Homeອຸບັດເຫດແລະປາກົດການຫຍໍ້ທໍ້ຢູ່ນະຄອນຫລວງວຽງຈັນ ມີຜູ້ເສຍຊີວິດ 3 ຄົນຍ້ອນອຸປະຕິເຫດໃນມື້ອອກພັນສາ

ຢູ່ນະຄອນຫລວງວຽງຈັນ ມີຜູ້ເສຍຊີວິດ 3 ຄົນຍ້ອນອຸປະຕິເຫດໃນມື້ອອກພັນສາ

Published on

​ເຈົ້າ​ໜ້າ​ທີ່ຈະລາຈອນນະຄອນຫລວງ​ວຽງ​ຈັນ ​ໃຫ້​ຮູ້​ວ່າ: ​ໃນ​ວັນ​ທີ 27 ຕຸລາ​ນີ້ ຊຶ່ງ​ເປັນ​ມື້​ອອກ​ພັນ​ສາ​ປະ​ວໍລະນາ 2558 ຢູ່ທົ່ວ​ນະຄອນຫລວງ​ວຽງ​ຈັນ, ມີ​ອຸປະຕິ​ເຫດ​ເກີດ​ຂຶ້ນ​ 9 ກໍລະນີ, ມີ​ຜູ້​ເສຍ​ຊີວິດ​ 3 ຄົນ ​ແລະ ມີ​ຜູ້​ໄດ້​ຮັບ​ບາດ​ເຈັບ​ຈຳນວນ​ໜຶ່ງ​ຄື: ​ໃນຄໍ່າ​ຄືນ​ວັນ​ດັ່ງກ່າວ​, ຢູ່​ເຂດ​ບ້ານ​ພູ​ຄຳ, ​ເມືອງ​ໄຊ​ທາ​ນີ ​ໄດ້​ເກີດ​ເຫດ​ລົດ​​ໃຫຍ່​ຕຳ​ລົດຈັກ ​ຢ່າງ​ຮຸນ​ແຮງ ​ເຮັດ​ໃຫ້​ທ້າວ ຄຳ​ສະພາຍ (ຜູ້​ຂັບ​ຂີ່​ລົດຈັກ), ອາຍຸ 24ປີ, ​ຢູ່​ບ້ານ​ໂພນ​ໄຮ່​ຄຳ, ​ເມືອງ​ໄຊ​ທານີ ​ເສຍ​ຊີວິດ​ຄາ​ທີ່; ຢູ່​​ເຂດ​ບ້ານໜອງ​ທາ​ເໜືອ,​​ ​ເມືອງ​ຈັນ​ທະ​ບູລີ ​ໄດ້​ເກີດ​​ເຫດ​ລົດ​ໃຫຍ່​ຕຳ​ລົດຈັກ 2 ຄັນຢ່າງ​ຮຸນ​ແຮງ, ​ສົ່ງ​ຜົນ​ໃຫ້​ທ້າວ ບຸນ​ທະວີ (ຜູ້​ຂັບ​ຂີ່​ລົດຈັກ), ອາຍຸ 27 ປີ, ກຳມະກອນ ຢູ່​ບ້ານ​ດອນ​ແດງ ​ເມືອງ​ດັ່ງ​ກ່າວ ​ເສຍ​ຊີວິດ​ ​ແລະ ຕອນ​ເຊົ້າ​ຂອງ​ວັນ​ທີ 28 ຕຸລາ​ນີ້, ຢູ່​ເຂດ​ບ້ານຫ້ວຍ​ຫ້ອມ, ​ເມືອງ​ສີ​ໂຄດ​ຕະບອງ ​​ໄດ້​ເກີດ​ເຫດ​ລົດຈັກ​ຕຳ​ກັນດ້ວຍ​ຄວາມ​ແຮງ, ​ເຮັດ​ໃຫ້​ທ້າວ ຫ້ອມ ອາຍຸ 17ປີ, ກຳມະກອນ ຢູ່​ບ້ານ​ດັ່ງກ່າວ ​ເສຍ​ຊີວິດ​ຄາທີ່.

​ເຈົ້າ​ໜ້າ​ທີ່ ​ໃຫ້​ຂໍ້​ສັງ​ເກດ​ວ່າ: ການ​ເກີດ​ອຸປະຕິ​ເຫດ​ບົນ​ທ້ອງ​ຖະໜົນ ຢູ່​ນະຄອນຫລວງ​ວຽງຈັນ ນັບ​ມື້​ເພີ່ມ​ຂຶ້ນ​ຫລາຍ, ສ່ວນ​ຫລາຍ​ແມ່ນ​ມາ​ຈາກ​ຜູ້​ຂັບ​ຂີ່​ຂາດ​ສະຕິ​ການ​ປະຕິບັດ​ລະບຽບ​ຈະລາຈອນ​ຄື: ຂີ່​ລົດ​ໄວ, ມີ​ອາການ​ມືນ​ເມົາ​ໃນ​ເວລາ​ຂັບ​ຂີ່, ພ້ອມ​ນັ້ນ ກໍ​ແມ່ນ​ຈຳນວນ​ພາຫະນະ​ນັບ​ມື້​ເພີ່ມ​ຂຶ້ນ​ຢ່າງ​ໄວວາ, ບວກ​ກັບ​ສະພາບ​ເສັ້ນທາງ​ບາງ​ແຫ່ງ​ກໍ​ມີ​ຄວາມ​ຫຍຸ້ງຍາກ​ຍ້ອນ​ເປ່​ເພ​ເປັນ​ບວກ​ເປັນ​ຂຸມ, ບໍ່​ມີ​ແສງ​ສະຫວ່າງ​ເຍືອງ​ທາງ ​ແລະ ສິ່ງ​ອຳນວຍ​ຄວາມ​ສະດວກ​ອື່ນໆ ຕໍ່​ການ​ຂັບ​ຂີ່​ເຊັ່ນ: ​ໄຊ​ອຳນາດ, ປ້າຍ​ເຕືອນ, ປ້າຍ​ຫ້າມ ​ແລະ ​ເສັ້ນທາງ​ການຈະລາຈອນ ກໍ​ຢູ່​ໃນ​ສະພາບ​ສຸດ​ໂຊມ​ຫລາຍ, ຊຶ່ງ​ພາກສ່ວນ​ກ່ຽວຂ້ອງ​ຈະ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ກວດກາສ້ອມ​ແປງ​ໃຫ້ດີ​ຂຶ້ນ.

ທີ່ມາ ໜັງສືພິມລາວພັດທະນາ

ລພນ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...