spot_img
HomeມູມໄອທີລາວFacebook ເປີດຕົວຟັງຊັ່ນ ແຈ້ງເຕືອນຂໍ້ຄວາມຈາກຄົນບໍ່ຮູ້ຈັກ

Facebook ເປີດຕົວຟັງຊັ່ນ ແຈ້ງເຕືອນຂໍ້ຄວາມຈາກຄົນບໍ່ຮູ້ຈັກ

Published on

msrq

ເຟ​ສ​ບຸກ​ເປີດ​ຕົວ​ຟັງຊັ່ນ Message Request ຊ່ວຍ​ແຈ້ງ​ເຕືອນ​ເມື່ອ​ໄດ້ຮັບ​ຂໍ້ຄວາມ​ຈາກ​ຄົົນທີ່​ບໍ່​ຮູ້​ຈັກ​ເທິງ Facebook Messenger
ເມື່ອ​ວັນທີ່ 28 ຕຸລາ David Marcus ທີມ​ງານ Facebook Messenger ໄດ້​ເປີດ​ເຜີຍ​ຟັງຊັ່ນ Message Request ສຳລັບ Messenger ເປັນ​ລະບົບ​ແຈ້ງ​ເຕືອນ​ເມື່ອ​ມີ​ຂໍ້ຄວາມ​ຈາກ​ຄົົນທີ່​ບໍ່​ຮູ້​ຈັກ ຊຶ່ງ​ກ່ອນ​ໜ້າ​ນີ້​ຖ້າ​ຫາກ​ຂໍ້ຄວາມ​ທີ່​ຖືກ​ສົ່ງ​ມາ​ຈາກ​ບຸກ​ຄົນ​ທີ່​ບໍ່ແມ່ນ​ໝູ່, ບໍ່​ມີ​ຄວາມ​ກ່ຽວ​ພັນ​ກັນ ແລະ ​ບໍ່​ເຄີຍ​ແຊັດ​ກັນ​ມາ​ກ່ອນ ຂໍ້ຄວາມ​ຈະ​ຖືກ​ສົ່ງ​ເຂົ້າໄປ​ໃນ​ກ່ອງ Others ທີ່​ສາມາດ​ເປີດ​ເບິ່ງ​ໄດ້​ສະເພາະ​ເທິງ​ເວັບ ຊຶ່ງ​ຄົນ​ສ່ວນ​ໃຫຍ່​ມັກ​ບໍ່​ສັງເກດ​ເຫັນ​ແລະ​ບໍ່​ໄດ້​ເປີດ​ອ່ານ​ ແຕ່​ຟັງຊັ່ນ Message Request ນີ້​ຈະ​ຊ່ວຍ​ແຈ້ງ​ເຕືອນ​ໃຫ້​ຮູ້​ເພື່ອ​ທີ່​ຈະ​ໄດ້​ບໍ່​ພາດ​ຂໍ້ຄວາມ​ສຳຄັນ​ໆໄປ
ນອກ​ຈາກ​ນີ້​ຜູ້​ຮັບ​ຂໍ້ຄວາມ​ຈາກ Message Request ຈະ​ສາມາດ​ເປີດ​ອ່ານ​ຂໍ້ຄວາມ​ໂດຍ​ທີ່​ຜູ້​ສົ່ງ​ບໍ່​ຮູ້​ວ່າ​ເປີດ​ອ່ານ​ຂໍ້ຄວາມ​ແລ້ວ​ຫລື​ຍັງ ຊຶ່ງ​ຜູ້​ສົ່ງ​ຈະ​ຮູ້​ກໍ​ຕໍ່​ເມື່ອຜູ້​ຮັບ​ຕອບ​ກັບ​ຂໍ້ຄວາມ​ເທົ່າ​ນັ້ນ ໂດຍ​ຄາດ​ວ່າ​ຟັງຊັ່ນ Message Request ເທິງ Messenger ຈະ​ເປີດ​ໃຫ້​ໃຊ້​ງານ​ໄດ້​ໃນ​ໄວ​ໆ ນີ້

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...