HomeມູມໄອທີລາວMicrosoft ປ່ອຍແອບ Arrow Launcher ໃຫ້ຜູ້ໃຊ້ Android ດາວໂຫລດແລ້ວ

Microsoft ປ່ອຍແອບ Arrow Launcher ໃຫ້ຜູ້ໃຊ້ Android ດາວໂຫລດແລ້ວ

Published on

microsoft-arrow-launcher-02

ຫລັງ ຈາກ​ທີ່​ຕອນ​ນີ້​ແອັບ​ຈາກ Microsoft ເທິງ Android ມີ​ຫລວງຫລາຍ​ແລ້ວ​ຢ່າງ​ເຊັ່ນ Outlook , OneDrive , ແລະ​ແອັບ​ຕະກູນ office ຢ່າງ Word , Excel , PowerPoint ກໍ​ປ່ອຍ​ລົງ​ໃນ Play Store ​ຮຽບຮ້ອຍ​ແລ້ວ​ເຊັ່ນ​ກັນ ຫລ້າ​ສຸດ Microsoft ປະ​ກາດ​ປ່ອຍ​ແອັບ Arrow Launcher  ຊື່ງເປັນ​ການ​ປັບ​ໜ້າ​ຕາ   Home Screen ຂອງ​ມື​ຖື Android ໃຫ້​ດາວໂຫລດ​ເວີລ໌​ຊັ່ນ​ເຕັມ​ໃຫ້​ໃຊ້​ຟຣີ​ແລ້ວ ຫລັງ​ຈາກ​ທີ່​ທົດລອງ​ແອັບ​ນີ້​ແບບ beta ຕັ້ງ​ແຕ່​ເດືອນ​ສິງ​ຫາ​​ທີ່​ຜ່ານມາ

microsoft-arrow-launcher-01

Arrow Launcher ນີ້​ແຕກ​ຕ່າງ​ຈາກ Launcher ອື່ນ​ຫລາຍ ໂດຍ​ການ​ອອກ​ແບບ​ທີ່​ຮຽບ​ງ່າຍ ມີ​ໜ້າ​ຫລັກ​ພຽງ 3 ໜ້າ ແບ່ງ​ໂຊນ​ແຕ່​ລະ​ໜ້າ​ໄວ້​ຢ່າງ​ຊັດເຈນ ເນັ້ນ​ປັບ​ຕົວ​ຮຽນ​ຮູ້​ການ​ເອີ້ນ​ໃຊ້​ງານ​ໃນ​ສ່ວນ​ຕ່າງໆ​ເຊັ່ນ ແອັບ ຫລື​ລາຍ​ຊື່​ຂອງ​ຜູ້​ໃຊ້ ທີ່​ເຈົ້າ​ໃຊ້​ງານ​ເລື້ອຍ + ການ note & reminder ສຳລັບ​ເກັບ​ໂນ້ດ ​ແລະ​ແຈ້ງ​ເຕືອນ​ການ​ນັດ​ໝາຍ ເປັນ​ຕົ້ນ ຕະຫລອດ​ຈົນ​ການ​ເຂົ້າ​ເຖິງ​ສ່ວນ​ຂອງ settings ໃຫ້​ເຈົ້າ​ເອີ້ນ​ໃຊ້​ງານ​ສະ​ດວກ​ຂຶ້ນ

Arrow Launcher ສາມາດ​ດາວ​ໂຫລດ​ໃຊ້​ຟຣີ​ໄດ້​ແລ້ວ​ມື້​ນີ້​ທາງ Play Store ສຳລັບ​ຜູ້​ໃຊ້​ສະ​ມາດ​ໂຟນ Android ເທົ່າ​ນັ້ນ

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...