spot_img
Homeຂ່າວການພັດທະນາສະຫະລັດອາເມຣິກາ ສືບຕໍ່ຊ່ວຍເຫລືອເກັບກູ້ລະເບີດບໍ່ທັນແຕກຢູ່ລາວ

ສະຫະລັດອາເມຣິກາ ສືບຕໍ່ຊ່ວຍເຫລືອເກັບກູ້ລະເບີດບໍ່ທັນແຕກຢູ່ລາວ

Published on

ameracaa

ໃນວັນທີ 16 ຕຸລານີ້, ທ່ານ ເບັນຈາມິນ ຣອດ (Benjamin Rhodes) ຮອງທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດສະຫະລັດອາເມລິກາ, ໄດ້ປະກາດໃຫ້ທຶນມູນຄ່າ 2,2 ລ້ານໂດລາສະຫະລັດ, ເພື່ອສະໜັບສະໜູນວຽກງານເກັບກູ້ລະເບີດບໍ່ທັນແຕກ (UXO) ຢູ່ ສປປ ລາວ ໂດຍສະເພາະຢູ່ແຂວງຫົວພັນ, ຊຽງຂວາງ, ຄຳມ່ວນ, ສະຫວັນນະເຂດ,ສາລະວັນ ແລະ ຈຳປາສັກ.

ທ່ານຮອງທີ່ປືກສາດັ່ງກ່າວເວົ້າວ່າ: ສະຫະລັດ ອາເມລິກາ ມີຄວາມມຸ່ງໝັ້ນທີ່ຈະຊ່ວຍເຫຼືອລາວ ໃນການເກັບກູ້ລະເບີດບໍ່ທັນແຕກ ອອກຈາກພື້ນທີ່ທີ່ຍັງມີລະເບີດຕົກຄ້າງ ເພື່ອຫຼຸດຜ່ອນອັດຕາການເສຍຊີວິດ, ເພີ່ມເຂດພື້ນທີ່ການປູກຝັງ ແລະ ທັງຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນລາວບັນດາເຜົ່າ. ຂະນະທີ່ໃນວັນທີ 17 ຕຸລານີ້, ທ່ານຮອງທີ່ປືກສາດ້ານຄວາມໝັ້ນຄົງແຫ່ງຊາດສະຫະລັດ, ໄດ້ໄປຢ້ຽມ ຢາມທີມງານເກັບກູ້ລະເບີດຂອງລາວ ທີ່ປະຕິບັດຫນ້າທີ່ເກັບກູ້ລະເບີດບໍ່ທັນແຕກຢູ່ບ້ານປາກອູແຂວງຫຼວງພະບາງ ແລະ ທ່ານໄດ້ກ່າວສະແດງຄວາມປະທັບໃຈ ຕໍ່ຄວາມມຸ້ງໝັ້ນຂອງທີມເກັບກູ້ລະເບີດລາວທີ່ໄດ້ປະກອບສ່ວນເຂົ້າໃນວຽກງານດັ່ງກ່າວ, ເຊິ່ງເຫັນວ່າມັນມີຄວາມສຳຄັນຫຼາຍທີ່ສຸດສຳລັບຄົນລາວ.

ນັບແຕ່ປີ 1993 ເປັນຕົ້ນມາ, ສະຫະລັດອະເມລິກາ, ໄດ້ໃຫ້ການຊ່ວຍເຫຼືອໃນວຽກງານເກັບກູ້ລະເບີດບໍ່ທັນແຕກຢູ່ລາວ, ມີມູນຄ່າຫຼາຍກວ່າ 83 ລ້ານໂດລາສະຫະລັດ, ສະເພາະປີ 2015 ອາເມລິກາໄດ້ໃຫ້ທຶນເປັນມູນຄ່າຫລາຍກວ່າ 15 ລ້ານໂດລາສະຫະລັດ, ເພື່ອນໍາໃຊ້ເຂົ້າໃນການສະໜັບສະໜູນ ການເກັບກູ້ລະເບີດບໍ່ທັນແຕກທີ່ໄດ້ຄົ້ນພົບໃນເຂດພື້ນທີ່ມີລະເບີດຕົກຄ້າງໃນຂອບເຂດທົ່ວປະເທດ. ນອກຈາກນີ້, ຍັງມີໂຄງການຊ່ວຍເຫລືອຜູ້ຖືກເຄາະຮ້າຍ, ເຊິ່ງຈະເຮັດຫນ້າທີ່ສະໜອງການບໍລິການໂດຍກົງຕໍ່ຜູ້ລອດຊີວິດ ຈາກອຸປະຕິເຫດລະເບີດບໍ່ທັນແຕກ ແລະ ຄອບຄົວຂອງເຂົາເຈົ້າ ເພື່ອຊ່ວຍສ້າງຄວາມເຂັ້ມແຂງໃນການຊ່ວຍເຫຼືອເບື້ອງຕົ້ນ, ການຕອບສະໜອງສຸກເສີນ ໃນດ້ານການຊ່ວຍເຫຼືອສິ່ງອຳນວຍຄວາມສະດວກ ອັນສຳຄັນທາງດ້ານສຸຂະພາບ ແລະ ທຶນສໍາລັບການປູກຈິດສໍານຶກຕໍ່ກັບຄວາມສ່ຽງ, ໂດຍສະເພາະແມ່ນເດັກນ້ອຍ ຕໍ່ຄວາມອັນຕະລາຍຂອງລະເບີດບໍ່ທັນແຕກ ກໍຈະສືບຈັດຕັ້ງປະຕິບັດໄປຄຽງຄູ່ກັນໃຫ້ຫລາຍຂຶ້ນເລື້ອຍໆ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...