spot_img
Homeປະເພນີ-ວັດທະນະທຳເປີດຄາລະວານຊ້າງ ເມືອງປາກລາຍ-ເມືອງພຽງ ສູ່ເມືອງມໍລະດົກໂລກ

ເປີດຄາລະວານຊ້າງ ເມືອງປາກລາຍ-ເມືອງພຽງ ສູ່ເມືອງມໍລະດົກໂລກ

Published on

Elephant

ຂປລ. ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 29 ຕຸລາ 2015 ຢູ່​ທີ່​ເດີ່ນ​ໂຮງຮຽນ ມ. ປາຍ ​ເມືອງ​ປາກ​ລາຍ ​ແຂວງ​ໄຊ​ຍະ​ບູລີ, ທ່ານ ບຸນຫລາຍ ວົງດາລາ ຮອງເຈົ້າເມືອງໆປາກລາຍ​ ໄດ້​ໃຫ້ກຽດ​ເຂົ້າ​ຮ່ວມພິທີສູ່​ຂັວນ ​ແລະ ເປີດຄາລະວານຊ້າງ ໄປສູ່​ເມືອງ​ມໍລະດົກ​ໂລກ ແຂວງຫລວງພະບາງ ເພື່ອເຂົ້າຮ່ວມ ພິທີສະເຫລີມສະຫລອງ ການເປັນເມືອງມໍລະດົກໂລກ ຄົບຮອບ 20 ປີ (9/12/1995-9/12/2015).

ຄາລະວານຊ້າງ 3 ເຊືອກ ຂອງເມືອງປາກລາຍ ​ໄດ້​ເລີ່​ມ​ເດີນທາງ​ອອກ​ຈາກ ​ເມືອງ​ປາກ​ລາຍ ​ໄປ​ຮອດ​ເມືອງ​ທົ່ງ​ມີ​ໄຊ ​ໃນ​ວັນ​ທີ 30 ຕຸລາ 2015 ​ເພື່ອ​ສົມທົບ​ກັບ​ຊ້າງ​ອີກ 6 ​ເຊືອກ​ ຢູ່​ເມືອງ​ທົ່ງ​ມີ​ໄຊ ​ແລະ ​ເມືອງ​ພຽງ ລວມທັງ​ໝົດ 9 ​ເຊືອກ. ຈາກ​ນັ້ນ ຈຶ່ງຈະ​ໄດ້ພ້ອມ​ກັນ​ເດີນທາງ ຜ່ານ​ເມືອງ​ໄຊ​ຍະບູລີ ​ແລະ​ເມືອງ​ຫົງ​ສາ ​ເພື່ອ​ມຸ່ງໜ້າ​ເຂົ້າ​ສູ່​ ແຂວງ​ຫລວງ​ພະ​ບາງ ​ໂດຍ​ຈະ​ໃຊ້​ເວລາ​ປະມານ 45 ວັນ.

20 ປີ ຜ່ານມາ ​ເມືອງ​ມໍລະດົກ​ໂລກ ​ໄດ້​ຮັບ​ການ​ພັດທະນາ​​ ໃຫ້​ມີ​ການ​ຫັນປ່ຽນຢ່າງ​ຕັ້ງໜ້າ ​ເຕີບ​ໃຫຍ່​ຂະຫຍາຍຕົວ ​ຢ່າງ​ຕໍ່​ເນື່ອງ, ​ໂດຍ​ສະ​ເພາະ​ທາງ​ດ້ານ ​ເສດຖະກິດ-ສັງຄົມ ​ແລະ ການ​ບໍລິການ, ດ້ານ​ວັດທະນະທຳ​ ກໍໄດ້ມີ​ການ​ບູລະນະ ​ແລະ ປົກ​ປັກ​ຮັກສາ​​ເອກະລັກ ​ວັດທະນະທຳ ​ໃຫ້​ຄົງ​ຢູ່​ກັບ​ ຊາວ​ຫລວງ​ພະ​ບາງ ຕະຫລອດ​ໄປ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...