spot_img
Homeຂ່າວຕ່າງປະເທດຜູ້ນຳຝຣັ່ງ - ກຳປູເຈຍ ພົບປະຫາລືທີ່ປາຣີ ເພື່ອຮັດແໜ້ນການຮ່ວມມື

ຜູ້ນຳຝຣັ່ງ – ກຳປູເຈຍ ພົບປະຫາລືທີ່ປາຣີ ເພື່ອຮັດແໜ້ນການຮ່ວມມື

Published on

FRANCE-CAMBODIA-DIPLOMACY

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 27 ຕຸລານີ້ວ່າ ທ່ານ ຝຣັ່ງຊົວສ໌ ໂອລອງ ປະທານາທິບໍດີຝຣັ່ງ ໄດ້ພົບປະຫາລືກັບ ທ່ານ ສົມເດັດ ຮຸນແຊນ ນາຍົກລັດຖະມົນຕີປະເທດກຳປູເຈຍ ທີ່ນະຄອນຫລວງປາຣີ ປະເທດຝຣັ່ງ ໃນມື້ວານນີ້ (26 ຕຸລາ) ໂດຍຜູ້ນຳຝຣັ່ງ ໄດ້ສະແດງຄວາມຊົມເຊີຍ ຕໍ່ບົດບາດຂອງກຳປູເຈຍ ໃນການປະຕິບັດງານຮັກສາສັນຕິພາບ ຮ່ວມກັບອົງການສະຫະປະຊາຊາດ  ໂດຍສະເພາະໃນປະເທດມາລີ ສາທາລະນະລັດອາຟຣິກາກາງ ແລະ ລີບັງ.  ພ້ອມກັນນັ້ນ, ຜູ້ນຳຝຣັ່ງ ຍັງໃຫ້ຄຳໝັ້ນສັນຍາວ່າ ຈະຊ່ວຍເຫລືອກຳປູເຈຍ ໃນການປັບປຸງການພັດທະນາເສດຖະກິດ ຂອງປະເທດ ເພື່ອຮັດແໜ້ນສາຍພົວພັນຮ່ວມມື ລະຫວ່າງກຳປູເຈຍ ແລະ ຝຣັ່ງ.

 

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...