spot_img
Homeຂ່າວທ້ອງຖິ່ນສະພາເຂດ 13 ກຽມປະຊຸມ ພ້ອມເປີດສາຍດ່ວນ ໃຫ້ ປຊ ປະກອບຄຳເຫັນ

ສະພາເຂດ 13 ກຽມປະຊຸມ ພ້ອມເປີດສາຍດ່ວນ ໃຫ້ ປຊ ປະກອບຄຳເຫັນ

Published on

12096245_710635995734020_3910477757112650351_n

ຖະແຫຼງກຽມເປີດກອງປະຊຸມສະພາປະຈຳເຂດເລືອກຕັ້ງທີ 13  ຮຽກຮ້ອງໃຫ້ປະຊາຊົນຈົ່ງໄດ້ມີການຕິດຕາມ ແລະປະກອບຄຳເຫັນຢ່າງສ້າງສັນ
ວັນທີ 14 ຕຸລາ ນີ້ທ່ານ ບຸນເຕັມ ຊວງສາຍະວົງ ສະມາຊິກສະພາແຫ່ງຊາດ ຜູ້ປະຈຳການຫ້ອງວ່າການສະພາແຫ່ງຊາດ ເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ  ໄດ້ມີການຖະແຫຼງຂ່າວກ່ຽວກັບການ ກະກຽມເປີດກອງປະຊຸມຄົບຄະນະຂອງສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ປະຈຳປີ 2015 ທີ່ຈະມີຂຶ້ນໃນວັນທີ 20-22 ຕຸລາ ທີ່ຈະມາເຖິງນີ້.
ທ່ານ ບຸນເຕັມ ຊວງສາຍະວົງ ໃຫ້ຮູ້ໂອກາດນີ້ວ່າ: ໃນວາລະກອງປະຊຸມນັ້ນ ແມ່ນຈະໄດ້ຮັບຟັງການລາຍງານແຜນພັດທະນາ ເສດຖະກິດ-ສັງຄົມຂອງແຂວງຈາກທ່ານເລຂາບໍລິຫານງານພັກແຂວງ, ພະແນກການອ້ອມຂ້າງແຂວງຈຳນວນໜຶ່ງເປັນຕົ້ນ: ພະແນກແຜນການ-ການລົງທຶນ, ພະແນກການເງິນ, ພະແນກໂຍທາທິການ ແລະຂົນສົ່ງ, ພະແນກສຶກສາທິການ ແລະກິລາ, ພະແນກແຮງງານ-ສະຫວັດດີການສັງຄົມ. ຈາກນັ້ນກອງປະຊຸມຍັງຈະໄດ້ຮັບຟັງການລາຍງານຈາກຄະນະສະມາຊິກສະພາແຫ່ງຊາດ ໃນການຈັດຕັ້ງປະຕິບັດວຽກງານຂອງ ສະພາແຫ່ງໃນໄລຍະ 5 ປີຕາມພາລະບົດບາດສິດ ແລະໜ້າທີ່ຂອງຕົນ, ພ້ອມດຽວກັນນັ້ນກໍ່ຍັງມີການ ປະກອບຄຳເຫັນຂອງຕາງໜ້າອົງການຈັດຕັ້ງ ມະຫາຊົນຕໍ່ກັບການເຄື່ອນໄຫວໄລຍະຜ່ານມາ ຂອງຄະນະສະມາຊິກສະພາເຊັ່ນກັນ.
ດ່ັງນັ້ນ, ຈຶ່ງຮຽກຮ້ອງໃຫ້ບັນດາພາກສ່ວນຕ່າງໆ, ພໍ່ແມ່ປະຊາຊົນທຸກຂົງເຂດ ກໍ່ຄືພໍ່ແມ່ປະຊາຊົນໃນ 15 ຕົວເມືອງຈົ່ງໄດ້ຕິດຕາມ ເຊິ່ງກອງປະຊຸມຈະໄດ້ມີການຖ່າຍທອດສົດ ອອກອາກາດທາງໂທລະພາບ, ວິທະຍຸ ແລະໜັງສືພິມທັງທ້ອງຖິ່ນ ແລະສູນກາງ, ທີ່ສຳຄັນແມ່ນໄດ້ມີໂທລະສັບສາຍດ່ວນເບີ 041 156 ໂທໂດຍບໍ່ເສຍຄ່າ ໄວ້ໃຫ້ຜູ້ທີ່ສົນໃຈຢາກປະກອບຄຳຄິດຄຳເຫັນ ໃນກອງປະຊຸມຄັ້ງນີ້.
ຂ່າວ-ພາບ: ພຸດທະສິນ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...