spot_img
Homeຂ່າວພາຍ​ໃນລັດຖະບານລາວ ຫ້າມຊາວຕ່າງປະເທດ ດຳເນີນທຸລະກິດຂາຍສົ່ງ-ຂາຍຍ່ອຍ ທີ່ມີທຶນຕ່ຳກ່ວາ 8 ຕື້!

ລັດຖະບານລາວ ຫ້າມຊາວຕ່າງປະເທດ ດຳເນີນທຸລະກິດຂາຍສົ່ງ-ຂາຍຍ່ອຍ ທີ່ມີທຶນຕ່ຳກ່ວາ 8 ຕື້!

Published on

Mini_mart_Shelving_System
(ພາບປະກອບ)

ຂປລ, ລັດຖະບານ ສປປ ລາວ ອອກກົດໝາຍ ຫ້າມຊາວຕ່າງປະເທດ ດຳເນີນທຸລະກິດ ໃນຂະແໜງການຄ້າ (ຂາຍສົ່ງຂາຍຍ່ອຍ) ທີ່ມີເງິນລົງທືນ ຕ່ຳກວ່າ 8 ຕື້ກີບ ເພື່ອເປີດໂອກາດ ໃຫ້ປະຊາຊົນລາວ ເປັນເຈົ້າຂອງທຸລະກິດຂະໜາດກາງ ແລະ ຂະໜາດນ້ອຍ, ພ້ອມນີ້ ຈະມີການແກ້ໄຂ ກົດລະບຽບທີ່ອອກ ກ່ອນໜ້ານີ້ ທີ່ເປີດໂອກາດໃຫ້ທຸລະກິດຂາຍສົ່ງຂາຍຍ່ອຍ ຂອງຊາວຕ່າງປະເທດ ທີ່ບໍ່ມີໃບອະນຸຍາດ ສາມາດຍື່ນຂໍໃບອະນຸຍາດໄດ້ ຫາກມູນຄ່າທຸລະກິດ ສູງກວ່າ 2 ຕື້ກີບ ເພື່ອໃຫ້ສອດຄ່ອງກັບກົດລະບຽບໃໝ່ນີ້.

ລັດຖະມົນຕີວ່າການ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກຂໍ້ຕົກລົງ ໃນໝວດທີ 1 ມາດຕາ 12 ວ່າດ້ວຍການພິຈາລະນາ ສ້າງຕັ້ງສູນການຄ້າ ແລະ ຮ້ານສັບພະສິນຄ້າວ່າ: ການສ້າງຕັ້ງສູນການຄ້າຮ້ານສັບພະສິນຄ້າ ທີ່ມີເນື້ອທີ່ໃຫ້ບໍລິການແຕ່ 20.001 ຕາແມັດຂຶ້ນໄປ ແມ່ນລັດຖະມົນຕີວ່າການ ກະຊວງອຸດສາຫະກຳ ແລະ ການຄ້າ ພິຈາລະນາ, ເນື້ອທີແຕ່ 1.000 ຕາແມັດ ຫາ 20.000 ຕາແມັດ ແມ່ນເຈົ້າແຂວງ, ເຈົ້າຄອງນະຄອນຫລວງ ພິຈາລະນາ ແລະ ການສ້າງຮ້ານສັບພະສິນຄ້າ ທີ່ມີເນື້ອທີໃຫ້ບໍລິການ ແຕ່ 1.000 ຕາແມັດ ລົງມາແມ່ນ ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫລວງ ພິຈາລະນາ. ພ້ອມນີ້ ໃນມາດຕາ 24: ຂໍ້ຫ້າມສຳລັບຜູ້ລົງທືນສ້າງຕັ້ງສູນການຄ້າ ແລະ ຮ້ານສັບພະສິນຄ້າ ເມື່ອໄດ້ຮັບອະນຸຍາດ ລົງທຶນສ້າງແລ້ວ ຕ້ອງດຳເນີນ ການກໍ່ສ້າງພາຍໃນ 2 ປີ ແລະ ຫ້າມໂອນ, ເຊົ່າ ຫລື ຂາຍໃຫ້ບຸກຄົນອື່ນຕໍ່  ໂດຍບໍ່ໄດ້ຮັບອະນຸຍາດຈາກພາກສ່ວນ ທີ່ກ່ຽວຂ້ອງ.

ຂ່າວແຈ້ງຕື່ມວ່າ: ໃນມາດຕາ 9 ການລົງທຶນສ້າງຕັ້ງສູນການຄ້າຮ້ານສັບພະສິນຄ້າ ຂອງຜູ້ລົງທືນຊາວຕ່າງປະເທດ ແມ່ນສາມາດຖືຮຸ້ນໄດ້ 100% ສຳລັບ ໂຄງການທີ່ມີມູນຄ່າການລົງທືນສ້າງຕັ້ງທັງໝົດ 160 ຕື້ກີບຂື້ນໄປສາມາດຖືຮຸ້ນບໍ່ເກີນ 70% ສຳລັບ ໂຄງການທີ່ມີມູນຄ່າການລົງທືນແຕ່ 80 ຕື້ກີບ ຂື້ນໄປ ແຕ່ບໍ່ຮອດ 160 ຕື້ກີບ, ສາມາດຖືຮຸ້ນໄດ້ບໍ່ເກີນ 51% ສຳລັບ ໂຄງການທີ່ມີມູນຄ່າການລົງທືນ ແຕ່ 8 ຕື້ກີບ ແຕ່ບໍ່ຮອດ 80 ຕື້ກີບ  ແລະ ການລົງທືນ ກໍ່ສ້າງທີ່ມີມູນຄ່າຕ່ຳກວ່າ 8 ຕື້ກີບລົງມາ ລວມທັງ ຮ້ານຄ້າສະເພາະ, ຮ້ານສະດວກຊື້ ທີ່ສ້າງຕັ້ງແບບເອກະລາດ ແລະ ຂາຍຍົກຂາຍຍ່ອຍ ຮູບແບບຕ່າງໆ ແມ່ນສະຫງວນໄວ້ສຳລັບພົນລະເມືອງລາວ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...