍ່ມີການກວດສອບຢ່າງຄັກແນ່.

ນາຍົກລັດຖະມົນຕີອີຢິບ ທ່ນເຊຣິຟ ອິສມາອິລ ກ່າວເມື່ອວັນເສົາທີ່ຜ່ານມາວ່າ ນັກວິຊາການໄດ້ຢືນຢັນວ່າ ເຮືອບິນມີລະບົບປະຕິບັດການທີ່ດີ ດັ່ງນັ້ນ ຈຶ່ງບໍ່ນ່າຈະຕົກງ່າຍໆ ແລະເຂົາເຊື່ອວ່າຕ້ອງມີເຫດການ ບໍ່ປົກກະຕິ ຢູ່ເບື້ອງຫຼັງ.

12191078_1686295138253168_836411581892715163_n

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...