spot_img
Homeຂ່າວທ້ອງຖິ່ນເມືອງຈຳພອນ ທຳລາຍສິນຄ້າໝົດອາຍຸ ແລະ ເກືອດຫ້າມຫລາຍລາຍການ

ເມືອງຈຳພອນ ທຳລາຍສິນຄ້າໝົດອາຍຸ ແລະ ເກືອດຫ້າມຫລາຍລາຍການ

Published on

222

ຂປລ. ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງຈຳພອນ ແຂວງສະຫວັນນະເຂດ ຈັດພິທີທຳລາຍສິນຄ້າໝົດອາຍຸ ແລະ ສິນຄ້າເກືອດຫ້າມ ໃນວັນທີ 20 ຕຸລານີ້, ຢູ່ເມືອງຈຳພອນ ໂດຍການເປັນປະທານ ຂອງທ່ານ ນາງ ເຮືອງ ເພັດຊົມພູ ຮອງເຈົ້າເມືອງຈຳພອນ, ມີບັນດາຫົວໜ້າ-ຮອງຫົວໜ້າ ຫ້ອງການອ້ອມຂ້າງ, ພະນັກງານ ວິຊາການກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ຄຳແສງ ໄຊຍະວົງ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງຈຳພອນ ໄດ້ໃຫ້ຮູ້ວ່າ: ໃນການລົງກວດກາສິນຄ້າ ແມ່ນເລີ່ມຕົ້ນແຕ່ວັນທີ 10/8/2015 ຫາວັນທີ 8/9/2015 ສາມາດຢຶດສິນຄ້າທີ່ໝົດອາຍຸ ແລະ ສິນຄ້າເກືອດຫ້າມ ຫລາຍລາຍການ; ສຳລັບສິນຄ້າ ທີ່ນໍາມາທໍາລາຍໃນຄັ້ງນີ້ ປະກອບມີ 54 ລາຍການ,  1.454 ອັນ, ຄິດເປັນມູນຄ່າທັງໝົດ 12 ລ້ານກວ່າກີບ ເປັນຕົ້ນ ນ້ໍາຫວານ, ກາເຟກະປ໋ອງ, ນ້ໍາໝາກພ້າວ, ນົມສົ້ມ, ນ້ຳແຈ່ວໄກ່, ເບຍທີ່ນຳເຂົ້າບໍ່ຖືກຕ້ອງ, ຢາສູບ ແລະ ອື່ນໆອີກ ພ້ອມທັງຕັກເຕືອນ ແລະ ປັບໃໝຜູ້ກະທຳຜິດ ເປັນເງິນຈຳນວນທັງໝົດ 2 ລ້ານກວ່າກີບ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...