spot_img
Homeຂ່າວຕ່າງປະເທດອະດີດຜູ້ນຳສະຫະລັດຯລະບຸ ສັນຕິພາບໃນຊີຣີຈະເກີດ ຕ້ອງເລີກການໂຄ່ນລົ້ມ ລັດຖະບານອັດຊາດ!

ອະດີດຜູ້ນຳສະຫະລັດຯລະບຸ ສັນຕິພາບໃນຊີຣີຈະເກີດ ຕ້ອງເລີກການໂຄ່ນລົ້ມ ລັດຖະບານອັດຊາດ!

Published on

558000012349001
ທ່ານ ຈິມມີ້ ຄາເຕີ້

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 26 ຕຸລານີ້ວ່າ ທ່ານ ຈິມມີ ຄາເຕີ້ ອະດີດປະທານາທິບໍດີ ສະຫະລັດອາເມຣິກາ ຄົນທີ 39 ໃນອາຍຸ 91 ປີ ຊຶ່ງດຳລົງຕຳແໜ່ງ ຜູ້ນຳສະຫະລັດອາເມຣິກາ ລະຫວ່າງປີ ຄສ 1977-1981 ໄດ້ອອກມາເປີດເຜີຍ ຜ່ານສື່ມວນຊົນ ໃນວັນທີ 24 ຕຸລາຜ່ານມານິ້ວ່າ ການຢຸຕິສົງຄາມກາງເມືອງໃນຊີຣີ ທີ່ລະເບີດຂຶ້ນມາແຕ່ເດືອນມີນາ 2011 ແລະ ໄດ້ເຮັດໃຫ້ມີຜູ້ເສຍຊີວິດໄປແລ້ວ ຫລາຍກ່ວາ 250,000 ຄົນນັ້ນ ຈະຕ້ອງດຳເນີນໂດຍຜ່ານການເຈລະຈາ ໂດຍທ່ານ ຈິມມີ ຄາເຕີ້ ໄດ້ລະບຸວ່າ ສັນຕິພາບໃນຊີຣີ ຈະເກີດຂຶ້ນໄດ້ ກໍຕໍ່ເມື່ອລັດຖະບານອາເມຣິກາ ຕ້ອງຍົກເລີກຄວາມຕັ້ງໃຈ ທີ່ຈະໃຊ້ກຳລັງໂຄ່ນລົ້ມ ລະບອບການປົກຄອງ ຂອງປະທານາທິບໍດີ ບາຊາ ອັນ-ອັດຊາດ ແຫ່ງ ຊີຣີ ພ້ອມທັງລະບຸວ່າ ການສະຫລະອຳນາດຂອງອັດຊາດ ຫາກຈະເກີດຂຶ້ນໄດ້ ກໍຕ້ອງເປັນໄປຢ່າງສັນຕິ ຜ່ານຊ່ອງທາງການເຈລະຈາ ແລະ ຂະບວນການປ່ຽນແປງທາງການເມືອງເທົ່ານັ້ນ.

” ສະຫະລັດອາເມຣິກາ ຈຳເປັນຕ້ອງປະຖິ້ມຈຸດຢືນເດີມຂອງຕົນ ໃນການໂຄ່ນລົ້ມລະບອບການປົກຄອງຂອງອັດຊາດ ໃນຊີຣີ ເພາະທ່າທີດັ່ງກ່າວຂອງສະຫະລັດຯ ຄືອຸປະສັກສຳຄັນ ທີ່ຂັດຂວາງຂະບວນການສ້າງສັນຕິພາບໃນຊີຣີ ໃນອານາຄົດ “ ອະດີດປະທານາທິບໍດີ ຈິມມີ້ ຄາເຕີ້ ກ່າວ.

Syria's President Bashar al-Assad speaks during an interview with Turkey's Halk TV in Damascus
ປະທານາທິບໍດີ ບາຊາ ອັນ-ອັດຊາດ ແຫ່ງຊີຣີ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...