Homeຂ່າວພາຍ​ໃນສະຫະລັດມອບເຄື່ອງຊ່ວຍເຫຼືອ 5 ແຂວງ ຕ້ານໄຂ້ຍຸງ

ສະຫະລັດມອບເຄື່ອງຊ່ວຍເຫຼືອ 5 ແຂວງ ຕ້ານໄຂ້ຍຸງ

Published on

ສະຫະລັດມອບເຄື່ອງຊ່ວຍເຫຼືອ 5 ແຂວງ ຕ້ານໄຂ້ຍຸງ

ລັດຖະບານ ແລະ ປະຊາຊົນ​ສະຫະລັດ​ອາເມລິກາ ໃຫ້ການ​ຊ່ວຍເຫຼືອ​ໃຫ້​ແຂວງ​ສະຫວັນ​ນະ​ເຂດ ຈຳປາ​ສັກ ສາລະ​ວັນ ອັດ​ຕະ​ປື ແລະ ເຊ​ກອງ ປະກອບສ່ວນ​ສະໜັບສະໜູນ ເຂົ້າ​ໃນ​ການ​ປ້ອງ​ກັນ​ການ​ລະບາດ​ຂອງ​ພະຍາດ​ໄຂ້ຍຸງ (Malaria) ແຕ່​ນີ້​ຈົນ​ຮອດ​ປີ 2014 ເປັນ​ເງິນ​ຈຳນວນ 5,7 ຕື້​ກີບ.

ການ​ຊ່ວຍເຫຼືອ​ຄັ້ງ​ນີ້ ປະກອບ​ມີ​ການ​ເຝິກອົບຮົມ ໃຫ້​ກັບ​ພະນັກງານ​ການ​ຊ່ວຍເຫຼືອ​ທາງ​ດ້ານ​ວິຊາ​ການ ແລະ ການ​ສະໜອງ​ອຸປະກອນ​ຕ່າງໆ ເປັນຕົ້ນ​ແມ່ນ ມຸ້ງ​ຍ້ອມ​ຢາ ຢາ​ປິ່ນປົວ​ໄຂ້ຍຸງ ເຄື່ອງ​ບົ່ງມະຕິ​ພະຍາດ ແລະ ອື່ນໆ ໂດຍ​ແນໃສ່​ຕົວ​ເມືອງ​ທີ່​ມີ​ການ​ລະບາດ​ຮ້າຍ​ແຮງ​ທີ່​ສຸດ ແລະ ເຂດ​ທີ່​ມີ​ຄວາມ​ສ່ຽງ ຊຶ່ງ​ພະຍາດ​ດັ່ງກ່າວ ໄດ້​ມີ​ການ​ແຜ່​ລະບາດ​ຢູ່​ແຂວງ​ອັດ​ຕະ​ປື​ໃນ​ປີ 2011 ແລະ ໄດ້​ລະບາດ​ໄປ​ອີກ 4 ແຂວງ​ດັ່ງກ່າວ.

ພິທີ​ມອບ-ຮັບ​ເຄື່ອງ​ຊ່ວຍເຫຼືອ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 27 ພະຈິກ 2013 ທີ່​ກະຊວງ​ສາທາລະນະ​ສຸກ ໂດຍ​ການ​ມອບ​ຂອງ​ທ່ານ ເດ​ເນ​​ລ ຄຼັນ (Daniel Clune) ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິສາມັນ ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ສະຫະລັດ​ອາເມລິກາ ປະຈຳ ​ສປປ ລາວ ແລະ ຮັບ​ໂດຍ​ທ່ານ ​ສຈ.​ດຣ. ເອກ​ສະຫວ່າງ ວົງ​ວິຈິດ ລັດຖະມົນຕີ​ວ່າການ ກະຊວງ​ສາທາລະນະ​ສຸກ ພ້ອມ​ບັນດາ​ພາກສ່ວນ​ກ່ຽວຂ້ອງ.

ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...