Homeຂ່າວເຫດການຜົນກອງປະຊຸມລັດຖະບານ ປະຈໍາເດືອນຕຸລາ 2015

ຜົນກອງປະຊຸມລັດຖະບານ ປະຈໍາເດືອນຕຸລາ 2015

Published on

thongsing

ກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນຕຸລາ 2015  ໄດ້ໄຂຂຶ້ນໃນລະຫວ່າງວັນທີ 22-23 ຕຸລາຜ່ານມານີ້ ຢູ່ຫ້ອງວ່າການລັດຖະບານ, ນະຄອນຫລວງວຽງຈັນ, ໂດຍການເປັນປະທານຂອງ ທ່ານນາຍົກລັດຖະມົນຕີ ທອງສິງ ທໍາມະວົງ. ກອງ​ປະຊຸມຄັ້ງນີ້, ຄະນະລັດຖະບານ,​ ໄດ້​ຄົ້ນຄວ້າ ​ແລະ ປະກອບ​ຄໍາ​ຄິດຄໍາ​ເຫັນຕໍ່ ນະ​ໂຍບາຍ​ແຫ່ງ​ຊາດ ວ່າ​ດ້ວຍ​ການ​ປະຢັດ ​ແລະ ອະນຸ​ລັກພະລັງງານ​ຂອງ ສປປ ລາວ ແລະ ກ້າວໄປສູ່ການຈັດຕັ້ງປະຕິບັດ​ ໃຫ້​ເປັນ​ຮູບ​ປະ​ທໍາ, ມີ​ປະສິດທິພາບ​,​ ປະສິດທິ​ຜົນ ແລະ ​ຍືນ​ຍົງ,ໂດຍຕິດ​ພັນ​ກັບ​ການຫລຸດຜ່ອນ​ ຜົນ​ກະທົບ​ຕໍ່ສິ່ງ​ແວດ​ລ້ອມ ​ແລະ ​ເປັນ​ເອກະ​ພາບ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ, ພິຈາລະນາຮັບຮອງດ້ານຫລັກການ ຕໍ່ການປັບປຸງ ແລະ ສ້າງໃໝ່ຮ່າງກົດໝາຍຈໍານວນໜຶ່ງເຊັ່ນ: ກົດໝາຍວ່າດ້ວຍເຄມີ, ກົດໝາຍວ່າດ້ວຍ ພະນັກງານ-ລັດຖະກອນ, ກົດໝາຍວ່າດ້ວຍການປ້ອງກັນຊາດ, ປັບປຸງກົດໝາຍວ່າດ້ວຍຜັງເມືອງ ​ແລະ ກົດໝາຍວ່າດ້ວຍເຕັກໂນໂລຊີ, ສື່ສານຂໍ້ມູນຂ່າວສານ. ຕໍ່ກັບບົດ​ລາຍ​ງານ​ ການ​ຈັດ​ຕັ້ງ​ປະຕິບັດສົນ​ທິສັນຍາ​ ວ່າ​ດ້ວຍ​ການ​ລຶບລ້າງ​ທຸກ​ຮູບ​ແບບ​ ການ​ຈໍາ​ແນ​ກຕໍ່​ແມ່ຍິງ​ໃນ​ ສປປ ລາວ ກອງປະຊຸມໄດ້​ຕີລາຄາວ່າ ສົນທິສັນຍາດັ່ງກ່າວ ໄດ້ປະກອບສ່ວນ​ອັນ​ສໍາຄັນ ​ໃນ​ການ​ຢັ້ງຢືນ​ເຖິງ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ຕັ້ງໜ້າຂອງ​ ລັດຖະບານລາວ​ ຕໍ່​ການ​ປະຕິບັດ​​ລັດ​ພາຄີ​ຕໍ່ສົນທິສັນຍາ​ຊີ​ດໍ, ຖະ​ແຫລງການ ​ແລະ ​ແຜນ​ປະຕິບັດ​ງານ​ປັກ​ກິ່ງ, ເປົ້າໝາຍສະຫັດ​ສະວັດ​ເພື່ອ​ການ​ພັດທະນາ​, ໂດຍສະ​ເພາະ​ຄໍາ​ສະ​ເໜີ​ແນະ​ນໍາ​ ໃນ​ບົດ​ປະກອບ​ຄໍາ​ເຫັນ​ມ້ວນທ້າຍ​ຂອງ​ ຄະນະ​ກໍາມະການຊີ​ດໍ​ສາກົນ ຕໍ່ບົດ​ລາຍ​ງານ​ແຫ່ງ​ຊາດ ສະບັບ​ປະ​ຈໍາ​ໄລຍະ 6 ​ແລະ 7 ​ໃນ​ການຈັດ​ຕັ້ງ​ປະຕິບັດ​ສົນທິສັນຍາ​ຊີດໍ​ ໃນ ສປປ ລາວ, ທັງ​ເປັນ​ການ​ຍົກ​ສູງ​ຖານະ​ບົດບາດ​ຂອງ ສປປ ລາວ ຢູ່​ໃນ​ເວທີ​ພາກ​ພື້ນ ​ແລະ ​ໃນ​ໂລກນໍາດ້ວຍ.

ໃນຕອນ​ທ້າຍ​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ​, ໄດ້ຊີ້ນໍາໃຫ້ສະມາຊິກ​ລັດຖະບານ ນໍາ​ເອົາ​ເນື້ອ​ໃນ​ຈິດ​ໃຈທີ່​ໄດ້​ຕົກລົງ​ເປັນ​ເອກະ​ພາບໃນ​ກອງປະຊຸມ​ຄັ້ງ​ນີ້, ລວມທັງ​ບັນດາວຽກ​ງານທີ່​ເປັນຈຸດ​ສຸມ​ໃນເດືອນພະຈິກ 2015​ ໄປ​ຈັດ​ຕັ້ງ​ຜັນ​ຂະຫຍາຍ ​ແລະ ປະຕິບັດ​ດ້ວຍ​ຄວາມ​ຮັບຜິດຊອບສູງ ເປັນຕົ້ນ:​​ ເອົາ​ໃຈ​ໃສ່​ຈັດຕັ້ງຜັນ​ຂະຫຍາຍ​ ດຳລັດວ່າ​ດ້ວຍ​ການ​ຈັດຕັ້ງປະຕິບັດ ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ ສົກ​ປີ2015-2016 ​ເລກທີ277/ນຍ,​ສູ້​ຊົນ​ການເກັບ​ລາຍ​ຮັບ​ເຂົ້າ​ງົບປະມານ ​ໃຫ້​ໄດ້​ຕາມ​ຄາດໝາຍ ດ້ວຍ​ວິທີ​ການ ​ແລະ ມາດ​ຕະການ​ທີ່​ຮັດກຸມ ​ເພື່ອ​ຈຳກັດ​ການ​ຮົ່ວ​ໄຫລ ​ແລະ ການ​ຕົກ​ເຮ່ຍ​ເສຍຫາຍ, ພ້ອມ​ນັ້ນ, ກໍໃຫ້​ເອົາ​ໃຈ​ໃສ່​ຈັດຕັ້ງປະຕິບັດ​ດຳລັດວ່າ​ດ້ວຍ​ການ​ປະຢັດ ​ແລະ ຕ້ານ​ການ​ຟູມ​ເຟືອຍ, ໂດຍສະເພາະແມ່ນເຫັນວ່າ ອັນ​ໃດ​ຈຳ​ເປັນ ​ແລະ ອັນ​ໃດ​ບໍ່​ຈຳ​ເປັນ ​​ໃຫ້ຄົ້ນຄວ້າ​ຄັກ​ແນ່ ​ແລະ ຄວນ​ນຳ​ໃຊ້​ງົບປະມານ​ຢ່າງ​ປະຢັດ, ມີ​ປະສິດທິ​ຜົນ ​ແລ ະມີ​ໝາກ​ຜົນ​ຕົວ​ຈິງ​ແທ້, ຂະນະດຽວກັນກໍຕ້ອງ​ເພີ່ມ​ທະວີ​ຄວາມ​ສັກສິດໃນ​ການ​ຄຸ້ມ​ຄອງ​ລັດ, ຄຸ້ມ​ຄອງ​ເສດຖະກິດ-ສັງຄົມດ້ວຍ​ກົດໝາຍ, ສ້າງ​ເງື່ອນ​ໄຂ​ໃຫ້​ພະນັກງານ, ທະຫານ, ຕຳຫລວດ ຕ້ອງ​ເຄົາລົບ​ກົດໝາຍ ​ແລະ ປະຕິບັດ​ກົດໝາຍ​ຢ່າງ​ເຂັ້ມງວດ, ບໍ່​ສວຍ​​ໂອກາດ, ບໍ່​ກັ່ນ​ແກ້ງ​ຕໍ່​ລອງ ​ແລະ ກົດ​ໜ່ວງ​ຖ່ວງ​ດຶງ ​ເພື່ອ​ຜົນ​ປະ​ໂຫຍ​ດສ່ວນ​ຕົວ ​ແລະ ຕ້ອງ​ລົງ​ໂທດ​ຕໍ່​ຜູ້​ກະທຳ​ຜິດ, ​ໃຫ້​ເອົາ​ໃຈ​ໃສ່ສືບຕໍ່ຈັດຕັ້ງປະຕິບັດ ​ແນວທາງ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ​ ທົ່ວ​ປວງ​ຊົນ​ຮອບດ້ານ ​ໃຫ້​ດີກ​ວ່າ​ເກົ່າ ​ແລະ ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ ​ເພື່ອ​ຮັກສາ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ​ ໃຫ້​ມີ​ຄວາມ​ໝັ້ນທ່ຽງ, ຮັບປະກັນ​ໃຫ້​ສັງຄົມ​ ມີ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ມີ​ຄວາມ​ຍຸຕິ​ທຳ ​ແລະ ມີ​ຄວາມ​ສະຫງົບ​ປອດ​​ໄພ ແລະ ເນັ້ນໃຫ້​ຂະ​ແໜງ​ການກ່ຽວຂ້ອງ​ ເອົາ​ໃຈ​ໃສ່ຊີ້ນຳ​ທ້ອງ​ຖິ່ນ​ ໃນ​ການ​ເກັບ​ກ່ຽວ​ຜົນ​ຜະລິດ​ລະດູ​ນາປີ​ ໃຫ້​​ໄດ້​ຮັບ​ຜົນ​ດີ ​ແລະ ​ກະກຽມ​ການ​ຜະລິດ​ລະດູ​ແລ້ງ​ທີ່​ຈະ​ມາ​ເຖິງນີ້​ໃຫ້​ດີກ​ວ່າ​ເກົ່າ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...