Homeຂ່າວພາຍ​ໃນເຊື່ອງຢາໃນປ່າກ້ວຍ ຊວຍ ຖືກເຈົ້າຫນ້າທີ່ຈັບໄດ້

ເຊື່ອງຢາໃນປ່າກ້ວຍ ຊວຍ ຖືກເຈົ້າຫນ້າທີ່ຈັບໄດ້

Published on

ຂ່າວ: ບຸນ​ນິກDSC_0474

ເຈົ້າ​ຫນ້າ­ທີ່ ປກສ ເມືອງ​ໄຊ​ທາ­ນີ ນະ­ຄອນ­ຫລວງ​ວຽງ​ຈັນ ໄດ້​ເຂົ້າ​ຈັບ​ຕົວ​ພໍ່​ຄ້າ­ຂາຍ​ຢາ​ບ້າ​ຢູ່​ຖຽງ­ນາ​ບ້ານ​ຫົວ​ຊຽງ ຊື່​ທ້າວ ແກ້ວ​ອຸ­ດອນ ອາ­ຍຸ 42 ປີ ປະ­ຊາ­ຊົນ​ບ້ານ​ໂຄກ​ສະ­ຫວ່າງໃນ​ວັນ​ທີ 18 ພະ­ຈິກ 2013 ເວ­ລາ 11:30 ໂມງ.

ທ່ານ ຮ້ອຍ​ເອກ ວັນ​ເຮືອງ ພັນ­ທະ​ວົງ​ໄຊ ຫົວ­ຫນ້າ ປກສ ກຸ່ມ​ບ້ານ​ຫົວ​ຊຽງ ໃຫ້​ຮູ້​ວ່າ: ຫລັງ​ຈາກ​ໄດ້​ຮັບ​ແຈ້ງ​ຈາກ​ພົນ­ລະ­ເມືອງ​ດີ​ຄົນ​ຫນຶ່ງ ທາງ​ເຈົ້າ​ຫນ້າ­ທີ່​ກໍ່​ໄດ້​ລົງ​ຕິດ­ຕາມ​ພຶດ­ຕິ​ກຳ​ຜູ້­ກ່ຽວ​ຢູ່​ໄລ­ຍະ​ ຫນຶ່ງ​ເຫັນ​ວ່າ​ມີ​ມູນ​ຄວາມ​ຈິງ ຈາກ​ນັ້ນ​ຈິ່ງ​ນຳ​ກຳ­ລັງ​ໄປ​ຈັບ​ຕົວ ໃນ​ຂະ­ນະ​ທີ່ ຜູ້­ກ່ຽວ​ຈະ​ຕິດ​ຈັກ​ລົດ​ກຳ­ລັງ​ອອກ​ໄປ​ນອກ​ບັງ​ເອີ້ນ​ທາງ​ເຈົ້າ​ຫນ້າ­ທີ່​ ຈັບ​ຕົວ​ໄວ້​ກ່ອນ ແລະ ສອບ​ຖາມ​ຜູ້­ກ່ຽວ​ວ່າ: ຢາ​ບ້າ​ເຊື່ອງ​ໄວ​ໃສ? ເບື້ອງ​ຕົ້ນ​ຜູ້­ກ່ຽວ​ປະ­ຕິ­ເສດ​ວ່າ​ບໍ່​ມີແຕ່​ທາງ​ເຈົ້າ​ຫນ້າ­ທີ່​ບໍ່​ປັກ​ ໃຈ​ເຊື່ອ ແລະ ຖາມ​ຕໍ່​ໄປ​ວ່າ: ຢູ່​ປ່າ​ກ້ວຍ​ເດ​ມີ​ບໍ່​ພໍ­ໄດ້​ຍິນ​ຄຳ​ຖາມ​ດັ່ງ­ກ່າວ ກໍ່​ເຫັນ​ສີ​ຫນ້າ​ຜູ້­ກ່ຽວ​ຈືດ​ລົງ​ທັນ­ທີ ຈາກ​ນັ້ນ ຈິ່ງ​ນຳ​ຕົວ​ຜູ້­ກ່ຽວ​ໄປ​ຊອກ​ຄົ້ນ​ຢູ່​ປ່າ​ກ້ວຍ​ຂ້າງ​ຖຽງ­ນາ ຫລັງ​ຈາກ​ທຳ​ການ​ກວດ​ຄົ້ນ​ດົນ​ເຕີບ​ທາງ​ເຈົ້າ​ຫນ້າ­ທີ່​ໄດ້​ເຫັນ​ເກີບ​ໂບກ​ ທີ່​ຖິ້ມ​ຢູ່​ປ່າ​ກ້ວຍ 3 ຄູ່​ທັງ​ເກົ່າ ແລະ ໃຫມ່​ທາງ​ເຈົ້າ​ຫນ້າ­ທີ່​ຈິ່ງ​ໄດ້​ໄປ​ຈັບ​ມາ​ເບິ່ງ ກໍ່​ໄດ້​ພົບ​ຢາ​ບ້າ 1 ຖົງ ຕົກ​ອອກ​ມາ ຈາກ​ນັ້ນ ຈິ່ງ​ມີ​ຖົງ​ທີ 2 ທີ 3 ແລະ 4 ຕົກ​ອອກ​ມາ ແລະ ມາ​ນັບ​ເບິ່ງ​ມີ​ຈຳ­ນວນ 642 ເມັດ ເມື່ອ​ພົບ​ເຫັນ​ຂອງ​ກາງ​ຈິ່ງ​ນຳ​ຕົວ​ຜູ້­ກ່ຽວ​ມາ​ໄວ້​ທີ່​ຫ້ອງ­ການ ປກສ ກຸ່ມ​ບ້ານ.

ຜ່ານ​ການ​ສືບ­ສວນŒສອບ​ສວນ ໃນ​ເບື້ອງ​ຕົ້ນ​ຮູ້​ວ່າ: ຜູ້­ກ່ຽວ​ຊື່ທ້າວ ແກ້ວ​ອຸ­ດອນ ອາ­ຍຸ 42 ປີ ປະຊາ​ຊົນ ບ້ານ​ໂຄກ​ສະ­ຫວ່າງ​ເມືອງ​ໄຊ​ທາ­ນີ ນະ­ຄອນ­ຫລວງ​ວຽງ​ຈັນ ຜູ້­ກ່ຽວ​ແມ່ນ​ມາ​ຮັກ​ມັກ​ກັບ​ຜູ້​ສາວ​ເຈົ້າ​ຂອງ​ຖຽງ­ນາ ໃນ​ນາມ​ຊູ້​ສາວ ແລະ ໄດ້​ຮັບ​ສາ­ລະ­ພາບ​ວ່າ:ຢາ​ບ້າ​ທີ່​ພົບ​ແມ່ນ​ຂອງ​ຕົນ​ແທ້, ຕົນ​ໄປ​ໂທ​ສັ່ງ​ຊື້​ມາ​ແລ້ວ​ຂາຍ​ບໍ່​ໄດ້​ຍ້ອນ​ລູກ​ຄ້າ​ຕິ​ວ່າ​ຢາ​ບໍ່​ມີ​ຄຸນ ​ນະ​ພາບ​ຕົນ​ຈິ່ງ​ເອົາ​ເຊື່ອງ​ໄວ້​ປ່າ​ກ້ວຍ ແລະ ໄດ້​ນຳ​ຢາ​ອອກ​ມາ​ຈ້າງ​ໄວ​ຮຸ່ນ​ກ່ຽວ​ເຂົ້າ​ໃຫ້, ສ່ວນ​ເງິນ​ທີ່​ໄດ້​ມາ​ຈາກ​ການ​ຊື້Œຂາຍ​ຢາ​ແມ່ນ​ໄປ​ໃຊ້​ຈ່າຍ​ຫມົດ ປະ­ຈຸ​ບັນ​ຄະ­ດີ​ດັ່ງ­ກ່າວ​ທາງ ປກສ ກຸ່ມ​ບ້ານ​ສົ່ງ​ໃຫ້ ປກສ ເມືອງ​ໄຊ​ທາ­ນີ ດຳ­ເນີນ​ຄະ­ດີ​ຕາມ​ຂັ້ນ​ຕອນ​ຂອງ​ລະ­ບຽບ​ກົດ­ຫມາຍ.

 

ຂ່າວຈາກ: ໜັງສືພິມ ເສດຖະກິດ ສັງຄົມ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...