Homeຂ່າວພາຍ​ໃນມອບລາງວັນສິ່ງປະດິດຄິດສ້າງແບບສ້າງສັນ

ມອບລາງວັນສິ່ງປະດິດຄິດສ້າງແບບສ້າງສັນ

Published on

ມອບລາງວັນສິ່ງປະດິດຄິດສ້າງແບບສ້າງສັນ

ໃນ​ໄລຍະ​ຂອງ​ການ​ຈັດ​ງານ​ສັບປະດາ ລາວ-ຝຣັ່ງ ຢູ່​ນະຄອນຫຼວງ​ວຽງ​ຈັນ ໜຶ່ງ​ໃນ​ບັນດາ​ການເຄື່ອນໄຫວ​ກິດຈະກຳ ມີ​ກອງ​ປະຊຸມ​ຄົ້ນຄວ້າ​ດ້ານ​ວິຊາ​ການ ໃນ​ຫົວຂໍ້ ເມືອງ​ໃຫຍ່​ທີ່​ພັດທະນາ​ໃນ​ເຂດ​ອາຊີ​ຕາເວັນ​ອອກສຽງ​ໃຕ້ ທີ່​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 26-28 ພະຈິກ 2013 ຈາກ​ການ​ຈັດ​ສຳ​ມະ​ນາ​ດັ່ງກ່າວ ທາງ​ສະ​ຖາ​ບັນ​ຝຣັ່ງ ຍັງ​ໄດ້​ຈັດ​ໃຫ້​ມີ​ການ​ປະ​ກວດ​ການ​ປະດິດ​ຄິດ​ສ້າງ​ແບບ​ສ້າງສັນ ພາຍ​ໃຕ້​ຫົວຂໍ້ Vientiane Art 2.0 ໂດຍ​ເປີດ​ກວ້າງ​ໃຫ້​ແກ່​ບັນດາ​ໂຮງຮຽນ​ໃນ​ນະຄອນຫຼວງ​ວຽງ​ຈັນ ບັນດາ​ນັກຮຽນ ນັກ​ສຶກ​ສາ ໃຫ້​ສົ່ງ​ຜົນງານ​ປະດິດ​ສ້າງ ເຂົ້າ​ຮ່ວມ​ທີ່​ມີ​ເນື້ອ​ໃນ​ກ່ຽວ​ກັບ​ການ​ວາງ​ແຜນ​ຈັດ​ສັນ​ຕົວ​ເມືອງ ແລະ ອີງໃສ່​ແນວ​ຄວາມ​ຄິດ​ການ​ດຳລົງ​ຊີວິດ​ໃນ​ຕົວ​ເມືອງ​ທີ່​ສົມບູນ​ແບບ ດ້ວຍ​ການ​ນຳ​ໃຊ້​ອຸປະກອນ​ເພື່ອ​ນຳ​ສະເໜີ​ບັນດາ​ຜົນງານ​ດັ່ງກ່າວ ໄດ້​ຖືກ​ວາງສະແດງ​ຕະຫຼອດ​ໄລຍະ​ຂອງ​ການ​ສຳ​ມະ​ນາ ທີ່​ຫ້ອງ​ວາງສະແດງ​ໃນ​ງານ​ສັບປະດາ ລາວ-ຝຣັ່ງ ທີ່​ຫໍ​ປະຊຸມ​ແຫ່ງ​ຊາດ ໂດຍ​ການ​ຄັດ​ເລືອກ​ຜົນງານ​ຂອງ​ຄະນະ​ກຳມະການ​ຮັບຜິດຊອບ ແລະ ສາມາດ​ຄັດ​ເລືອກ​ໄດ້ 3 ຜົນງານ​ທີ່​ເດັ່ນ ໃນ​ລະດັບ​ນັກ​ສຶກ​ສາ ແລະ 3 ຜົນງານ​ຂອງ​ນ້ອງ​ນັກຮຽນ​ຄື:

ຜົນງານ​ການ​ຄົ້ນຄວ້າ​ທີ່​ຊະນະ​ເລີດ​ທີ 1 ໄດ້ແກ່​ທ້າວ ໂກສົນ ສິດທິ​ລາດ ກັບ​ຫົວຂໍ້​ຊຸມ​ຊົນ​ທີ່​ເປັນ​ມິດ​ກັບ​ນ້ຳ ໄດ້​ຮັບ​ລາງວັນ​ເປັນ​ທຶນ​ການ​ສຶກ​ສາ​ປະລິນຍາ​ໂທ ທີ່​ປະເທດ​ຝຣັ່ງ ທີ 2 ໄດ້ແກ່​ທ້າວ ທະນູ​ເພັດ ອ່ອນ​ມາ​ວົງ ໃນ​ຫົວຂໍ້​ໂຄງການ​ອອກ​ແບບ​ສວນ​ສາທາລະນະ​ທີ່​ຍັງ​ຄົງ​ຮັກສາ​ວິຖີ​ຊີວິດ ວັດທະນະທຳ ແລະ ການ​ກະສິກຳ ໄດ້​ຮັບ​ລາງວັນ​ທຶນ​ການ​ສຶກ​ສາ​ປະລິນຍາ​ໂທ ຢູ່​ໃນ​ອະນຸ​ພາກ​ພື້ນ​ອາຊີ-ປາ​ຊີ​ຟິກ ແລະ ລາງວັນ​ທີ 3 ໄດ້ແກ່​ນາງ ວິ​ດາ​ວັນ ສີ​ສຸວັນ ໃນ​ຫົວຂໍ້​ຊຸມ​ຊົນ​ກະສິກຳ​ທີ່​ຕິດ​ພັນ​ກັບ​ພື້ນ​ທີ່​ນ້ຳ​ຖ້ວມ ໄດ້​ຮັບ​ລາງວັນ​ຄອມ​ພິວ​ເຕີ 1 ເຄື່ອງ ແລະ ລາງວັນ​ສິລະ​ປະ​ສຳລັບ​ນັກຮຽນ​ທີ 1 ໄດ້ແກ່​ໂຮງຮຽນ​ກຽດ​ຕິ​ສັກ ທີ 2 ໄດ້ແກ່​ໂຮງຮຽນ ​ມສ.ວຽງ​ຈັນ ແລະ ທີ 3 ໄດ້ແກ່​ໂຮງຮຽນ​ກຽດ​ຕິ​ສັກ.

ພິທີ​ມອບ​ລາງວັນ​ຄັ້ງ​ນີ້ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 28 ພະຈິກ 2013 ນີ້ ຢູ່​ທີ່​ຫໍ​ປະຊຸມ​ແຫ່ງ​ຊາດ ໂດຍ​ເປັນ​ກຽດ​ມອບ​ລາງວັນ​ຂອງ​ທ່ານ ສົມ​ມາດ ພົນ​ເສນາ ລັດຖະມົນຕີ​ວ່າການ ກະຊວງ​ໂຍທາ​ທິ​ການ ແລະ ຂົນສົ່ງ ທ່ານ ອິວ ກາກ​ໂມ​ນາ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຝຣັ່ງ ປະຈຳ ​ສປປ ລາວ ທ່ານ ຫຸມພັນ ອິນ​ທິ​ລາດ ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ​ວິທະຍາສາດ-ເຕັກ​ໂນ​ໂລ​ຊີ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...