Homeມຸມຂ່າວ AECອາຊຽນຮ່ວມມືວາງແຜນ ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ

ອາຊຽນຮ່ວມມືວາງແຜນ ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ

Published on

b409a226838328c352bf26674eb09c85

ໂດຍ​ການ​ເປັນ​ເຈົ້າພາບ​ຂອງ ​ສປປ ລາວ ກອງ​ປະຊຸມ​ລັດ​ຖະມົນຕີ​ພັດທະນາ​ຊົນນະບົດ ແລະ ລຶບລ້າງ​ຄວາມທຸກ​ຍາກ (​ພຊລທ) ອາ​ຊຽນ ຄັ້ງ​ທີ 9 ຈັດຂຶ້ນ 17 ຕຸລາ 2015 ຢູ່​ນະຄອນຫຼວງ​ວຽງ​ຈັນ ເຊິ່ງ​ມີ​ຄວາມ​ໝາຍໃນ​ປະຫວັດສາດ​ຂອງ​ຊາດ​ເຮົາ ແລະ ເປັນ​ປະຫວັດ​ຂະ​ບວນ​ການຕໍ່ສູ້​ຂອງ​ປະຊາ​ຊາດ​ຜູ້​ກ້າວໜ້າຂອງ​ໂລກ ນອນ​ໃນ​ສັບປະດາແຫ່ງ​ຊາດ ເພື່ອ​ລຶບລ້າງ​ຄວາມທຸກ​ຍາກ ປະຈຳ​ປີ 2015 ອັນ​ເປັນເຫດການ​ສຳຄັນ​ຂອງ​ສາກົນ ທີ່ປະຊາ​ຄົມ​ໂລກ ໄດ້​ຈັດການ​ລະນຶກ​ໃນ​ແຕ່​ລະ​ປີ ໂດຍ​ໃຫ້​ກຽດ​ເຂົ້າຮ່ວມ​ມີ​ພຣະ​ເຖລານຸເຖລະ ທ່ານ ທອງ​ສິງ ທຳ​ມະ​ວົງ ນາຍົກ​ລັດ​ຖະມົນຕີ ທ່ານ ເລ ເລືອງ ມິງ ເລຂາ​ທິ​ການ​ໃຫຍ່​ອາ​ຊຽນ ບັນດາລັດຖະມົນຕີ​ຮັບຜິດຊອບ​ວຽກ​ງານ ​ພຊລທ ພ້ອມ​ຄະນະ​ຈາກ​ບັນດາປະເທດ​ສະມາຊິກ​ອາ​ຊຽນ ແລະ ປະເທດ​ບວກ​ສາມຄະນະ​ນຳ​ຂອງລັດຖະບານ ສະພາ​ແຫ່ງ​ຊາດ ອົງການຈັດຕັ້ງ​ສັງຄົມ ອົງການ​ຈັດຕັ້ງ​ສາກົນ ທູຕານຸທູດ​ປະຈຳ​ລາວ ນັກຮຽນ-ນັກ​ສຶກ​ສາ ຕະຫຼອດ​ຮອດ​ມວນ​ຊົນຊາວ​ນະຄອນຫຼວງ​ວຽງ​ຈັນ.

ໃນ​ພິທີ ທ່ານ ບຸນ​ເຮືອງ ດວງພະຈັນ ລັດຖະມົນຕີ​ປະຈຳ​ຫ້ອງວ່າການ​ລັດຖະບານ ຫົວໜ້າ​ຄະນະ​ພັດທະນາ​ຊົນນະບົດ ແລະ ລຶບລ້າງ​ຄວາມທຸກ​ຍາກ​ຂັ້ນ​ສູນກາງ ທັງ​ເປັນ​ປະທານ​ກອງ​ປະຊຸມ ໄດ້​ກ່າວ​ວ່າ: ສຳລັບ​ກອງ​ປະຊຸມຄັ້ງ​ນີ້ ຢັ້ງຢືນ​ໃຫ້​ເຫັນ​ເຖິງ​ຜົນ​ສຳເລັດ​ຂອງ​ພວກ​ເຮົາ ​ທີ່​ເປັນ​ເສນາ​ທິ​ການ​ໃຫ້​ຂັ້ນ​ເທິງ​ໃນ​ການ​ປະສານງານ ເຮັດ​ໃຫ້​ວຽກ​ງານ​ພັດ​ທະນາ​ຊົນນະບົດ ແລະ ລຶບລ້າງຄວາມທຸກ​ຍາກ ກາຍເປັນ​ໜ້າທີ່ຂອງ​ທົ່ວ​ພັກ-ລັດ ແລະ ສັງຄົມຢ່າງ​ແທ້​ຈິງ ສະແດງ​ໃຫ້​ເຫັນ​ເຖິງຄວາມ​ເຕີບ​ໃຫຍ່​ເຂັ້ມແຂງ​ ຂອງອົງການ​ຮັບຜິດຊອບ​ວຽກ​ງານ​ນີ້ ແຕ່​ສູນ​ກາງ​ຮອດ​ທ້ອງຖິ່ນ ຍາດໄດ້​ຄວາມ​ເຊື່ອ​ໝັ້ນ​ຂອງ​ຂັ້ນ​ເທິງ ການ​ສະໜັບສະໜູນ​ຂອງ​ຂະແໜງ​ການ ແລະ ອົງການ​ປົກຄອງ​ທ້ອງຖິ່ນ ບັນດາ​ຜູ້​ປະກອບການ ແລະ ອົງ​ການຈັດຕັ້ງ​ສັງຄົມ ຍັງ​ໄດ້​ຮັບ​ການ​ຊ່ວຍເຫຼືອຈາກ​ບັນດາ​ປະເທດ ແລະ ອົງການຈັດຕັ້ງ​ສາກົນ​ຕ່າງໆ​ນຳອີກ.

ເນື້ອ​ໃນ​ຄຳ​ຂວັນ​ຂອງ​ກອງປະຊຸມ​ລັດຖະມົນຕີ​ອາ​ຊຽນ “ສົ່ງເສີມ​ການ​ຮ່ວມ​ກັນ​ລະຫວ່າງ​ພາກລັດ ພາກ​ເອກະ​ຊົນ ແລະ ຊຸມ​ຊົນ ເພື່ອ​ເປົ້າ​ໝາຍ​ພັດທະນາ​ແບບ​ຍືນຍົງ ຫຼັງ 2015” “Promoting the Public-People Partnership for sustainable and post-2015 development goals” ເຫດຜົນທີ່​ຍົກ​ເອົາ​ການ​ຮ່ວມ​ກັນຂອງສາມ​ພາກສ່ວນ​ນີ້​ຂຶ້ນ​ມາ​ ກໍ່​ຍ້ອນເຫັນ​ວ່າ​ຢູ່​ບັນດາ​ປະເທດ​ອາ​ຊຽນ ກໍ່​ຄື​ຢູ່​ລາວ​ພາກ​ເອກະ​ຊົນ ແລະ ອົງ​ການຈັດຕັ້ງ​ສັງຄົມ ແມ່ນມີ​ບົດບາດ​ສຳຄັນ​ ໃນ​ການ​ປະກອບ​ສ່ວນ​ເຂົ້າ​ໃນ​ການ​ພັດທະນາຊົນນະບົດ ແລະ ລຶບລ້າງ​ຄວາມທຸກ​ຍາກ ພ້ອມ​ທັງ​ເປັນ​ການ​ລະດົມ​ກຳລັງ​ແຮງ​ຂອງ​ທຸກ​ພາກສ່ວນ​ໃນ​ສັງຄົມ ເພື່ອ​ດຶງ​ດູດຄວາມ​ສົນໃຈ​ຂອງ​ບັນດາ​ປະເທດ​ອາ​ຊຽນ ທີ່​ຜ່ານ​ມາ​ມັກ​ຍົກບົດບາດ​ຂອງ​ສະມາຄົມອົງການ NGO ໃຫ້​ຫັນ​ມາ​ເຫັນ​ຄວາມ​ສຳຄັນ​ຂອງ​ພາກ​ເອກະ​ຊົນ​ຄຽງ​ຄູ່ກັນ​ໄປ ຕາມ​ທີ່​ໄດ້​ລະບຸ​ໄວ້​ໃນ​ກົດບັດ​ອາ​ຊຽນ ກໍ່​ຄື​ກອບ​ວຽກ​ງານພັດທະນາ​ຊົນນະບົດ ແລະ ລຶບລ້າງ​ຄວາມທຸກ​ຍາກ.

ການ​ດຳເນີນ​ກອງ​ປະຊຸມ​ລັດຖະ​ມົນຕີ​ພັດທະນາ​ຊົນນະບົດ ແລະ ລຶບລ້າງ​ຄວາມທຸກ​ຍາກອາ​ຊຽນ ຄັ້ງ​ທີ 9 ໄດ້​ດຳເນີນມາ​ແຕ່​ວັນ​ທີ 13 ຕຸລາ 2015 ເຊິ່ງລວມ​ມີ​ກອງ​ປະຊຸມ​ເຈົ້າ​ໜ້າທີ່​ອາວຸ​ໂສ​ພັດທະນາ​ຊົນນະບົດ ແລະ ລຶບລ້າງ​ຄວາມທຸກ​ຍາກ​ອາ​ຊຽນ ຄັ້ງ​ທີ 12 ກອງ​ປະຊຸມ​ເຈົ້າ​ໜ້າທີ່​ອາວຸໂສ​ພັດທະນາ​ຊົນນະບົດ ແລະ ລຶບລ້າງ​ຄວາມທຸກ​ຍາກ ອາ​ຊຽນ+3 ຄັ້ງ​ທີ 8 ກອງ​ປະຊຸມແລກປ່ຽນ​ບົດຮຽນ​ພັດທະນາ​ຊົນນະ​ບົດ ແລະ ລຶບລ້າງ​ຄວາມທຸກ​ຍາກ ຄັ້ງ​ທີ 4 ອັນ​ພົ້ນ​ເດັ່ນແມ່ນ​ບັນດາ​ປະເທດ​ສະມາຊິກ​ອາຊຽນ ໄດ້​ທົບ​ທວນ​ການຈັດຕັ້ງ​ປະຕິ​ບັດໂຄງການ​ໃນ​ກອບ​ພັດ​ທະນາ​ຊົນນະບົດ ແລະ ລຶບລ້າງຄວາມທຸກ​ຍາກອາ​ຊຽນ (2011-2015) ແລະ ຮັບຮອງ​ຮ່າງ​ກອບແຜນ​ພັດທະນາ​ຊົນນະບົດ ແລະ ລຶບລ້າງ​ຄວາມທຸກ​ຍາກ​ອາ​ຊຽນ (2016-2020) ສະບັບ​ສຸດ​ທ້າຍ ເພື່ອ​ລາຍ​ງານ​ກອງ​ປະຊຸມ​ລັດ​ຖະມົນຕີ​ພັດທະນາ​ຊົນນະບົດ ແລະ ລຶບລ້າງ​ຄວາມທຸກ​ຍາກ​ອາ​ຊຽນ ພ້ອມ​ດຽວ​ກັນ ​ຄະນະ​ຜູ້​ແທນ​ຍັງ​ໄດ້ໄປ​ຢ້ຽມຢາມ​ຕົວ​ແບບ​ການ​ແກ້​ໄຂຄວາມທຸກ​ຍາກ ທີ່​ສົມທົບ​ກັນລະຫວ່າງພາກ​ລັດ ເອກະ​ຊົນ ແລະ ອົງ​ການຈັດຕັ້ງ​ສັງຄົມ ຢູ່ເມືອງ​ທຸລະຄົມ ແຂວງ​ວຽງ​ຈັນ ພ້ອມ​ທັງ​ໄດ້​ຈັດການ​ຍ້ອງຍໍ​ອົງການຈັດຕັ້ງ​ສັງຄົມ​ດີເດັ່ນ ຄັ້ງ​ທີ 2 ໃຫ້​ກັບ​ບັນດາ​ປະເທດ​ສະມາຊິກ​ທີ່​ໄດ້​ຮັບ​ການ​ຄັດ​ເລືອກ​ມາ ພ້ອມກັບ​ການ​ໂຮມ​ຊຸມນຸມ​ລະນຶກ​ວັນສາກົນ ແລະ ສັບປະດາ​ແຫ່ງຊາດ ​ເພື່ອ​ລຶບລ້າງ​ຄວາມທຸກ​ຍາກ​ອີກ​ດ້ວຍ.

ໂອກາດ​ນີ້ ທ່ານ​ນາຍົກ​ລັດຖະ​ມົນຕີ ໄດ້​ກ່າວ​ສະແດງ​ຄວາມຍ້ອງຍໍ​ຊົມເຊີຍ​ຜົນສຳເລັດ​ ໃນການ​ຮ່ວມ​ມື​ດ້ານ​ການ​ພັດທະນາຊົນນະບົດ ແລະ ລຶບລ້າງ​ຄວາມທຸກ​ຍາກ​ອາ​ຊຽນ ໄລຍະ​ຜ່ານ​ມາ (2011-2015) ແລະ ໄດ້​ສຸມຄວາມ​ພະຍາຍາມ​ໃນ​ການ​ຮ່າງແຜນ​ປະຕິບັດ​ງານ​ກ່ຽວ​ກັບ​ແຜນງານ (2016-2020) ເຊິ່ງ​ໄດ້ຮັບຮອງ​ເອົາ​ໃນ​ກອງ​ປະຊຸມ​ລັດຖະ​ມົນຕີ ​ພຊລທ ອາ​ຊຽນ ຄັ້ງ​ທີ 9 ນີ້ ກອງ​ປະຊຸມ​ດັ່ງກ່າວ​ເປັນເວທີ​ອັນ​ສຳຄັນ​ ໃນ​ການ​ສົ່ງເສີມຄວາມ​ເຂົ້າໃຈ​ອັນ​ດີ​ຕໍ່​ກັນ ແລະ ແລກປ່ຽນ​ບົດຮຽນ​ເຊິ່ງ​ກັນ ແລະ ກັນ ເພື່ອ​ຮັດ​ແໜ້ນ​ການ​ຮ່ວມ​ມືພາຍ​ໃນ​ອາ​ຊຽນ ແນໃສ່​ສູ້​ຊົນ​ໃຫ້ປະຊາຊົນ​ອາ​ຊຽນ ໄດ້​ດຳລົງ​ຊີວິດ​ຢູ່​ໃນ​ເງື່ອນໄຂ​ທີ່​ດີ ແລະ ມີຄວາມ​ຜາ​ສຸກ.

ສະເພາະ ​ສປປ ລາວ ພວມຈັດ​ຕັ້ງ​ປະຕິບັດ​ຄາດໝາຍ​ສູ້​ຊົນຂອງ​ສົກ​ປີ​ທຳ​ອິດ ​ທີ່​ນອນ​ໃນ​ແຜນພັດທະນາ​ເສດຖະກິດ-ສັງຄົມ 5 ປີ ຄັ້ງ​ທີ 8 ພວມ​ກຽມ​ຄວາມພ້ອມ​ເຂົ້າ​ເປັນ​ປະຊາ​ຄົມ​ເສດ​ຖະກິດ​ອາ​ຊຽນ ແລະ ຈັດ​ຕັ້ງ​ປະຕິບັດ​ເປົ້າ​ໝາຍ​ການ​ພັດທະນາແບບ​ຍືນ​ຍົງ ແລະ ສູ້​ຊົນ​ພັດ​ທະນາ​ປະເທດ ​ໃຫ້​ຫຼຸດ​ພົ້ນ​ອອກ​ຈາກສະຖານະ​ພາບ​ຄວາມ​ດ້ອຍ​ພັດທະ​ນາ ໃນ​ປີ 2020 ແລະ ກ້າວໄປ​ສູ່​ປະເທດ​ທີ່​ມີ​ລາຍ​ຮັບ​ປານກາງ​ຫາ​ສູງ ​ຕາມ​ທິດ​ການ​ພັດ​ທະນາ​ສີຂຽວ ແລະ ຍືນ​ຍົງ​ໃນ​ປີ 2030 ແລະ ເຊື່ອ​ວ່າ​ກອງ​ປະຊຸມຄັ້ງ​ນີ້ ​ຈະ​ເປັນ​ການ​ປະກອບສ່ວນອັນ​ສຳຄັນ ​ເຮັດ​ໃຫ້​ລາວ​ສາມາດບັນລຸ​ເປົ້າ​ໝາຍ​ຕາມ​ທີ່​ວາງ​ໄວ້.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...

ຄະນະຜູ້ແທນ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ,...

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...