Homeຂ່າວພາຍ​ໃນເກີດເຫດນ້ຳມັນລົດຍົກຮົ່ວ ເຮັດໃຫ້ຜູ້ຂັບຂີ່ລົດຈັກເກີດອຸບັດ ບາດເຈັບຈຳນວນຫຼາຍ

ເກີດເຫດນ້ຳມັນລົດຍົກຮົ່ວ ເຮັດໃຫ້ຜູ້ຂັບຂີ່ລົດຈັກເກີດອຸບັດ ບາດເຈັບຈຳນວນຫຼາຍ

Published on

12096084_438765909649500_4953251911394586621_n
ວັນທີ່20/10/2015 ເວລາ 06:45 ໜ່ວຍກູ້ໄພ ມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ຮັບແຈ້ງຈາກປະຊາຊົນທາງເບີສຸກເສີນ 1623 ວ່າ:
ມີເຫດລົດຍົກນໍ້າມັນຮົ່ວໄຫລເປັນທາງຍາວ ຫລາຍກວ່າ 1Km ພາໃຫ້ເກີດອຸປະຕິເຫດ ລົດຈັກທີ່ຂີ່ມາຕາມເສັ້ນທາງ ເປື້ອນນໍ້າມັນດັ່ງກ່າວລົ້ມ ເນື່ອງຈາກມື່ນນໍ້າມັນ ຢູ່ເສັ້ນທ່າເດື່ອ ຕັ້ງແຕ່ ຫນ້າຕະຫລາດຫລັກ 8 ຫາ ສີ່ແຍກໄຟແດງຫລັກ 10 ນະຄອນຫລວງວຽງຈັນ ພາໃຫ້ມີຜູ້ບາດເຈັບຫລາຍກວ່າ 10 ຄົນ
ເປັນເພດຊາຍ ແລະ ຍິງ ອາການເບື້ອງຕົ້ນຂອງຜູ້ບາດເຈັບ ມີທັງເຈັບຫນັກແລະເຈັບເບົາ
ດັ່ງນັ້ນ, ຫນ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປລາວຈຶ່ງໄດ້ນຳສົ່ງໄປໂຮງຫມໍ ເຊດຖາທິລາດ
12141525_438765926316165_4885219616612693642_n 12122845_438765869649504_2286452425116992650_n 12096434_438765882982836_4940705282956383403_n
___________________
ບາດເຈັບ ອຸບັດຕິເຫດ ສຸກເສີນ ໂທ 1623 ຫຼື 56668825 ຕະຫຼອດ 24 ຊົ່ວໂມງ
ລາຍງານຈາກ: ໜ່ວຍກູ້ໄພ ມູນນິທິຊ່ວຍເຫຼືອຄົນທຸກຍາກ ແຫ່ງ ສປປ ລາວ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...