Homeຂ່າວຕ່າງປະເທດນາຍົກສະໂລວັກປະກາດ ຖ້າອີຢູແກ້ວິກິດການຜູ້ອົບພະຍົບບໍ່ໄດ້ ອາດເຖິງຂັ້ນຫລົ້ມສະຫລາຍ!

ນາຍົກສະໂລວັກປະກາດ ຖ້າອີຢູແກ້ວິກິດການຜູ້ອົບພະຍົບບໍ່ໄດ້ ອາດເຖິງຂັ້ນຫລົ້ມສະຫລາຍ!

Published on

558000012365907

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 26 ຕຸລານີ້ວ່າ ທ່ານ ຣິໂມ ເຊຣາ ນາຍົກລັດຖະມົນຕີສະໂລວັກ ໄດ້ອອກມາປະກາດວ່າ ຖ້າຫາກສະຫະພາບເອີຣົບ ບໍ່ສາມາດແກ້ໄຂບັນຫາຜູ້ອົບພະຍົບໄດ້ ອາດຕ້ອງເຮັດໃຫ້ສະຫະພາບເອີຣົບ ເຖິງຂັ້ນຫລົ້ມສະຫລາຍ ແລະ ມີການປະກາດແຍກຕົວຢ່າງແນ່ນອນ ໂດຍຄຳປະກາດດັ່ງກ່າວ ເກີດຂຶ້ນພາຍຫລັງຮົງກາລີ ໄດ້ປະກາດປິດຊາຍແດນດ້ານໃຕ້ ໃນ 9 ມື້ທີ່ຜ່ານມາ ເຮັດໃຫ້ນັບຕັ້ງແຕ່ວັນທີ 17 ຕຸລາ ຈົນມາເຖິງປັດຈຸບັນ ມີຜູ້ອົບພະຍົບຊາວຊີຣີ ແລະ ຈາກຕາເວັນອອກກາງ ຫລັ່ງໄຫລກັນເຂົ້າສູ່ປະເທດສະໂລວັກແລ້ວ ເຖິງ 62,000 ຄົນ ແລະ ພຽງແຕ່ໃນມື້ວານນີ້ (25 ຕຸລາ) ມື້ດຽວເທົ່ານັ້ນ ແມ່ນມີຜູ້ອົບພະຍົບ ໄຫລບ່າເຂົ້າປະເທດສະໂລວັກ ເຖິງ 14,000 ຄົນ.

ທັງນີ້ ຜູ້ອົບພະຍົບນຳໃຊ້ເສັ້ນທາງ ຜ່ານປະເທດສະໂລວັກ ເພື່ອເຂົ້າສູ່ເອີຣົບ ໂດຍມີຈຸດມຸ່ງໝາຍໄປເລີ່ມຕົ້ນຊີວິດໃໝ່ ໃນປະເທດເຢຍລະມັນ, ຝຣັ່ງ ແລະ ອັງກິດ ທີ່ເປັນກຸ່ມປະເທດທີ່ມີສະຫວັດດີການສັງຄົມດີ.

558000012365905

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...