Homeຂ່າວພາຍ​ໃນສຳເລັດກອງປະຊຸມເຈົ້າຫນ້າທີ່ອາວຸໂສ ຂອບການຮ່ວມມືແມ່ນ້ຳຂອງ-ຍີ່ປຸ່ນ

ສຳເລັດກອງປະຊຸມເຈົ້າຫນ້າທີ່ອາວຸໂສ ຂອບການຮ່ວມມືແມ່ນ້ຳຂອງ-ຍີ່ປຸ່ນ

Published on

images-stories-2013-November-week5-thu28nov2-119x81

ໃນວັນທີ 22 ພະຈິກ 2013 ທີ່ ໂຮງແຮມຫຼວງພະ ບາງວິວ, ແຂວງຫຼວງພະບາງ, ສປປ ລາວ ໄດ້ເປັນເຈົ້າພາບ ຮ່ວມກັບ ຍີ່ປຸ່ນ ຈັດກອງປະ ຊຸມເຈົ້າໜ້າທີ່ອາວຸໂສຂອບ ການຮ່ວມມືແມ່ນໍ້າຂອງ-ຍີ່ ປຸ່ນຂຶ້ນ, ພາຍໃຕ້ການເປັນປະ ທານຮ່ວມຂອງທ່ານ ຄອນ ເພັງ ທໍາມະວົງ, ຮັກສາການ ຫົວໜ້າກົມເສດຖະກິດ, ກະ ຊວງການຕ່າງປະເທດ ສປປ ລາວ ແລະ ທ່ານ ຮິເດນາໂອະ ຢານາກິ, ຮອງຫົວໜ້າ ກົມ ອາຊີໃຕ້, ກະຊວງການຕ່າງ ປະເທດ ຍີ່ປຸ່ນ ແລະ ມີບັນດາ ເຈົ້າໜ້າທີ່ອາວຸໂສ ແລະ ຄະ ນະຜູ້ແທນຈາກບັນດາປະ ເທດແມ່ນໍ້າຂອງຄື: ກຳປູເຈຍ, ລາວ, ມຽນມາ, ໄທ, ຫວຽດ ນາມ  ແລະ  ຍີ່ປຸ່ນ  ເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງຕົ້ນຕໍຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສຄັ້ງ ນີ້ ແມ່ນເພື່ອກະກຽມດ້ານ ຕ່າງໆ ໃຫ້ແກ່ກອງປະຊຸມ ສຸດຍອດຂອບການຮ່ວມມື ແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 5 ທີ່ຈະໄດ້ຈັດຂຶ້ນໃນວັນທີ 14 ທັນວາ 2013 ທີ່ ໂຕກຽວ, ຍີ່ປຸ່ນ, ໂດຍສະເພາະການທົບ ທວນຄວາມຄືບໜ້າກາງສະ ໄໝຂອງການຈັດຕັ້ງປະຕິບັດ ແຜນຍຸດທະສາດໂຕກຽວ 2012 ແລະ ປຶກສາຫາລືກ່ຽວ ກັບທິດທາງການຮ່ວມມືໃນຕໍ່ ໜ້າຂອງຂອບການຮ່ວມມືດັ່ງ ກ່າວ.
ກອງປະຊຸມຄັ້ງນີ້ ໄດ້ພ້ອມ ກັນທົບທວນຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດໂຄງ ການ ແລະ ແຜນງານຕ່າງໆ ຂອງຂອບການຮ່ວມມືແມ່ນໍ້າ ຂອງ-ຍີ່ປຸ່ນ ໃນໄລຍະ 1 ປີ ຜ່ານມາໃນຂະແໜງການ ຮ່ວມມືບູລິມະສິດຕ່າງໆ ເຊັ່ນ: ການພັດທະນາພື້ນ ຖານໂຄງລ່າງເຊື່ອມຈອດ, ການອຳນວຍຄວາມສະດວກ ດ້ານການຄ້າ, ການລົງທຶນ ແລະ ທ່ອງທ່ຽວ, ການປົກປັກ ຮັກສາສິ່ງແວດລ້ອມ, ການສົ່ງ ເສີມການຮ່ວມມືລະຫວ່າງ ພາກລັດ ແລະ ພາກເອກະ ຊົນເພື່ອສັງລວມເຂົ້າໃນ ເອ ກະສານການທົບທວນກາງ ສະໄໝຂອງແຜນຍຸດທະສາດ ໂຕກຽວ 2012. ນອກຈາກນີ້, ບັນດາເຈົ້າໜ້າທີ່ອາວຸໂສຍັງ ໄດ້ຄົ້ນຄວ້າ ແລະ ປຶກສາຫາ ລືກ່ຽວກັບວິທີທາງ ແລະ ກົນ ໄກລະອຽດໃນການຈັດຕັ້ງປະ ຕິບັດແຜນງານ ແລະ ໂຄງ ການຕ່າງໆຂອງແຜນປະຕິ ບັດງານແມ່ນໍ້າຂອງ-ຍີ່ປຸ່ນ ເພື່ອນໍາສະເໜີຕໍ່ກອງປະຊຸມ ສຸດຍອດແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 5 ພິຈາລະນາຮັບຮອງ ເອົາ

ທີ່ມາhttp://www.kongthap.gov.la

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...