spot_img
Homeຂ່າວເຫດການກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ VII ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ VII ໄຂຂຶ້ນຢ່າງເປັນທາງການ

Published on

women

ຂປລ. ກອງ​ປະຊຸມ​ໃຫຍ່ຜູ້​ແທນ​ແມ່ຍິງ​ລາວທົ່ວ​ປະ​ເທດ ຄັ້ງທີ VII ​ໄຂ​ຂຶ້ນ​ຢ່າງ​ສະຫງ່າ​ຜ່າ​ເຜີຍ ທີ່​ນະຄອນຫລວງ​ວຽງ​ຈັນ ​​ໃນ​ວັນ​ທີ 20 ຕຸລາ 2015, ພາຍ​ໃຕ້​ການ​ເປັນ​ປະທານ ​ຂອງທ່ານ​ນາງ ສີ​ໃສ ລື​ເດດ​ມູນ​ສອນ ​ກຳມະການ​ສູນ​ກາງ​ພັກ, ປະທານຄະນະ​ ບໍລິຫານ​ງານ​ສູນ​ກາງ​ ສະຫະພັນ​ແມ່ຍິງລາວ, ​ໂດຍ​ການ​ໃຫ້​ກຽດ​ເຂົ້າຮ່ວມ ຂອງທ່ານ ຈູມ​ມາລີ ​ໄຊ​ຍະ​ສອນ ​ເລຂາທິການ​ໃຫຍ່​ ຄະນະ​ບໍລິຫານ​ງານ​ ສູນ​ກາງ​ພັກ, ປະທານ​ປະ​ເທດ​ແຫ່ງ ສປປ ລາວ, ມີ​ບັນດາ​ກຳມະການ​ສູນ​ກາງ​ພັກ, ລັດຖະມົນຕີ​ວ່າການ, ຊ່ວຍ​ວ່າການ, ຄະນະ​ພັກ​ນະຄອນຫລວງ, ​ແຂວງ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ, ຜູ້ຕາງໜ້າ​ອົງການ​ຈັດຕັ້ງ ມະຫາຊົນ ​ແລະ ຜູ້​ແທນ​ສົມບູນ​ ຂອງ​ກອງ​ປະຊຸມ ຈຳນວນ 386 ສະຫາຍ ທີ່​ເປັນ​ຕົວ​ແທນ​ ໃຫ້​ແກ່​ສະມາຊິກ​ ສະຫະພັນ​ແມ່ຍິງ​ລາວ 900.000 ກວ່າ​ຄົນເຂົ້າຮ່ວມ.

ໂອກາດ​ນີ້, ທ່ານ​ນາງ ບັນດິດ ປະທຸມ​ວັນ ຮອງ​ປະທານ​ສູນ​ກາງ ​ສະຫະພັນ​ແມ່ຍິງ​ລາວ ​ໄດ້​ຜ່ານຮ່າງ​ບົດ​ລາຍ​ງານ ການ​ເມືອງ​ຂອງ​ຄະນະ​ ບໍລິຫານ​ງານ​ສູນ​ກາງ​ ສະຫະພັນ​ແມ່ຍິງ​ລາວ ສະ​ໄໝ​ທີ VI ທີ່​ຍົກ​ໃຫ້​ເຫັນ ​ຜົນ​ການຈັດຕັ້ງປະຕິບັດ ​ມະຕິ​ກອງ​ປະຊຸມ​ໃຫຍ່ ​ຜູ້​ແທນ​ແມ່ຍິງ​ລາວ ທົ່ວ​ປະ​ເທດ ຄັ້ງທີ VI (2011-2015) ​ໃນ​ແຕ່ລະ​ໜ້າ​ວຽກ ​ເປັນຕົ້ນ: ວຽກ​ງານ​ສຶກສາ​ອົບຮົມ​ ການ​ເມືອງ​ແນວ​ຄິດ, ການ​ປັບປຸງ ​ແລະ ຂະຫຍາຍ​ການຈັດຕັ້ງ ສະຫະພັນ​ແມ່ຍິງ​ລາວ, ການ​ກໍ່ສ້າງ​ພະນັກງານ​ເພດ​ຍິງ, ການ​ປົກ​ປ້ອງ​ສິດຜົນປະ​ໂຫຍ​ດ ຂອງ​ແມ່ຍິງ ​ແລະ ​ເດັກນ້ອຍ, ການ​ສົ່ງ​ເສີມ​ຄວາມ​ກ້າວໜ້າ ​ຂອງ​ແມ່ຍິງ ​ແລະ ສົ່ງ​ເສີມ​ຄວາມ​ສະ​ເໝີ​ພາບ​ ຍິງ-​ຊາຍ, ການ​ພັດທະນາ​ ຊີ​ວິດ​ການ​ເປັນ​ຢູ່ ​ແລະ ​ແກ້​ໄຂ​ຄວາມທຸກ​ຍາກ, ການຈັດຕັ້ງປະຕິບັດ ​ຂໍ້​ແຂ່ງ​ຂັນ 3 ດີ, ການ​ປຸກລະດົມ​ ໃຫ້​ແມ່ຍິງ​ເຂົ້າຮ່ວມ​ພາລະກິດ ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດທະນາ ​ປະ​ເທດ​ຊາດ ​ແລະ ການ​ພົວພັນ​ຮ່ວມ​ມື​ ກັບ​ຕ່າງປະ​ເທດ ​ເຊິ່ງ​ໃນ​ແຕ່ລະ​ໜ້າ​ວຽກ​ນັ້ນ ລ້ວນ​ແຕ່​ສ່ອງ​ແສງ​ໃຫ້​ເຫັນ​ວ່າ: ​ແມ່ຍິງ​ລາວ​ສ່ວນ​ຫລາຍ ​ໄດ້​ຮັບ​ການ​ພັດທະນາ ທາງ​ດ້ານ​ຄວາມ​ຮູ້, ຄວາມ​ສາມາດ ໄດ້​ເປັນ​ກຳລັງ​ແຮງ​ ໃນ​ການ​ປະຕິບັດ​ໜ້າ​ທີ່​ ທີ່​ພັກ-ລັດ ​ມອບ​ໝາຍ​ໃຫ້ ​ເຮັດ​ໃຫ້ການ​ຈັດຕັ້ງພັກ-ລັດ, ສັງຄົມ ​ແລະ ຄອບຄົວ ມີ​ຄວາມ​ເຊື່ອ​ໝັ້ນ ​ແລະ ​ໄວ້​ວາງ​ໃຈ​ຕໍ່​ຄວາມ​ຮູ້, ຄວາມ​ສາມາດ, ຄວາມ​ຮັບຜິດຊອບ​ຂອງ​ແມ່ຍິງ​ ໃນ​ການ​ປະຕິບັດ​ໜ້າ​ທີ່​ວຽກ​ງານ. ນອກ​ນີ້ ​ແມ່ຍິງ​ລາວ​ຍັງ​ເປັນ​ເຈົ້າການ ​ໃນ​ການຈັດຕັ້ງປະຕິບັດ​ ແຜນ​ພັດທະນາ ​ເສດຖະກິດ-ສັງຄົມ ​ເປັນ​ກຳລັງ​ແຮງ ​ໃນ​ການ​ຜະລິດ​ກະສິກຳ, ຫັດຖະກຳ, ການ​ປຸງ​ແຕ່ງ, ການ​ບໍລິການ ​ແລະ ອື່ນໆ; ​ໄດ້​ເອົາ​ໃຈ​ໃສ່​ໃນ​ການ​ ສ້າງ​ລາຍ​ຮັບ​ໃຫ້​​ຕົນ​ເອງ ​ແລະ ຄອບຄົວ ​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່ດີ​ຂຶ້ນ, ປະຕິບັດ​ພັນທະ​ຕໍ່​ລັດ ທັງ​ປະກອບສ່ວນ​ຊ່ວຍ​ເຫລືອ​ສັງຄົມ, ພ້ອມ​ນີ້ ​ແມ່ຍິງ​ລາວ​ສ່ວນ​ຫລາຍ ​ຍັງ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ມູນ​ເຊື້ອ ວັດທະນະທຳ​ ອັນ​ດີງາມ​ຂອງ​ຊາດ, ຮັກສາ​ໄດ້​ແບບ​ແຜນ ການ​ດຳລົງ​ຊີວິດ, ການພົວພັນ​ໃນ ​ຄອບຄົວ-ສັງຄົມ ຕາມ​ຮີດຄອງ​ປະ​ເພນີ​ ອັນ​ດີງາມ​ຂອງ​ຊາດ. ​ບົດ​ລາຍງານ ຍັງ​ຍົກ​ໃຫ້​ເຫັນ​ທິດ​ທາງ​ວຽກ​ງານ​ ຂອງ​ສະຫະພັນ​ແມ່ຍິງ​ລາວ ​ໃນ 5 ປີ​ຕໍ່ໜ້າ (2016-2020) ​​ເຊິ່ງ​ໃນ​ແຜນ​ພັດທະນາ​ດັ່ງກ່າວ ລ້ວນ​ແຕ່​ແນ​ໃສ່​ພັດທະນາ​ແມ່ຍິງ, ສົ່ງ​ເສີມ​ຄວາມ​ກ້າວໜ້າ​ຂອງ​ແມ່ຍິງ, ສົ່ງ​ເສີມ​ຄວາມ​ສະ​ເໝີ​ພາບ​ ຍິງ-ຊາຍ ​ແລະ ​ແນວທາງ​ຂອງ​ສູນ​ກາງ ​ສະຫະພັນ​ແມ່ຍິງ​ລາວ​ ໃນການ​ສືບ​ຕໍ່​ປະຕິບັດ​ ພາລະ​ບົດບາດ​ໜ້າ​ທີ່ ​ໃນ​ການ​ສຶກສາ​ອົບຮົມ, ​ເຕົ້າ​ໂຮມ​ຄວາມ​ສາມັກ​ຄີ​ແມ່ຍິງ​ລາວ​ບັນດາ​ເຜົ່າ​ ເຂົ້າຮ່ວມ​ພາລະກິດ​ ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດທະນາ​ ປະ​ເທດ​ຊາດ.

ຕະຫລອດ ​​ໄລຍະ​ດຳ​ເນີນ ​ກອງ​ປະຊຸມ 2 ວັນ​ ຜູ້​ແທນ​ທີ່​ເຂົ້າຮ່ວມ​ ຈະ​ໄດ້​ຮັບ​ຟັງ​ການ​ປະກອບ​ຄຳ​ເຫັນ ຈາກ​ອົງການ​ຈັດຕັ້ງມະຫາຊົນ, ຄະນະ​ສະຫະພັນ​ແມ່ຍິງ​ກະຊວງ, ​ແຂວງ, ຫົວໜ່ວຍ​ທຸລະ​ກິດ ​ແລ​ະ ຄອບຄົວ​ຕົວ​ແບບ, ຈະ​ໄດ້​ໃຊ້​ສິດ​ປະຊາທິປະ​ໄຕ​ ​ເລືອກ​ຕັ້ງ​ເອົາ​ຄະນະ​ບໍລິຫານ​ງານ​ ສູນ​ກາງ​ສະຫະພັນ​ແມ່ຍິງ ສະ​ໄໝ​ທີ VII ​ແລະ ຮັບ​ຟັງ​ການ​ໂອ້​ລົມ​ ຈາກ​ທ່ານ ຈູມ​ມາລີ ​ໄຊ​ຍະ​ສອນ ​ເລຂາທິການ​ໃຫຍ່​ ຄະນະ​ບໍລິຫານ​ງານ​ ສູນ​ກາງ​ພັກ, ປະທານ​ປະ​ເທດ ​ແຫ່ງ ສປປ ລາວ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...