Homeຂ່າວທ້ອງຖິ່ນແຂວງວຽງຈັນ ໄຂກອງປະຊຸມໃຫຍ່ ຄັ້ງທີ VI ຜູ້ແທນແນວລາວສ້າງຊາດ ຢ່າງເປັນທາງການ

ແຂວງວຽງຈັນ ໄຂກອງປະຊຸມໃຫຍ່ ຄັ້ງທີ VI ຜູ້ແທນແນວລາວສ້າງຊາດ ຢ່າງເປັນທາງການ

Published on

VT

ຂປລ. ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ VI ຂ​ອງ​ຜູ້​ແທນ​​ແນວ​ລາວ​ສ້າງ​ຊາດ ​ແຂວງ​ວຽງ​ຈັນ​​ ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ​ຢູ່​ທີ່​ສະ​ໂມ​ສອນ ​ເຂື່ອນ​ໄຟຟ້າ​ນ້ຳງື່ມ I ​ໃນ​ວັນ​ທີ 29-30 ຕຸລາ ນີ້, ​ໂດຍ​​ເປັນ​ປະທານ​ຂອງ ​ສະຫາຍ ​ເຂົາ​ແກ້ວ​ ສົມ​ຈັນ​ມະ​ວົງ ​ປະທານ​ອົງການ ແນວ​ລາວ​ສ້າງ​ຊາດ ​ແຂວງວຽງ​ຈັນ, ມີ​ສະຫາຍ ​ຕົງ​ ເຢີ​ທໍ່ ​ກຳມະການ​ສູນ​ກາງ​ພັກ ​ຮອງ​ປະທານ​ຜູ້​ປະຈຳ​ການ ສູນ​ກາງແນວ​ລາວ​ສ້າງ​ຊາດ, ສະຫາຍນາງ ບຸ​ນເພັງ ​ສາຍນໍລະ​ດີ ຮອງ​ເລຂາ​ພັກ​ແຂວງ, ມີ​ບັນດາ​ເຈົ້າ​ເມືອງ, ປະທານ​ແນວ​ລາວ​ສ້າງ​ຊາດ​ເມືອງ, ພ້ອມ​ດ້ວຍ​ບັນດາ​ຜູ້​ແທນ​ສົມບູນ ​ເຊິ່ງ​ເປັນ​ຕົວ​ແທນ​ ໃຫ້​ແກ່​ອົງການ​ແນວ​ລາວ​ສ້າງ​ຊາດ​ ຂັ້ນ​ທ້ອງ​ຖິ່ນ ​ແລະ ​ຮາກ​ຖານ​​ເຂົ້າ​ຮ່ວມ ຈຳນວນ 119 ສະຫາຍ, ຍິງ14 ສະຫາຍ.

ສະຫາຍ ຊາວລໍ່ ຕົ່ງເຊັ່ງ ຮອງປະທານອົງການແນວລາວສ້າງຊາດ ແຂວງ​ວຽງ​ຈັນ, ກ່າວ​ໃນ​ຮ່າງ​ລາຍ​ງານ​ການ​ເມືອງ ​ຂອງ​ອົງການ​ແນວ​ລາວ​ສ້າງ​ຊາດ ​ແຂວງ​ວຽງ​ຈັນ ​ວ່າ: ດ້​ວຍການ​ຊີ້​ນຳໆ​ພາ​ຢ່າງ​​ໃກ້ຊິດ ​ຂອງ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ​ແລະ ​ຄະນະ​ປະຈຳ​ພັກ​ແຂວງ, ​ອົງການ​ແນວ​ລາວ​ສ້າງ​ຊາດ ​ແຂວງ​ວຽງ​ຈັນ ​ໄດ້​​ເອົາ​ໃຈ​ໃ​ສ່​ເຕົ້າ​ໂຮ​ມ ຄວາມ​ສາມັກຄີບັນດາ​ເຜົ່າ​ ທຸກ​ຊັ້ນ​ຄົນ​ ແລະ​ ສາສະໜາ ເຮັດ​ໃຫ້​ປະຊາຊົນ​ລາວ ​ບັນ​ດາ​​ເຜົ່າ ພາຍ​ໃນ​ແຂວງ​ ມີ​ຄວາມ​ສາມັກຄີ​ອັນ​ແໜ້ນ​ແກ່ນ ​ເປັນ​ພື້ນຖານ​ອັນດີ​​ ເຮັດໃຫ້​​ແຂວງ​ວຽງ​ຈັນ ​ມີ​ຄວາມ​ສະຫງົບ​ປອດ​ໄພ​, ​​ປະຊາຊົນ​ຍຸ​ທ່າ​ງສ້າງ​ສາ​​ ພັດທະ​ນາ​ບ້ານ​ຊ່ອງ​ຂອງ​ຕົນ​ ໃຫ້​ຈະ​ເລີ​ນສີວິ​ໄລ​ຂຶ້ນ​ເລື້ອ​ຍໆ, ນຳພາ​ສ້າງ​ຕັ້ງ​ກອງ​ທຶນ​ ພັດທະນາ​ຂັ້ນ​ບ້ານ, ​ຮອດ​ປັດຈຸ​ບັນ​ ມີ​ 38 ກອງ​ທຶນ,​ ມີ​ສະມາຊິກ 5.500 ກວ່າ​ຄົນ,​ ມີ​ທຶນ​ເກືອບ14 ຕື້​ກີບ,​ ນຳພາ​ປະຊາຊົນ​ຮັກສາ​ ແລະ​ ສົ່ງ​ເສີມ​ວັ​ດທະນະ​ທຳ ​ອັນດີ​ງາມຂອງ​ແຕ່ລະ​ເຜົ່າ ​ບໍ່​ໃຫ້​ເຄື່ອນ​ໄຫວ ​ແລະ​ ເຊື່ອ​ຖື​ງົມງວາຍ, ລາ​ມົກ​ອານາ​ຈານ, ​ປະກອບສ່ວນ​ສ້າງ​ບ້ານ​ ວັດທະນະທຳ​ໄດ້ 244 ບ້ານ, ບ້ານ​ພັດທະນາ​ໄດ້ 190 ບ້ານ, ບ້ານ​ສາທາລະນະ​ສຸກ 322  ບ້ານ, ປຸກລະດົມ​ປະຊາຊົນ​ປະກອບສ່ວນ​ ເຂົ້າ​ໃນ​ວຽກງານ​ສຶກສາ ​ແລະ ​ການກໍ່ສ້າງ​ອາຄານ​ຮຽນ, ຫໍ​ພັກຄູ, ປຸກລະດົມ​ປະຊາຊົນ​ ນຳ​ເອົາ​ລູກ​​ໃນ​ເກນ​ອາຍຸ ເຂົ້າ​ຮຽນ​ໄດ້100%​ ແລະ​ ສາມາດ​ປະກາດ​ຈົບ​ຊັ້ນ​ ປະຖົມ​ບຳລຸງ​ທົ່ວ​ແຂວງ​​ ໄດ້ໃນ​ທ້າຍປີ 2014 ທີ່​ຜ່ານ​ມາ, ​ເອົາ​ໃຈ​ໃສ່​ປັບປຸງ​ກົງ​ຈັກການ​ຈັດ​ຕັ້ງ​ ໃຫ້​ເຂັ້ມ​ແຂງ​ໜັກ​ແໜ້ນ​. ພ້ອມ​ນີ້ ອົງການ​ແນວ​ລາວ​ສ້າງ​ຊາດ ​ແຂວງ​ວຽງ​ຈັນ ​ຍັງ​ໄດ້​ເອົາ​ໃຈ​ໃສ່​ຍົກ​ລະດັບ ຄຸ​ນນະພາບ​ວຽກ​ງານ​ຂອງ​ຕົນ​ ດ້ວຍ​ການ​ນຳ​ສົ່ງ​ພະ​ນັກ​ງານ​ ໄປ​ຍົກ​ລະດັບ​ທິດ​ສະ​ດີ ກາ​ນ​ເມືອງ–ການ​ປົກຄອງ ​ແລະ ​ອົບຮົມ​ຢູ່ ​ສສ ຫວຽດນາມ ​ເພື່ອ​ເຮັດ​ໃຫ້​ພະນັກງານ ມີ​ຄວາມ​ຮູ້​, ຄວາມ​ສາມາດ​ດີ​ຂຶ້ນ​ກ່ວາ​ເກົ່າ.

ໃນກອງ​ປະຊຸມ​ ບັນດາ​ຜູ້​ແທນ​ສົມບູນ​ ຍັງ​ຈະ​ໄດ້​ນຳ​ໃຊ້​ສິດ​ ປະຊາທິປະ​ໄຕ ​ຂອງ​ຕົນ​ປ່ອນ​ຮັບຮອງ ​ເອົາ​ປະທານ, ຮອງ​ປະທານ​ ແລະ​ ຄະນະ ກຳມະການ ​ແນວ​ລາວ​ສ້າງ​ຊາດ ​ແຂວງ​ວຽງ​ຈັນ ເພື່ອ​ສືບ​ຕໍ່​ຊີ້​ນຳໆ​ພາ​ ວຽກ​ງານ​ແນວ​ລາວ​ສ້າງ​ຊາດ ​ແຂວງ​ວຽງ​ຈັນ​ ໃນ 5 ປີຕໍ່ໜ້າ ອີກ​ດ້ວຍ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...