spot_img
Homeຂ່າວພາຍ​ໃນລັດຖະບານຈະສູ້ຊົນເກັບລາຍຮັບ 26 ພັນກວ່າຕື້ກີບ ເພີ່ມຂຶ້ນ 15% ທຽບກັບສົກຜ່ານມາ!

ລັດຖະບານຈະສູ້ຊົນເກັບລາຍຮັບ 26 ພັນກວ່າຕື້ກີບ ເພີ່ມຂຶ້ນ 15% ທຽບກັບສົກຜ່ານມາ!

Published on

taxmo2-550x372
(ພາບປະກອບ)

ຂປລ. ​​ລັດຖະບານ​ໄດ້​ກໍານົດ​ຄາດໝາຍ​ແຜນ​ງົບປະມານ​ແຫ່ງ​ລັດ​ສົກ​ປີ 2015-2016 ​ໃຫ້​ງົບປະມານມີ​ທ່າ​ກ້າວ​ສູ່​ຄວາມ​ໝັ້ນ​ທ່ຽງ​ຫລາຍ​ຂຶ້ນ ​ແລະ ຮັກສາ​ໄດ້​ສະ​ຖຽນລະ​ພາບ​ຂອງ​ເສດຖະກິດ​ມະຫາພາກ​ ໃນ​ແຜນ​ລາຍ​ຮັບ ລາຍ​ຈ່າຍ.

ທ່ານ ດຣ.ລຽນ ທິ​ແກ້ວ ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ ​ໄດ້​ເປີດ​​ເຜີຍໃຫ້​ຮູ້​​ເມື່ອບໍ່​ດົນ​ມານີ້ວ່າ: ບົນ​ຈິດ​ໃຈ​ບຸກທະລຸ​ສູ້​ຊົນ​ຢ່າງ​ຕັ້ງໜ້າ ​ໃນ​ການ​ເກັບ​ລາຍ​ຮັບສໍາລັບ​ສົກ​ປີ 2015-2016 ​ໃຫ້​ໄດ້ 26.159 ຕື້​ກີບ, ​ລາຍ​ຮັບ​ພາຍ​ໃນ 23.613 ຕື້​ກີບ, ​ເພີ່ມ​ຂຶ້ນ​ປະມານ 15% ທຽບ​ໃສ່​ແຜນ​ສົກ​ປີ 2014-2015, ​ໃນ​ນັ້ນ​​ ການ​ເກັບລາຍ​ຮັບ​ຈາກ​ສວຍ​ສາ​ອາກອນ 12.200 ຕື້​ກີບ, ທຽບ​ໃສ່​ແຜນ​ຂອງ​ສົກ​ປີຜ່ານມາ​ ເພີ່ມ​ຂຶ້ນ 17,31% ຫລື ​ເທົ່າ​ກັບ 1.800 ຕື້​ກີບ, ລາຍ​ຮັບ​ຈາກ​ພາສີ 7.100 ຕື້​ກີບ, ທຽບ​ໃສ່​ແຜນ​ຂອງ​ສົກ​ປີຜ່ານມາ​ເພີ່ມ​ຂຶ້ນ 21,58% ຫລື​ເທົ່າ​ກັບ 1.260 ຕື້​ກີບ, ນອກຈາກ​ນັ້ນ​ ຍັງ​ມີ​ລາຍ​ຮັບ​ຈາກ​ການ​ຄູ້ມ​ຄອງ​ການ​ເງິນ​ລັດ​ວິ​ສາ​ຫະກິດ 2.313 ຕື້​ກີບ ​ແລະ ລາຍ​ຮັບ​ຈາກ​ຊັບ​ສິນ​ຂອງ​ລັດ 2.000 ຕື້ກີບ.

ສ່ວນໃນແຜນສົກປີ ການຂາດດຸນງົບປະມານຈະຢູ່ໃນລະດັບ 5.787 ຕື້ກີບ ຫລື ປະມານ 5% ຂອງ GDP, ຄາດ​ວ່າການ​ຂາດ​ດຸນ​ດ່ຽງ ​ດ້ວຍ​ການ​ກູ້​ຢືມ​ເປັນ​ໂຄງການ​ຈໍານວນ 3.054 ຕື້​ກີບ; ການ​ດຸ່ນດ່ຽງ​ໂດຍ​ການ​ລະດົມ​ທຶນ​ດ້ວຍ​ຮູບ​ແບບ​ພັນທະບັດ ​ແລະ ການ​ກູ້​ຢືມ​ຈໍານວນ 2.733 ຕື້​ກີບ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...