spot_img
Homeຂ່າວພາຍ​ໃນໄຟໄໝ້ເຮືອນທີ່ບ້ານສ້າງເຫວີຍ ໝົດ 1 ຫຼັງ ຄົນບາດເຈັບ 1

ໄຟໄໝ້ເຮືອນທີ່ບ້ານສ້າງເຫວີຍ ໝົດ 1 ຫຼັງ ຄົນບາດເຈັບ 1

Published on

ວັນທີ 21 ຕຸລາ 2015 ເວລາປະມານ 11:30 ນາທີ  ໄດ້ມີເຫດໄຟໄໝ້ເຮືອນ ຢູ່ບ້ານ ສ້າງເຫວີຍ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ. ໜ່ວຍກູ້ໄພ ມູນນິທິຯ ໄດ້ຈັດກຽມອຸປະກອນ ແລະ ທີມດັບໄຟໄປສົມທົບກັບພາກໜ່ວຍສະກັດກັ້ນ ອັກຄີໄພນະຄອນຫຼວງ. ໃນການສະກັດກັ້ນ ແລະ ດັບໄຟຄັ້ງນີ້ ໃຊ້ເວລາກວ່າ 1 ຊົ່ວໂມງຈຶ່ງສາມາດຄວບຄຸມໄຟໄດ້.

ຈາກການບອກເລົ່າຈາກເຈົ້າຂອງບ້ານ ແລະ ຜູ້ຢູ່ອາໄສບໍລິເວນໃກ້ຄຽງບອກວ່າ ເນືອງຈາກເຮືອນຫຼັງນີ້ເປັນ 2 ຊັ້ນ ແລະ ຊັ້ນເທິງເປັນໄມ້ ເຊິ່ງເປັນເຮືອນເກົ່າແກ່ ເປັນເຮືອນມູນມັງ ທີ່ພໍ່ແມ່ໃຫ້ອາໄສ ແລະກຳລັງຢູ່ໃນການປັບປຸງ ແລະ ໄດ້ດຳເນີນການກໍ່ສ້າງໄດ້ເກືອບເຄິ່ງແລ້ວ ແຕ່ບໍ່ຄາດຄິດວ່າໄຟຈະໄໝ້ເສຍກ່ອນ.

ເຫດການດັ່ງກ່າວສາເຫດແມ່ນໄຟຟ້າລັດວົງຈອນ ໃນຂະນະທີ່ໄໝ້ນັ້ນ ຕົນ ແລະ ຄົນບໍລິເວນນັ້ນກໍ່ເຫັນນຳກັນ ທຸກຄົນໄດ້ຊ່ວຍກັນດັບໄຟ ພີ່ນ້ອງທີ່ຢູ່ໃກ້ກັນໄດ້ເອົາບັ້ງດັບໄຟມາເປົ່າໃສ່ ແຕ່ກໍ່ບໍ່ທັນ ເນື່ອງຈາກຊັ້ນເທິງເປັນໄມ້ເຮັດໃຫ້ໄຟໄໝ້ລາມຢ່າງໄວວາ, ພຽງ 5 ນາທີ ຊັ້ນເທິງກໍ່ໄໝ້ຈົນໝົດ ເຫຼືອພຽງແຕ່ເສົາ ແລະ ຊັ້ນລຸ່ມທີ່ເປັນຝາດິນຈີ່ແຕກແຫງ.
12105923_799928033466459_1760954707730844057_n  12122952_799928050133124_3045223940241292495_n

12119128_799936453465617_8608839704004249387_n

ຂໍຂອບໃຈພາບເຫດການທີ່ກຳລັງໄຟໄໝ ຈາກ
Ning Naovalard Man Utd
ຂ່າວຈາກ: ໜ່ວຍກູ້ໄພມູນນິທິຯ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...