spot_img
Homeວິທະຍາສາດ-ວິທະຍາການນັກວິທະຍາສາດເຜີຍຜົນກະທົບສຸດໜ້າຢ້ານຈາກການອົດນອນ

ນັກວິທະຍາສາດເຜີຍຜົນກະທົບສຸດໜ້າຢ້ານຈາກການອົດນອນ

Published on

woman-awake-bed-151027

ມັນ​ບໍ່ແມ່ນ​ເລື່ອງ​ໜ້າ​ແປກ​ໃຈ​ເລີຍ​ທີ່​ເມື່ອ​ເຮົາ​ບໍ່​ໄດ້​ນອນ​ຈັກ​ຄືນ ພໍຕື່ນ​ເຊົ້າ​ມາ​ແລ້ວ​ເຮົາ​ຈະ​ຕາ​ມົວ ມຶນ​ຫົວ ແລະ​ຫາວ​ເລື້ອຍໆ ແຕ່​ຜົນ​ກະທົບ​ຂອງ​ການ​ອົດ​ຫລັບ​ອົດ​ນອນ​ບໍ່​ໄດ້​ມີ​ຊ່ຳ​ນັ້ນ ມັນ​ຍັງມີ​ຜົນ​ກະທົບ​ທີ່​ຊວນ​ໃຫ້ຂົນໜາວລຸກ​ຖ້າ​ເຈົ້າ​ຍັງ​ອົດ​ຫລັບ​ອົດ​ນອນ​ຕິດ​ຕໍ່​ກັນ​ເລື້ອຍ​ໆ ເຊັ່ນ​ບັນຫາ​ທາງ​ອາລົມ

“ການ​ບັງຄັບ​ໃຫ້​ອົດ​ນອນ​ເປັນ​ໜຶ່ງ​ໃນ​ວິທີ​ທີ່​ດີ​ສຳລັບ​ການ​ທໍລະມານ​ຄົນ” ດຣ.Steven Feinsilver ແຫ່ງ​ສູນ​ພະຍາດ​ການ​ນອນ​ຫລັບ​ແຫ່ງ ໂຮງຮຽນ​ແພດ​ໄອ​ຄານ ໃນ​ນິວ​ຢອ​ກ ໄດ້​ກ່າວ​ເອົາ​ໄວ້ “ແມ່ນ​ຍັງ​ບໍ່​ມີ​ຄຳ​ນິ​ຍາມ​ທີ່​ຊັດເຈນ​ວ່າ​ດົນ​ເທົ່າໃດ​ທີ່​ມະນຸດ​ສາມາດ ຢູ່​ໄດ້​ໂດຍ​ບໍ່​ຕ້ອງ​ຫລັບ ເພາະ​ມະນຸດ​ແຕ່​ລະ​ຄົນ​ມີ​ຂີດ​ຈຳ​ກັດ​ຂອງ​ການ​ອົດ​ນອນ​ທີ່​ແຕກ​ຕ່າງ​ກັນ​ໄປ ດັ່ງ​ນັ້ນ​ຈຶ່ງ​ບໍ່​ມີ​ນິ​ຍາມ​ທີ່​ເປັນ​ສາກົນ​ຂອງ​ຂີດ​ຈຳ​ກັດ​ການ​ອົດ​ນອນ ແຕ່​ເຖິງ​ຢ່າງ​ນັ້ນ​ເຮົາ​ກໍ​ສາມາດ​ພົບ​ໄດ້​ວ່າ​ຄົົນທີ່​ນອນ​ຫລັບ​ຢ່າງ​ບໍ່​ພຽງ​ພໍ​ຈະ​ເກີດ​ອາການ ທີ່​ຜິດ​ປົກກະຕິ​ໄປ​ຈາກ​ແຕ່່ເກົ່າ”

“ການ​ວິ​ໄຈ​ໃນ​ປີ​ທີ່​ຜ່ານມາ ສະແດງ​ໃຫ້​ເຫັນ​ວ່າ​ມະນຸດ​ອາດ​ໄດ້ຮັບ​ຄວາມ​ເສຍ​ຫາຍ​ທັງ​ທາງ​ຮ່າງກາຍ​ແລະ​ທາງ​ຈິດ​ໃຈ ຖ້າ​ຫາກ​ບໍ່​ໄດ້ຮັບ​ການ​ນອນ​ທີ່​ພຽງ​ພໍ” ສາດ​ສະດາ​ຈານ David Dinges ຜູ້​ສອນ​ວິ​ຊາ​ຈິດ​ວິທະຍາ​ໃນ​ມະຫາ​ວິທະຍາ​ໄລ​ແພນ​ຊິ​ເວ​ເນຍ​ກ່າວ​ພວກເຂົາ​ໄດ້​ທົດລອງ​ສຶກ​ສາ​ການ​ອົດ​ນອນ ເພື່ອ​ຮຽນ​ຮູ້​ຄວາມ​ເສຍ​ຫາຍ​ທີ່​ເກີດ​ຈາກ​ການ​ທີ່ບໍ່ໄດ້​​ນອນ​ຫລັບ ແລະ​ຄວາມ​ສຳຄັນ​ຂອງ​ການ​ນອນ​ຫລັບ​ທີ່​ມີ​ຕໍ່​ສຸກຂະພາບ​ຮ່າງກາຍ​ແລະ​ອາລົມ

“ເຫັນ​ໄດ້​ແຈ້ງ​ວ່າ​ສະໝອງ​ຂອງ​ເຈົ້າ​ບໍ່​ສາມາດ​ເຮັດວຽກ​ໄດ້​ຢ່າງ​ມີ​ປະ​ສິດ​ທິ​ພາບ ຖ້າ​ເຈົ້າ​ບໍ່​ໄດ້​ນອນ” ດຣ.Steven Feinsilver ອະທິບາຍ “ແມ່ນ​ຈະ​ເລັກໜ້ອຍ ແຕ່​ສະໝອງ​ຂອງ​ເຈົ້າ​ຈະ​ເລີ່ມ​ມີ​ການ​ເຊື່ອມຖອຍ​ທາງ​ປັນຍາ​ແລະ​ອາລົມ”

ສາດ​ສະດາ​ຈານ David Dinges ອະທິບາຍ​ວ່າ “ເຮົາ​ຈະ​ບໍ່​ສາມາດ​ເຫັນ​ໃບ​ຫນ້າທີ່​ມີ​ອາລົມ​ໃນ​ແງ່​ບວກ​ຈາກ​ມະນຸດ ເມື່ອ​ພວກເຂົາ​​ຂາດ​ການ​ນອນ​ຫລັບ ເຖິງແມ່ນ​ພວກເຂົາ​ຈະ​ບອກວ່າ​ມີ​ຄວາມ​ສຸກ ແຕ່​ໃບ​ໜ້າ​ຂອງ​ພວກເຂົາ​ຈະ​ເບິ່ງ​ຄືກັບຄົນ​ຂາດ​ອາລົມ​ນັ້ນ ​ພວກເຂົາ​ຈະ​ທົນ​ຕໍ່​ແຮງ​ກົດ​ດັນ​ແລະ​ຄວາມ​ຜິດ​ຫວັງ​ໄດ້​ໜ້ອຍ​ລົງ​ຢ່າງໃດ​ກໍ​ຕາມ ອາການ​ນີ້​ຈະ​ຫາຍ​ໄປ​ໄດ້​ເມື່ອ​ໄດ້ຮັບ​ການ​ນອນ​ຫລັບ”

ນອກ​ຈາກ​ນີ້​ຍັງ​ພົບ​ວ່າ​ອາ​ສາ​ສະໝັກ​ທີ່​ອົດ​ນອນ​ຈຳນວນ​ໜຶ່ງ​ຈະ​ມີ​ອາການ​ວູບ ຊຶ່ງ​ເປັນ​ອາການ​ທີ່​ສະໝອງ​ຈະ​ພັກ​ຜ່ອນ​ຊົ່ວ​ຄາວ​ຄ້າຍ​ນອນ​ຫລັບ​ເປັນ​ເວລາ​ເຖິງ 30 ວິ​ນາ​ທີ ຕາ​ຂອງ​ອາ​ສາ​ສະໝັກ​ຈະ​ປິດ​ລົງ​ໂດຍ​ອັດ​ຕະໂນມັດ ແລະ​ໃນ​ອາ​ສາ​ສະໝັກ​ທີ່​ຕາບອດ ພວກເຂົາ​ບອກວ່າ​ມີ​ໄລຍະເວລາ​ໜຶ່ງ​ທີ່​ພວກເຂົາ​ບໍ່​ຮັບ​ຮູ້​ເຖິງ​ຫຍັງ​ເລີຍ​ ສາດ​ສະດາ​ຈານ Dinges ແລະ ດຣ. Feinsilver ກ່າວ​ວ່າ​ສິ່ງ​ນີ້​ຈະ​ເປັນ​ອັນຕະລາຍ​ຫລາຍ​ໆ ໃນ​ການ​ຂັບ​ຂີ່​ຍານ​ພາຫະນະ

ນອກ​ຈາກ​ນີ້​ການ​ອົດ​ຫລັບ​ອົດ​ນອນ​ຍັງ​ເຮັດໃຫ້​ເກີດ​ອາການ​ລະເມີ ແລະ​ໃນ​ກໍລະນີ​ທີ່​ຮຸນແຮງ ອາດ​ກາຍ​ເປັນ​ການ​​ເສຍສະຕິ ຊຶ່ງ​ປົກກະຕິ​ແລ້ວ​ສາມາດ​ພົບ​ອາການ​ນີ້​ໄດ້​ໃນ​ຜູ້​ປ່ວຍ​ທີ່​ເປັນ​ພະຍາດ​ນອນ​ບໍ່​ຫລັບ​ຢ່າງ ຮຸນແຮງ ແລະ​ອາດ​ນຳ​ໄປ​ສູ່​ອາການ​ເຫັນ​ພາບ​ຫລອນ​ຈາກ​ການ​ອົດ​ນອນ​ແບບ​ຊຳເຮື້ອ

ດຣ. Feinsilver ເລົ່າ​ເຖິງ​ປະສົບການ​ການ​ເຫັນ​ພາບ​ຫລອນ​ຈາກ​ການ​ອົດ​ນອນ​ຂອງ​ຕົນເອງ ເມື່ອ​ເທື່ອ​ປີ​ທຳອິດ​ທີ່​ຢູ່ໃນ​ໂຮງຮຽນ​ແພດ​ວ່າ “ຂ້ອຍ​ຮູ້​ຈັກ​ມັນ​ດີ ເພາະ​ຕອນ​ນັ້ນ​ຂ້ອຍອົດ​ຫລັບ​ອົດ​ນອນ​ເຮັດວຽກ​ໃນ​ຫ້ອງ​ສຸກ​ເສີນ​ຢ່າງ​ຕໍ່​ເນື່ອງ ຂ້ອຍ​ເລີ່ມ​ເຫັນ​ຟັກ​ທອງ​ທີ່​ຢູ່ໃນ​ໂຮງໝໍ​ມາ​ເວົ້າ​ລົມ​ກັບ​ຂ້ອຍ”

ສາດ​ສະດາ​ຈານ Dinges ໄດ້​ຕັ້ງ​ຂໍ້​ສົງ​ໄສ​ກ່ຽວກັບ​ການ​ເຫັນ​ພາບ​ຫລອນ​ໃນ​ກໍລະນີ​ນີ້​ວ່າ “ມີ​ຄຳ​ຖາມ​ທີ່​ບໍ່​ເຂົ້າໃຈ​ຢູ່​ຫລວງຫລາຍ​ກັບ​ອາການ​ນີ້​ທີ່ເກີດຂື້ນ ເມື່ອ​ຢາກ​ນອນ​ຍັງ​ຝືນ​ເຮັດວຽກ ​ພວກເຂົາ​ຈະ​ເລີ່ມ​ເຫັນ​ພາບ​ທີ່​ສັ່ນ​ໄຫວ​ກວ່າ​ເກົ່າ ແລະ​ເຫັນ​ແສງ​ໄຟ​ທັງ​ທີ່​ບໍ່ແມ່ນຄວາມຈິງ ນັ້ນ​ແປ​ວ່າ​ສະໝອງ​ຂອງ​​ພວກເຂົາ​ບໍ່​ສາມາດ​ແປ​ຂໍ້​ມູນ​ທີ່​ໄດ້ຮັບ​ຈາກ​ປະສາດ​ສຳ​ຜັດ​ຕ່າງ​ໆໄດ້ ຢ່າງ​ຊັດເຈນ​ຄືກັບ​ຕອນທີ່​ໄດ້​ພັກ​ຜ່ອນ​ເຕັມ​ທີ່”

ນອກ​ຈາກ​ນີ້​ຍັງມີ​ການ​ຄົ້ນ​ພົບ​ຈາກ​ນັກ​ວິ​ໄຈ​ວ່າ​ການ​ຫ້າມ​ບໍ່​ໃຫ້​ນອນ ສາມາດ​ເຮັດໃຫ້​ໜູ​ທົດລອງ​ຕາຍ​ໄດ້ ແລະ​ໃນ​ປີ 2012 ມີ​ລາຍ​ງານ​ວ່າ​ຊາຍ​ຊາວ​ຈີນ​ຄົນ​ໜຶ່ງ​ເສຍຊີວິດ​ຫລັງ​ຈາກ​ບໍ່​ໄດ້​ນອນ​ຕິດ​ຕໍ່​ກັນ 11 ຄືນ ແຕ່​ເຖິງ​ແບບ​ນັ້ນ​ກໍ​ເຊື່ອ​ກັນ​ວ່າ​ບໍ່ແມ່ນ​ພຽງແຕ່​ການ​ອົດ​ນອນ​ທີ່​ເຮັດໃຫ້​ພວກເຂົາ​ຕາຍ ແຕ່​ເພາະ​ພວກເຂົາ​ທັງ​ກິນ​ເຫລົ້າ​ແລະ​ສຸບ​ຢາອີກ​ດ້ວຍ

ແນ່ນອນ​ວ່າ​ການສຶກສາ​ປາກົດ​ການ​ນີ້​ໃນ​ມະນຸດ​ເປັນ​ເລື່ອງ​ຍາກ ເພາະ​ມີ​ເລື່ອງ​ຂອງ​ສິນລະທຳ​ເຂົ້າ​ມາ​ກ່ຽວ​ພັນອີກ​ດ້ວຍ ຈຶ່ງ​ບໍ່​ສາມາດ​ທົດລອງ​ໄດ້​ຢ່າງ​ຈິງ​ຈັງ​ວ່າ​ການ​ອົດ​ນອນ​ຂ້າ​ມະນຸດ​ໄດ້​ຫລື​ບໍ່

“ຂ້ອຍ​ບໍ່​ເຊື່ອ​ວ່າ​ຄົນ​ເຮົາ​ຈະ​ຕາຍ​ໄດ້​ເພາະ​ການ​ອົດ​ນອນ ເພາະ​ເຖິງ​ຈຸດ​ໜຶ່ງ ເຮົາ​ກໍ​ຈະ​ຝືນ​ບໍ່​ໄຫວ​ແລະ​ຫລັບ​ໄປ​ເອງ” ສາດ​ສະດາ​ຈານ Dinges ກ່າວ “ແຕ່​ຢ່າງໃດ​ກໍ​ຕາມ ການ​ອົດ​ຫລັບ​ອົດ​ນອນ​ນັ້ນ​ເປັນ​ອັນຕະລາຍ​ຕໍ່​ມະນຸດ​ຫລາຍ”

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...