Homeຂ່າວພາຍ​ໃນໂຮງງານດິນຈີ່ເກດທະລາຊະນະການແຂ່ງຂັນຟຸດຊໍຊິີງຂັນເຈົ້າແຂວງແຂວງອຸດົມໄຊ

ໂຮງງານດິນຈີ່ເກດທະລາຊະນະການແຂ່ງຂັນຟຸດຊໍຊິີງຂັນເຈົ້າແຂວງແຂວງອຸດົມໄຊ

Published on

ການແຂ່ງຂັນຟຸດຊໍຊິງຂັນທ່ານເຈົ້າແຂວງອຸດົມໄຊສໍາເລັດແລ້ວ ເຊິ່ງເລີ່ມແຂ່ງຂັນມາແຕ່ວັນທີ 13-25 ຕຸລາ ນີ້, ທີ່ໂຮງຮຽນວິທະຍາໄລຣັດຕະນະບໍລິຫານທຸລະກິດສາຂາແຂວງອຸດົມໄຊເປັນເຈົ້າພາບຈັດຂື້ນເຊິງ ແບ່ງອອກເປັນສອງປະເພດຄື ປະເພດຊາວໜຸ່ມ ແລະ ປະເພດອາວຸໂສ, ຜ່ານການແຂ່ງຂັນປະເພດຊາວໜຸ່ມຊະນະເລີດໄດ້ແກ່ທິມໂຮງງານດິນຈີ່ເກດທະລາ, ຮອງຊະນະເລີດໄດ້ແກ່ທິມນ້ອຍຍອດປະສິດ, ປະເພດທີ 3 ທີມເພື່ອນເຮົາ ແລະ ປະເພດລາງວັນຊົມເຊີຍໄດ້ແກ່ທິມໂຮງຮຽນເຕັກນິກວິຊາຊີບ.
ສ່ວນປະເພດອາວຸໂສ ປະເພດຊະນະເລີດ ໄດ້ແກ່ທິມ ວິລະດາ, ຮອງຊະນະເລີດທິມໂຮງຮຽນວິທະຍາໄລຣັດຕະນະ, ປະເພດທີ 3 ທິມຈໍາປາລາວ ແລະ ປະເພດລາງວັນຊົມເຊີຍໄດ້ແກ່ທິມ ໂປລີໂອ. ສ່ວນປະເພດລາງວັນຊະນະເລີດແມ່ນໄດ້ຮັບຂັນ 1 ໜ່ວຍພ້ອມເງິນລາງວັນ 2 ລ້ານກີບ, ຮອງຊະນະເລີດໄດ້ຮັບເງິນລາງວັນ 1ລ້ານ 5 ແສນກີບ, ປະເພດທີ 3 ໄດ້ຮັບເງິນລາງວັນ 7 ແສນກີບ ແລະ ປະເພດລາງວັນຊົມເຊີຍໄດ້ຮັບເງິນ 3 ແສນກີບ.
ເປັນກຽດມອບລາງວັນທິມຊາວໜຸ່ມແຕ່ລະປະເພດໂດຍແມ່ນທ່ານເພັດສາຄອນ ຫຼວງອາໄພ ຮັກສາການເລຂາພັກແຂວງເຈົ້າແຂວງອຸດົມໄຊ, ສ່ວນປະເພດທິມອາວຸໂສໂດຍແມ່ນທ່ານໂອວາດ ຈັນທະວົງ ຄະນະປະຈໍາພັກແຂວງຫົວໜ້າພະແນກສຶກສາທິການ ແລະ ກິລາເປັນຜູ່ມອບ.
ໃນການແຂ່ງຂັນເທື່ອນີ້ມີທິມນັກກິລາມາຈາກພາກສ່ວນຕ່າງໆ ພາຍໃນແຂວງເຂົ້າຮ່ວມແຂ່ງຂັນທັງໝົດ 48 ທີມໃນນີ້ປະເພດຊາວໜຸ່ມມີ 40 ທີມ ເພື່ອສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງອຸດົມໄຊ ຄັ້ງທີ VIII ແລະ ວັນຊາດທີ 2 ທັນວາ ທີ່ຈະມາເຖິງໃນມໍ່ໆນີ້ໃຫ້ມີບັນຍາກາດຟົດຟື້ນ.

12038114_1633307583586729_8326229028445567155_n
12143161_1633306923586795_1709643576816129707_n

12118717_1633307093586778_6557820074054669916_n

12187712_1633307346920086_8515633955444937676_n

10003091_1633307426920078_731360742577149589_n

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...