Homeຂ່າວພາຍ​ໃນການແຂ່ງຂັນບານເຕະຍິງຊິງຂັນປະທານ ສຕລ ມີລົງແຂ່ງຂັນ 3 ຄູ່

ການແຂ່ງຂັນບານເຕະຍິງຊິງຂັນປະທານ ສຕລ ມີລົງແຂ່ງຂັນ 3 ຄູ່

Published on

ສຳລັບຕາຕະລາງການແຂ່ງຂັນບານເຕະ ຊີງຂັນປະທານ ສະຫະພັນບານເຕະແຫ່ງຊາດລາວ ປະຈໍາປີ 2015 ໃນມື້ນີ້ວັນພຸດວັນທີ 21 ຕຸລາ 2015 ມີການແຂ່ງຂັນຢູ່ 3 ຄູ່ໃນເວລາ 14:00 ໂມງ ມໍຕົ້ນ ດົງກະລຶມ ພົບກັບ ກະຊວງ ປ້ອງກັນຄວາມສະຫງົບ, ໃນເວລາ 16:00 ໂມງ ມະຫາວິທະຍາໄລແຫ່ງຊາດ ພົບກັບ ແຂວງ ສະຫວັນນະເຂດ, ໃນເວລາ 18:00 ໂມງ ວິທະຍາສາດ ສຸຂະພາບ ພົບກບ ບໍລິສັດຫວຍສາຂາ 8

ການແຂ່ງຂັນບານເຕະຍິງ ຊິງຂັນປະທານ ສະຫະພັນບານເຕະແຫ່ງຊາດລາວ ປະຈໍາປີ 2015, ເຊິ່ງມີ 6 ທີມເຂົ້າຮ່ວມແຂ່ງຂັນ ປະກອບມີ:

1.ບໍລີສັດຫວຍ ສາຂາ 8

2.ມະຫາວິທະຍາໄລແຫ່ງຊາດ

3.ວິທະຍາສາດສຸຂະພາບ

4.ກະຊວງ ປ້ອງກັນຄວາມສະຫງົບ

5.ແຂວງ ສະຫວັນນະເຂດ

ທຸກໆນັດແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາເຈົ້າອານຸວົງ ເຂົ້າຊົມຟຣີ! ຢ່າລືມໄປຊົມໄປເຊຍໃຫ້ກຳລັງໃຈນັກກິລານຳກັນ

12107903_1650383861845799_3685995291654010227_n

ຂອບໃຈຂ່າວແລະພາບຈາກ : ສຕລ

ບົດຄວາມຫຼ້າສຸດ

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...