spot_img
Homeຂ່າວຕ່າງປະເທດໄຟໄໝ້ເຮືອບິນ ໂບອິ້ງ 767 ຢູ່ລັດຟໍຣິດາ ຂະນະກຳລັງຈະຂຶ້ນບິນ ຜູ້ໂດຍສານບາດເຈັບ 14 ຄົນ!

ໄຟໄໝ້ເຮືອບິນ ໂບອິ້ງ 767 ຢູ່ລັດຟໍຣິດາ ຂະນະກຳລັງຈະຂຶ້ນບິນ ຜູ້ໂດຍສານບາດເຈັບ 14 ຄົນ!

Published on

EyWwB5WU57MYnKOuXofkvgSO69TbwHrYD0EF91S3c87qql9rSRfMhj

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 30 ຕຸລານີ້ວ່າ ໃນວັນທີ 29 ຕຸລາຜ່ານມາ ເວລາ 23:45 ໂມງ ຕາມເວລາໃນປະເທດລາວ ເກີດເຫດເຮືອບິນໂດຍສານ ໂບອິ້ງ 767 ຂອງສາຍການບິນໄດນາມິກ ອິນເຕີເນຊັ່ນແນວ ແອຣ໌ເວ ຖ້ຽວບິນທີ 405 ໄຟໄໝ້ເຄື່ອງຈັກ ໃນລະຫວ່າງກຳລັງແລ່ນເທິງທາງຂັບ ທີ່ສະໜາມບິນສາກົນ Fort Lauderdale-Hollywood ລັດຟໍຣິດາ ສະຫະລັດອາເມຣິກາ ໂດຍແຫລ່ງຂ່າວໄດ້ລະບຸວ່າ ເຫດໄຟໄໝ້ດັ່ງກ່າວ ເກີດຂຶ້ນຫລັງຈາກ ນ້ຳມັນເຊື້ອໄຟຂອງເຄື່ອງຈັກຮົ່ວ ເຮັດໃຫ້ມີການອົບພະຍົບຜູ້ໂດຍສານ ອອກຈາກເຮືອບິນ ດ້ວຍປະຕູສະໄລເດີ້ ຊຶ່ງໜ່ວຍກູ້ໄພໄດ້ນຳລົດໂຮງໝໍສຸກເສີນ ແລະ ລົດມອດໄຟເຂົ້າລະງັບເຫດທັນທີ ຈົນສາມາດຄວບຄຸມໄຟໄວ້ໄດ້ ໂດຍມີຜູ້ໄດ້ຮັບບາດເຈັບທັງໝົດ 14 ຄົນ.

TOPSHOTS-US-AVIATION-ACCIDENT-FLORIDA

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...