spot_img
Homeຂ່າວພາຍ​ໃນຜົນນັດທີ 2 ຂອງການແຂ່ງຂັນບານເຕະຍິງ ຊິງຂັນປະທານ ສຕລ ປະຈໍາປີ 2015

ຜົນນັດທີ 2 ຂອງການແຂ່ງຂັນບານເຕະຍິງ ຊິງຂັນປະທານ ສຕລ ປະຈໍາປີ 2015

Published on

ສຳລັບການແຂ່ງຂັນບານເຕະຍິງ ຊິງຂັນປະທານ ສະຫະພັນບານເຕະແຫ່ງຊາດລາວ ປະຈໍາປີ 2015 ແມ່ນຈະດໍາເນີນແຂ່ງຂັນ ລະຫວ່າງວັນທີ 18-25 ຕຸລາ 2015, ໃນນັດທີ 2 ນີ້ແມ່ນແຂ່ງຂັນໃນວັນທີ 19 ຕຸລາ 2015 ທີ່ຜ່ານມາ ເປັນການພົບກັນລະຫວ່າງ ແຂວງສະຫວັນນະເຂດ ພົບກັບ ກະຊວງ ປ້ອງກັນຄວາມສະຫງົບ ຜົນປະກົດວ່າ ແຂວງສະຫວັນນະເຂດ ເສຍໃຫ້ ກະຊວງ ປ້ອງກັນຄວາມສະຫງົບ 0-1 ປະຕູ, ແລະ ບໍລິສັດຫວຍ ສາຂາ 8 ເສຍໃຫ້ ມໍຕົ້ນ ດົງກະລຶມ 3-5ປະຕູ, ອີກ 1 ຄູ່ ແມ່ນມະຫາວິທະຍາໄລແຫ່ງຊາດ ເອົາຊະນະ ວິທະຍາສາດສຸຂະພາບ 11-2
ສໍາລັບການແຂ່ງຂັນບານເຕະຍິງ ຊິງຂັນປະທານ ສະຫະພັນບານເຕະແຫ່ງຊາດລາວ ປະຈໍາປີ 2015 ເຊິ່ງມີ 6 ທີມເຂົ້າຮ່ວມແຂ່ງຂັນ ປະກອບມີ
1.ບໍລີສັດຫວຍ ສາຂາ 8
2.ມະຫາວິທະຍາໄລແຫ່ງຊາດ
3.ວິທະຍາສາດສຸຂະພາບ
4.ກະຊວງ ປ້ອງກັນຄວາມສະຫງົບ
5.ແຂວງ ສະຫວັນນະເຂດ
6.ມໍຕົ້ນ ດົງກະລຶມ
ນັດຕໍ່ໄປຈະມີຂຶ້ນໃນວັນພຸດ 21 ຕຸລາ 2015 ໃນເວລາ 14:00 ໂມງ ມໍຕົ້ນ ດົງກະລຶມ ພົບກັບ ກະຊວງ ປ້ອງກັນຄວາມສະຫງົບ, ໃນເວລາ 16:00 ໂມງ ມະຫາວິທະຍາໄລແຫ່ງຊາດ ພົບກັບ ແຂວງ ສະຫວັນນະເຂດ, ໃນເວລາ 19:00 ໂມງ ວິທະຍາສາດສຸຂະພາບ ພົບກັບ ບໍລີສັດຫວຍ ສາຂາ 8ທຸກໆນັດແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາເຈົ້າອານຸວົງ ເຂົ້າຊົມຟຣີ!

12107794_1030217253665878_6825139351426081809_n

12122658_1030217270332543_5915389002809421613_n

12088135_1030217260332544_3679448685896760823_n

12107281_1030217326999204_3915411990287293411_n

12109000_1030233623664241_2518679991772196761_n

ຂອບໃຈຂ່າວແລະພາບຈາກ: ສຕລ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...