Homeຂ່າວພາຍ​ໃນເກີດເຫດດິນເຈື່ອນທີ່ພູຄູນ

ເກີດເຫດດິນເຈື່ອນທີ່ພູຄູນ

Published on

ນັກຂ່າວປະຈຳທ້ອງຖິ່ນລາຍງານວ່າ ຕອນເຊົ້າມື້ນີ້ ວັນທີ 20 ຕຸລາ 2015 ໄດ້ເກີດເຫດດິນເຈື່ອນຢູ່ເສັ້ນທາງ ໄປຊຽງຂວາງໄກຈາກແຍກພູຄູນ ເມືອງພູຄູນ ແຂວງຫຼວງພະບາງ ໄປຫາທາງແຂວງຊຽງຂວາງ ປະມານ 3 ກິໂລແມັດ ເຮັດໃຫ້ເສັ້ນທາງເປັນອຳມະພາດ ເຈົ້າໜ້າທີ່ທີ່ກ່ຽວຂ້ອງຕ້ອງໃຊ້ລົດຈົກ ລົດກວາດ ເຂົ້າໄປສ້ອມແປງທາງໃຊ້ເວລາຫຼາຍຊົ່ວໂມງ. ເບື້ອງຕົ້ນຍັງບໍ່ມີລາຍງານວ່າ ຜູ້ບາດເຈັບຫຼືເສຍຊີວິດແຕ່ຢ່າງໃດ.
ດັ່ງນັ້ນ, ຖ້າທ່ານໃດມີຈຸດປະສົງເດິນທາງໄປ ທາງແຂວງຊຽງຂວາງໂດຍຜ່ານເມືອງພູຄູນ ຂໍໃຫ້ກວດສອບສະພາບເສັ້ນທາງໃຫ້ດີ ປ້ອງກັນອັນຕະລາຍແລະເສຍເວລາການເດິນທາງ.
12107985_1661261410785225_2691944175904848157_n 12109213_1661261400785226_2598231837118002929_n 12119161_1661261390785227_4736761451325734337_n

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...