Homeປ່ອງຢ້ຽມດວງດາວNASA ເຜີຍພາບດາວຫາງເຄື່ອນຜ່ານໂລກມື້ຮາໂລວີນ ຮູບຮ່າງຄ້າຍຫົວກະໂຫລກ

NASA ເຜີຍພາບດາວຫາງເຄື່ອນຜ່ານໂລກມື້ຮາໂລວີນ ຮູບຮ່າງຄ້າຍຫົວກະໂຫລກ

Published on

page_12

NASA ເຜີຍ​ພາບ​ຖ່າຍ​ດາວ​ຫາງ 2015 TB145 ເຄື່ອນ​ຜ່ານ​ໂລກ​ໃນ​ມື້​ຮາ​ໂລ​ວີນ ຮູບ​ຮ່າງ​ຄ້າຍ​ກັບ​ກະ​ໂຫລກ​ມະນຸດ
ອົງ​ການ​ບໍລິຫານ​ການ​ບິນ​ແລະ​ອາວະ​ກາດ​ແຫ່ງ​ຊາ​ດສະ​ຫະລັດ ຫລື NASA  ເຜີຍ​ພາບ​ຖ່າຍ​ດາວ​ຫາງ 2015 TB145 ທີ່​ຫາກໍ່​ຈະ​ເຄື່ອນ​ຜ່ານ​ໂລກ​ໃນ​ໄລ​ຍະ​​ມື້​ຮາ​ໂລ​ວີນ​ທີ່​ຜ່ານມາ ເປັນຄວາມ​ບັງ​ເອີນທີ່​ດາວ​ຫາງ​ດວງ​ນີ້​ມີ​ຮູບ​ຮ່າງ​ຄ້າຍ​ກັບ​ກະ​ໂຫລກ​ຂອງມະນຸດ ​ເຄື່ອນ​ຜ່ານ​ໂລກ​ເພື່ອ​ສະຫລອງ​ຮາ​ໂລ​ວີນ​ໄປ​ພ້ອມ​ກັບ​ຄົນ​ເທິງ​ໂລກ
ພາບ ດາວ​ຫາງ 2015 TB145 ນີ້ ບັນ​ທຶກ​ໄດ້​ຈາກ​ກ້ອງ​ໂທລະ​ທັດ​ອິນ​ຟາ​ເລດ​ເທິງ​ເກາະ​ຮາ​ວາຍ ເມື່ອ​ວັນທີ່ 30 ຕຸລາ​ທີ່​ຜ່ານມາ ສະແດງ​ໃຫ້​ເຫັນ​ຮູບ​ຮ່າງ​ຂອງ​ມັນ​ທີ່​​ຄ້າຍ​ກັບ​ກະ​ໂຫລກ​ມະນຸດ​ຢ່າງ​ຫລາຍ ກ່ອນ​ທີ່​ດາວ​ຫາງ​​ດວງ​ນີ້​ຈະ​ເຄື່ອນ​ຜ່ານ​ໂລກ​ໄປ​ໃນ​ໄລ​ຍະ​ຫ່າງ​ປະ​ມານ 486,000 ກິ​ໂລ​ແມັດ ຊຶ່ງ​ຖື​ວ່າ​ໂຄຈອນ​ເຂົ້າ​ມາ​ໃນ​ໄລ​ຍະ​ໃກ້ ເມື່ອ​ເວລາ​ປະ​ມານ 13.00 ນ. (ຕາມ​ມາດຕະຖານ​ເຂດ​ເວລາ​ຕະເວັນ​ອອກ) ຂອງ​ວັນທີ່ 31 ຕຸລາ ຫລື​ກໍ​ຄື​ມື້​ຮາ​ໂລ​ວີນ​ນັ້ນ​ເອງ

ccccccccc_1

ດາວ​ຫາງ 2015 TB145 ມີ​ຂະໜາດ​ເສັ້ນ​ຜ່ານ​ສູນ​ກາງ​ປະ​ມານ 600 ແມັດ ໝຸນ​ຮອບ​ຕົວ​ເອງ 1 ຮອບ​ໃຊ້​ເວລາ​ປະ​ມານ 5 ຊົ່ວ​ໂມງ ຫາກໍ່​ຈະ​ຖືກ​ຄົ້ນ​ພົບ​ເມື່ອ​ວັນທີ່ 10 ຕຸລາ​ທີ່​ຜ່ານມາ ໂດຍ​ກ້ອງ​ໂທລະ​ທັດ Pan-STARRS-1 ຂອງ​ມະຫາ​ວິທະຍາ​ໄລ​ຮາ​ວາຍ
  ລາຍ​ງານ​ລະ​ບຸ​ວ່າ ດາວ​ຫາງ 2015 TB145 ຈະ​ໂຄຈອນ​ເຂົ້າ​ໃກ້​ໂລກ​ອີກ​ເທື່ອ​ໃນ​ເດືອນ​ກັນຍາ 2018 ແຕ່​ລໄລຍະ​ຈະ​ໄກ​ກວ່າ​ນີ້​ຫລາຍ ຄື​ປະ​ມານ 38 ລ້ານ​ກິ​ໂລ​ແມັດ ຫລື​ປະ​ມານ 1 ໃນ 4 ຂອງ​ໄລຍະ​ຫ່າງ​ລະຫວ່າງ​ໂລກ​ກັບ​ດວງ​ອາທິດ​

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...