HomeມູມໄອທີລາວApple ຖືກຜູ້ໃຊ້ລວມຕົວຟ້ອງຂໍ້ຫາ Wi-Fi Assist ກິນຂໍ້ມູນໂດຍບໍ່ບອກ

Apple ຖືກຜູ້ໃຊ້ລວມຕົວຟ້ອງຂໍ້ຫາ Wi-Fi Assist ກິນຂໍ້ມູນໂດຍບໍ່ບອກ

Published on

ຟັງຊັ່ນ Wi-Fi Assist ໃນ iOS 9 ເປັນ​ຟັງຊັ່ນທີ່​ອຳ​ນວຍ​ຄວາມສະດວກ​ໃນ​ການ​ເຊື່ອມ​ຕໍ່​ອິນ​ເຕີເນັດ ຄື​ເມື່ອ Wi-Fi ອ່ອນ​ແຮງ​ລົງ ຕົວ​ເຄື່ອງ​ຈະ​ສະ​ຫລັບ​ໄປ​ໃຊ້​ຂໍ້​ມູນ​ຈາກ​ເຄືອ​ຂ່າຍ 3G/4G ໂດຍ​ອັດ​ຕະໂນມັດ ແຕ່​ກໍ​ຕ້ອງ​ແລກ​ມາ​ດ້ວຍ​ການ​ໃຊ້​ຂໍ້​ມູນ​ເຄືອ​ຂ່າຍ​ທີ່​ມີ​ຢູ່​ຢ່າງ​ຈຳ​ກັດ

wi-fi-assist-ios-9-800x433

ຕອນ​ນີ້​ເລີ່ມ​ມີ​ຜູ້​ໃຊ້​ໃນ​ສະ​ຫະລັດ​ລວມ​ຕົວ​ກັນ​ຟ້ອງ Apple ແລ້ວ ເນື່ອງ​ຈາກ​ຟັງຊັ່ນ Wi-Fi Assist ນັ້ນ​ເຮັດວຽກ​ໂດຍ​ອັດ​ຕະໂນມັດ ຄື​ລົງ iOS 9 ປຸບ ກໍ່​ເປີດ​ຟັງຊັ່ນ​ນີ້​ທັນ​ທີ ແລະ​ຍັງລັກ​ກິນ​ຂໍ້​ມູນ​ເຄືອ​ຂ່າຍ​ໂດຍ​ບໍ່​ມີ​ການ​ແຈ້ງ​ໃຫ້​ຜູ້​ໃຊ້​ຮູ້​ອີກ​ດ້ວຍ

ແມ່ນ ວ່າ Apple ຈະ​ແຈ້ງ​ໄວ້​ແລ້ວ​ວ່າ Wi-Fi Assist ຈະ​ໃຊ້​ຂໍ້​ມູນ​ພຽງ 1-2 ເປີ​ເຊັນ​ເທົ່າ​ນັ້ນ ແຕ່​ໃນ​ຄຳ​ຮ້ອງ​ຕໍ່​ສານ​ທີ່​ໂຈດ​ຍື່ນ​ຟ້ອງ​ໄວ້​ກ່າວ​ວ່າ ຫາກ​ມີ​ກາ​ນເບີ່ງ​ໜັງ, ເພງ ຫລື​ໂຫລດ​ຫຍັງ​ທີ່​ຕ້ອງ​ໃຊ້​ປະລິມານ​ຂໍ້​ມູນ​ຫລາຍໆ ນັ້ນ​ກໍ​ມີ​ຜົນ​ກະທົບ​ຕໍ່​ຂໍ້​ມູນ​ເຄືອ​ຂ່າຍ​ໃນ​ປະລິມານ​ຫລາຍ​ຢູ່​ດີ

ເລື່ອງ ນີ້​ອາດ​ເບິ່ງ​ເລັກໜ້ອຍ​ສຳລັບ​ປະເທດ​​ທີ່​ຄ່າ​ບໍລິການ​ເຄືອ​ຂ່າຍ​ບໍ່​ແພງ​ຫລາຍ ແຕ່​ຫາກ​ທຽບ​ກັບ​ຕ່າງ​ປະເທດ​ທີ່​ຄ່າ​ບໍລິການ​ເຄືອ​ຂ່າຍ​ຂ້ອນ​ຂ້າງ​ແພງ ແລະ​ບໍ່​ມີ​ການ​ຕິດ FUP (ຄື​ຖ້າ​ໃຊ້​ເກີນ​ໄປ​ແລ້ວ​ກໍ​ຄິດ​ເງີນ​ທັນ​ທີ) ເລື່ອງ​ນີ້​ຖື​ເປັນ​ເລື່ອງ​ໃຫຍ່​ພໍ​ສົມຄວນ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...